ກອງພັນ 15 ກອງພັນໃຫຍ່ 102 ປະກາດການແຕ່ງຕັ້ງຮັກສາການຫົວໜ້າການທະຫານ
ເວລາອອກຂ່າວ: 2022-09-23 10:33:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:
ໃນວັນທີ 13 ກັນຍາ 2022, ກອງພັນ 15 ກອງພັນໃຫຍ່ 102 ກອງພົນທີ 1 ໄດ້ປະກາດ ການແຕ່ງຕັ້ງຮັກສາການຫົວໜ້າການທະຫານ ກອງພັນ 15, ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ຄຳຊາວ ລິນທະກຸນແກ້ວ
ຫົວໜ້າການທະຫານ ກອງພັນໃຫຍ່ 102, ມີ ຄະນະພັກ - ຄະນະ
ບັນຊາ ກອງພັນ15, ຂະແໜງ ການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ສອນເພັດ ສິງມີໄຊ ຊ່ວຍວຽກຂະແໜງພະ ນັກງານ ກອງພັນໃຫຍ່ 102 ໄດ້
ຜ່ານຂໍ້ຕົກລົງ ແລະ ຄຳສັ່ງຍົກ ຍ້າຍຂອງ ກອງພົນທີ 1 ວ່າດ້ວຍ
ການແຕ່ງຕັ້ງ ຮັກສາການຫົວໜ້າການທະຫານ ກອງພັນ 15 ກອງ ພັນໃຫຍ່ 102, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງ
ຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ
ຂອງພັກໃນໄລຍະໃໝ່ ໃຫ້ມີ ໝາກ
ຜົນສູງຂຶ້ນເປັນກ້າວໆ. ກອງພົນທີ 1 ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມຄິດ ໄຊຍະບຸດ ເປັນຮັກສາການຫົວໜ້າການທະຫານ ກອງພັນ 15 ປ່ຽນແທນ ສະຫາຍ ພັນຕີ ຄຳແປ້ນ ວັນໄຊ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ຫ້ອງເສນາທິການ ກອງພົນທີ 1.
ໂດຍ: ສົມບູນ ບົວນ້ອຍສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ