ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

Otokar ຕັ້ງ​ເປົ້າ​ໝາຍ​ຈະ​ເພີ່ມ​ການ​ສົ່ງ​ອອກຍານ​ພາຫະນະ ​ທາງ​ການ​ທະຫານ​ໄປ​ເຂດ ​ອາ​ຟຣິ​ກາ
ເວລາອອກຂ່າວ: 2022-09-23 10:00:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



Otokar ບໍລິສັດ​ຜູ້​ຜະລິດ​ຍານພາຫະນະ​ລະດັບ​ໂລກ​ຂອງ​ຕວກ​ກີ, ເຊິ່ງ​ເປັນ​ບໍລິສັດ​ທີ່​ຈົດ​ທະບຽນ​ຂອງ​ກຸ່ມ NATO ແລະ UN ຕັ້ງ​ເປົ້າ​ໜາຍ​ຈະ​ເພີ່ມ​ການ​ສົ່ງ​ອອກ​ຍານພາຫະນະ​ທາງ​ການ ​ທະຫານ​ໄປ​ທະວີບ​ອາ​ຟຣິ​ກາ, ໂດຍ​ ທ່ານ ເຊີ​ດາ ກໍ​ກຸກ (Serdar Gorguc) ຜູ້​ຈັດການ​ໃຫຍ່​ຂອງ ​ບໍລິສັດ​ດັ່ງ​ກ່າວໄດ້​ໃຫ້​ຮູ້​ວ່າ: ປັດ ຈຸບັນ, ລົດ Otokar ໄດ້​ມີ​ການ ​ໃຊ້​ງານ​ຢ່າງ​ແຂງ​ຂັນ​ໃນ 5 ທະ ວີບ, ລວມ​ທັງ​ທະວີບ​ອາ​ຟຣິ​ກາ ແລະ ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະ ຕິບັດ​ພາລະກິດ​ຮັກສາ​ສັນຕິພາບ​ ຢ່າງ​ກວ້າງຂວາງ​ໃນ​ທະວີບ​ດັ່ງ ກ່າວ. ທ່ານ ເຊີ​ດາ ກໍ​ກຸກ ກ່າວ​ວ່າ: Otokar Cobra II ເປັນ​ຍານ ພາຫະນະ​ທີ່​ດຶງ​ດູດ​ຄວາມ​ສົນ ໃຈ​ຈາກ​ຫຼາຍ​ປະເທດ ຍ້ອນ​ຜົນ ງານ​ການ​ປະຕິບັດ​ໜ້າທີ່​ໃນ​ທະ ວີບ​ອາຟຣິ​ກາ ເຊິ່ງ​ໄດ້​ຮັບ​ການ​ພິ ສູດ​ທາງ​ດ້ານ​ການ​ຮົບ​ທີ່​ມີ​ປະ ສິດທິພາບ​ທີ່​ໂດດ​ເດັ່ນ, ເໝາະ​ສຳລັບ​ສະພາບ​ການ​ຮົບ​ແບບ​ທົ່ວ​ໄປ. ທ່ານ​ກ່າວ​ອີ​ກວ່າ: ນອກຈາກ​ລົດ Cobra II ແລ້ວ, ຍັງ​ມີ​ລົດ Arma 6x6 ແລະ Arma 8x8 ທີ່​ຈະ​ເປັນ​ຕົວ​ເລືອກ​ທຳ​ອິດ​ໃຫ້​ກັບ​ຫຼາຍ​ອົງການທີ່ປະຕິບັດງານ​ໃນ​ທະວີບ​ອາ​ຟຣິ​ກາ ໃນ​ໄລຍະ​ເວລາ​ອັນ​ໃກ້​ນີ້. ຍານພາຫະນະ Cobra II ມີ​ເກາະ​ປ້ອງ​ກັນ​ທີ່​ໜາ​ແໜ້ນ​ລະດັບ​ສູງ, ພາຍ​ໃນ​ກວ້າງຂວາງ ສາມາດ​ບັນທຸກ​ໄດ້​ປະລິມານ​ຫຼາຍ, ມີ​ຄວາມ​ຄ່ອງ​ແຄ້ວ​ວ່ອງ ໄວ, ບັນທຸກ​ບຸກ​ຄະລາ​ກອນ​ໄດ້​ເຖິງ 10 ຄົນ, ລວມ​ທັງ​ຄົນ​ຂັບ ແລະ ຜູ້​ບັນຊາ​ການ. ຍານ​ດັ່ງກ່າວ​ສາມາດ​ປ້ອງ​ກັນ​ໄພ​ຄຸກ​ຄາມ​ຈາກ​ລູກ​ສອນ​ໄຟ, ສະ​ເກັດ​ລະເບີດ ແລະ IED, ສາມາດ​ປະຕິບັດ​ງານ​ໄດ້​ໃນ​ຫຼາຍ​ສະພາບ​ພູມິ​ປະເທດ ແລະ ອາກາດ ແລະ ຍັງ​ສາມາດ​ແລ່ນ​ໄດ້​ດ້ວຍ​ໄລຍະ​ທາງໄກ​ຫຼາຍ ​ກິໂລແມັດ, ເຊິ່ງ​ເໝາະ​ສົມ​ສຳລັບ​ການ​ໃຊ້​ເຂົ້າ​ໃນ​ພາລະກິດ​ກອບ​ກູ້​ຊ່ວຍເຫຼືອ, ບັນຊາ​ການ ແລະ ການ​ແພດ, ເຊິ່ງ​ພາລະ​ກິ​ດດັ່ງ ກ່າວ​ກໍ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ພາລະ ກິດ​ຮັກສາ​ສັນຕິພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ