ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ ໂຮງໝໍ​ທະຫານ​ແຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2022-09-23 09:36:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ໃນ​ວັນ​ທີ 9 ກັນຍາ 2022 ນີ້, ໜ່ວຍ​ແມ່ຍິງ​ໂຮງໝໍທະຫານ​ແຂວງ​ອັດ​ຕະ​ປື​ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ທອງ​ມະນີ ພົມ​ມະ​ວິຫານ ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ທະຫານ​ແຂວງ​ອັດ​ຕະ​ປື, ມີ​ຄະນະ​ພັກ, ຄະນະ​ພະ​ແນກ​ສະຫະພັນ​ແມ່ຍິງ, ຄະນະ​ໜ່ວຍ​ແມ່ຍິງ-ຊາວ​ໜຸ່ມ, ຕະຫຼອດ​ຮອດ​ສະມາຊິກ​ແມ່ຍິງ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ປະທຸມ​ມອນ ສີ​ນາ​ເພັດ ເລຂາ​ໜ່ວຍ​ແມ່ ຍິງ ​ໂຮງໝໍ​ທະຫານ​ແຂວງ ໄດ້​​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ເປັນຕົ້ນ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ 3 ປີຜ່ານມາ, ໜ່ວຍ​ແມ່ຍິງ​ໄດ້​ຖື​ເອົາ​ວຽກງານ ​ການເມືອງ-ແນວ​ຄິດ​ເປັນ​ບັນຫາ​ສຳຄັນ​ຕິດ​ພັນ​ກັບ​ໜ້າທີ່​ວິຊາສະເພາະ​ໄປ​ພ້ອມໆ​ກັບ​ການ​ປັບປຸງ​ການຈັດຕັ້ງ​ແບບ ແຜນ​ວິທີ​ເຮັດ​ວຽກ​ຂອງ​ສະມາຊິກ​ແມ່ຍິງ​ພາຍ​ໃນ​ໜ່ວຍນຳ​ເອົາ​ມະຕິ​, ຄຳ​ສັ່ງ, ລະບຽບ​, ກົດໝາຍ, ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ແລະ ດຳເນີນ​ຊິວິດ​ການເມືອງ​ເປັນ​ລະບົບ​ຕໍ່​ເນື່ອງ ເຮັດ​ໃຫ້​ໜ່ວຍ​ໄດ້​ຮັບຮອງ​ເປັນ​ໜ່ວຍ​ແມ່ຍິງ 3 ດີ ແລະ ສະ ມາຊິກ​ສະຫະພັນ​ແມ່ຍິງ ໄດ້​ຮັບ​ໃບ​ຍ້ອງຍໍຂັ້ນ​ກອງ​ບັນຊາ​ການ​ທະຫານ​ແຂວງ 68 ໃບ, ຍ້ອງຍໍ​ຂັ້ນ​ຫ້ອງ​ການເມືອງ 52 ໃບ, ຍ້ອງຍໍ​ຂັ້ນ​ສູນ​ກາງ​ສະຫະພັນ​ແມ່ ຍິງ​ລາວ 50 ໃບ ແລະ ຍ້ອງຍໍ​ຂັ້ນ​ສະຫະພັນ​ແມ່ຍິງ​ແຂວງ 60 ໃບ. ນອກ​ນັ້ນ, ຍັງ​ໄດ້​ຊຸກຍູ້​ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ, ຂະ​ບວນ​ການ 4 ປູກ 4 ລ້ຽງ, ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ ແຂງ​ດ້ວຍ​ຕົນ​ເອງ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ. ໃນ​ກອງ​ປະຊຸມ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ ຄະນະ​ໜ່ວຍ​ແມ່ຍິງ​ຮາກ​ຖານ​ໂຮງໝໍ​ທະ​ຫານ​ແຂວງ​ຊຸດ​ໃໝ່​ ຄື:​ ສະຫາຍ ພັນ​ໂທ ນາງ ປະທຸມ​ມອນ ສີ​ນາ​ເພັດ ເປັນ​ເລຂາ​ໜ່ວຍ, ພັນ​ໂທ ນາງ ຂັນ​ທະວີ ຊາວຫາ​ລາດ ເປັນ​ຮອງ​ເລຂາ, ພັນ​ຕີ ນາງ ຈຳ​ປາທອງ ສັກ​ບົວ​ວົງ ເປັນ​ກຳມະການ, ຮ້ອຍ​ເອກ ນາງ ດາວ ​ພະ​ສຸກ ພາ​ວີ​ໄຊ​ສຸກ ແລະ ພັນ​ຕີ ນາງ ອິດ​ສະໄໝ ໄຊ​ຍະ​ສິດ ເປັນ​ຄະນະ. ໂດຍ: ຕິ໋ມ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ