ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ງານ​ບຸນ​ອອກ​ພັນ​ສາ ແລະ ຊ່ວງ​ເຮືອ​ປະເພນີ ທ່າ​ວັດ​ຈັນ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 8-11 ຕຸລາ​ນີ້
ເວລາອອກຂ່າວ: 2022-09-23 09:50:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ການ​ຈັດ​​ງານ​ບຸນ​ອອກ​ພັນ​ສາ​ ປະ​ວໍລະນາ ປະຈຳ​ປີ 2022 ທີ່​ທ່າ​ວັດ​ຈັນ ເມືອງ​ຈັນທະ​ບູ​ລີ​ ນະຄອນ ຫຼວງ​ວຽງ​ຈັນ ກຽມ​ຈັດ​ຂຶ້ນໃນ ລະຫວ່າງ ວັນ​ທີ 8-11 ຕຸລານີ້ ແນໃສ່​ເພື່ອ​ເປັນ​ການ​ຮັກສາ ແລະ ເສີມ​ຂະຫຍາຍ​ງານ​ບຸນ​ປະເພນີ​ທີ່​ເຄີຍ​ສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ​ໃຫ້​ດຳລົງ​ຄົງ​ຢູ່​ນຳ​ຊາວ​ລາວ ​ຕະຫຼອດ​ໄປ ພ້ອມ​ມີ​ຫຼາຍ​ກິດຈະ ກຳ​ເພື່ອ​ດຶງ​ດູດ​ຜູ້​ເຂົ້າ​ມາ​ທ່ຽວ​ຊົມ. ທ່ານ ດວງ​ຕາ ສຸ​ລີ​ວົງ ເຈົ້າ ເມືອງ​ຈັນທະ​ບູ​ລີ ໄດ້​ຖະແຫຼງ​ກ່ຽວ​ກັບ​ການ​ຈັດ​ງານ​ບຸນ​ອອກ​ ພັນ​ສາ​ປະ​ວໍລະນາ ປະຈຳ​ປີ 2022 ທີ່​ທ່າ​ວັດ​ຈັນ ໃນ​ວັນ​ທີ 20 ກັນຍາ 2022 ວ່າ: ຈຸດປະສົງແມ່ນ​ເພື່ອ​ ເປັນ​ການ​ຮັກສາ ແລະ ເສີມ​ຂະ ຫຍາຍ​ງານ​ບຸນ​ປະເພນີ​ທີ່​ເຄີຍ​ສືບ​ ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ​ ໃຫ້​ດຳລົງ​ຄົງ​ຢູ່​ນຳ​ຊາວ​ລາວ​ຕະ ຫຼອດ​ໄປ ເພື່ອ​​​ສົ່ງເສີມ​ໂຄສະນາ ວາງສະແດງ​ ແລະ ຈຳໜ່າຍ​ສິນ ຄ້າ ເພື່ອ​ເຮັດ​ໃຫ້​ຜະລິດ​ຕະ​ພັນ​ ສິນຄ້າ​ພາຍ​ໃນ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ແລະ ໄດ້​ມີ​ໂອກາດ​ເສີມ​ຂະຫຍາຍ ທ່າແຮງ​ບົ່ມ​ຊ້ອນ​ຂອງ​ສິນຄ້າ​ ດັ່ງກ່າວ ເພື່ອໃຫ້​ປະຊາຊົນ​ລາວ ​ບັນດາເຜົ່າ​ທີ່​ມາ​ທ່ຽວ​ງານ​ບຸນ​ ໄດ້​ຊື້-ຂາຍ ແລກປ່ຽນ​ຜະລິດ​ ຕະ​ພັນ​ພາຍ​ໃນ. ສຳລັບກິດຈະກຳການເຄື່ອນ ໄຫວໃນ​ງານ​ບຸນ​ອອກ​ພັນ​ສາ​ປະ ວໍລະນາ ແລະ ບຸນ​ຊ່ວງ​ເຮືອ ປະ ຈຳ​ປີ 2022 ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມີ​ທັງ​ ໝົດ 7 ກິດຈະກຳ ດັ່ງນີ້: ໃນ​ວັນ​ທີ ໃນ​ວັນ​ທີ 9 ຕຸລາ 2022 ມີ ກິດຈະກຳທາງ​​ສາດສະໜາ ແລະ ຮີດຄອງ​ປະເພນີ ມີ​ພິທີ​ສູດ​ອອກ​ພັນ​ສາ ປະ​ວໍລະນາ ພິທີ​ຕັກບາດ ​ຖວາຍ​ສັງຄະ​ທານ​ຕາມ​ປະເພ ນີ​ລາວ ມີ​ພິທີ​ວຽນທຽນ ໄຫຼເຮືອ ໄຟ​ໂຄກ ສ່ວນ​ຢູ່​ທ່າ​ວັດ​ຈັນ​ມີ​ການ​ລອຍກະໂທງ ແຕ່​ບໍ່​ອາ​ນຸ​ຍາດ​ໃຫ້​ອອກ​ໄປ​ໄຫຼ​ຢູ່​ກາງຂອງ. ສ່ວນ​ກິດຈະກຳ ການ​ຊ່ວງ​ເຮືອ ໃນ​ວັນ​ທີ 11 ຕຸລາ 2022: ກິດຈະກຳ​ການ​ແຂ່ງຂັນ​ຊ່ວງ​ເຮືອ​ທີ່​ທ່າ​ວັດ​ຈັນ ປະຈຳ​ປີ 2022 ແມ່ນ​ຈະ​ຈັດການ​ແຂ່ງຂັນ ຢູ່​ທີ່​ທ່າ​ວັດ​ຈັນ ເມືອງ​ຈັນທະ​ບູ​ລີ ຈະ​ໄດ້​ຊ່ວງ​ເຮືອ​ປະເພນີ​ຍິງ ປະເພນີ​ຊາຍ ເຮືອ​ສູດ​ຊາຍ (ຖ້າ​ຫາກ​ມີ​ນ້ຳ​ຫຼາຍ) ກໍລະນີ​ມີ​ນ້ຳ​ໜ້ອຍ​ຈະ​ໄດ້​ຍ້າຍ​ໄປ​ແຂ່ງຂັນ​ຢູ່​ຕໍ່ໜ້າ​ໂຮງແຮມ​ແລນ​ມາກ ເລີ່ມ​ແຕ່​ເວລາ 8:30 ໂມງ (ຕອນ​ເຊົ້າ) ເປັນຕົ້ນ​ໄປ ເລີ່ມ​ຊ່ວງ​ເຮືອ, ເວລາ 16:00 ໂມງ ມອບ​ລາງວັນ​ເຮືອ​ຊ່ວງ ຖ້າ​ມີ​ນ້ຳ​ໜ້ອຍ ແມ່ນ​ຈະ​ໄດ້​ຈັດການ​ຊ່ວງ​ເຮືອ 12 ສີພາຍ ໃນ​ວັນ​ທີ 10 ຕຸລາ 2022 ຢູ່​ບຸ່ງ​ທີ່​ທ່າ​ວັດ​ຈັນ ເມືອງ​ຈັນທະ​ບູ​ລີ ເພື່ອ​ໃຫ້​ຖືກຕ້ອງ​ຕາມ​ຮີດຄອງ​ປະເພນີ ເລີ່ມ​ແຕ່ ເວລາ 9:00 ໂມງ ຮອດ 15 ໂມງ ແມ່ນ​ສຳເລັດ​ການ​ແຂ່ງຂັນ ຄາດ​ຄະເນ​ເຮືອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ປະມານ 26 ລໍາ ໃນ​ນັ້ນ, ​ປະເພດ​ເຮືອ 12 ສີພາຍ ມີ​ປະມານ 8 ລຳ ເຮືອ​ປະເພນີ ຍິງ 55 ສີພາຍ ປະມານ 4 ລຳ ແລະ ເຮືອ​ປະເພນີ ຊາຍ 55 ສີພາຍ 10 ລຳ. ສຳລັບ ປະເພດ​ຂັນ​ລາງວັນ ແລະ ເງິນສົດ ເຮືອ​ແຕ່​ລະ​ປະເພດ​ໄດ້​ກຳນົດ​ດັ່ງນີ້: ປະເພດ​ເຮືອ 12 ສີພາຍ: ລາງວັນ​ທີ 1: ຂັນ​ໂລ 1 ໜ່ວຍ, ມູນ​ຄ່າ 1,850,000 ກີບ, ເງິນສົດ 10,000,000 ກີບ.ລາງວັນ​ທີ 2: ຂັນ​ໂລ 1 ໜ່ວຍ ມູນ​ຄ່າ 1,850,000 ກີບ, ເງິນສົດ 8,000,000 ກີບ.ລາງວັນ​ທີ 3: ຂັນ​ໂລ 1 ໜ່ວຍ ມູນ​ຄ່າ 1,850,000 ກີບ, ເງິນສົດ 6,000,000 ກີບ.ລາງວັນ​ທີ 4: ບໍ່​ມີ​ຂັນ ເງິນສົດ 4,000,000 ກີບ.ປະເພດ​ເຮືອ​ປະເພນີ ຍິງ ແລະ ຊາຍ 55 ສີພາຍລາງວັນ​ທີ 1: ຂັນເງິນ 1 ກິ​ໂລ ມູນ​ຄ່າ 19,700,000 ກີບ, ເງິນສົດ: 20,000,000 ກີບ.ລາງວັນ​ທີ 2: ຂັນເງິນ 0,75 ກຼາມ ມູນ​ຄ່າ 15,250,000 ກີບ, ເງິນສົດ: 15,000,000 ກີບ.ລາງວັນ​ທີ 3: ຂັນເງິນ 0,5 ກຼາມ, ມູນ​ຄ່າ 12,000,000 ກີບ, ເງິນສົດ: 10,000,000 ກີບ.ລາງວັນ​ທີ 4: ບໍ່​ມີ​ຂັນ ເງິນສົດ 6,000,000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ