ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ 10 ແຂວງ​ວຽງ​ຈັນ ເຄື່ອນ​ໄຫວ ເຮັດ​ວຽກ​ຢູ່​ກອງພັນ​ໃຫຍ່ 102
ເວລາອອກຂ່າວ: 2022-09-22 10:56:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:



ໃນ​ວັນ​ທີ 14 ກັນຍາ 2022, ສະມາຊິກ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ IX ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 10 ແຂວງ​ວຽງ​ຈັນ ໄດ້​ເຄື່ອນ​ໄຫວ​ພົບ​ປະ ແລະ ເຜີຍແຜ່​ຜົນສຳເລັດ​ຂອງ​ກອງ​ປະຊຸມ ສະໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ຊຸດ​ທີ II ຢູ່​ກອງພັນ​ໃຫຍ່ 102 ກອງ​ພົນ​ທີ 1, ນຳ​ໂດຍ ສະຫາຍ ອິນ​ປອນ ມະນີ​ແສງ ຫົວໜ້າ​ພະ​ແນກ​ສາທາລະນະ​ສຸກ​ແຂວງ, ສະມາຊິກ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະ, ໂດຍ​ການ​ຕ້ອນຮັບ​ຂອງ​ຄະນະ​ພັກ - ຄະນະ​ບັນຊາ​ກອງພັນ​ໃຫຍ່ 102 ພ້ອມ​ຄະນະ. ສະຫາຍ ອິນ​ປອນ ມະນີ​ ແສງ ໄດ້​ລາຍ​ງານ​ກ່ຽວ​ກັບ​ຜົນ ສຳເລັດ​ຂອງ​ກອງ​ປະຊຸມສະໄໝ​ສາມັນ​ເທື່ອ​ທີ 3 ຂອງສະພາ​ແຫ່ງ​ຊາດ ​ຊຸດ​ທີ IX ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ຊຸດ​ທີ II ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ເປັນຕົ້ນ ດ້ານ​ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການ​ພົວພັນ​ຮ່ວມ​ມື​ກັບ​ສາກົນ ແລະ ການຈັດຕັ້ງ​ 2 ວາ ລະ​ແຫ່ງ​ຊາດ ໂດຍ​ຖື​ເປັນ​ບູ​ລິ​ມະ​ສິດ​ທີ່​ສຳຄັນ​ແຫ່ງ​ຊາດ ກໍ​ຄື​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ ​ເສດຖະກິດ-ການ​ເງິນ ແລະ ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ທີ່​ລັດຖະບານ​ພວມ​ເລັ່ງ​ແກ້​ໄຂ ເພື່ອ​ໃຫ້​ບັນລຸ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. ພ້ອມ​ທັງ​ໄດ້​ໃຫ້​ຮູ້​ເຖິງ​ທີ່​ຕັ້ງ, ພາລະ​ບົດບາດ, ສິດ, ໜ້າທີ່​ຂອງ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ປະຊາຊົນ ໃນ​ການ​ປະກອບສ່ວນ​ທີ່​ສຳຄັນ ເຂົ້າ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາເຜົ່າ ກໍຄື​ປະຊາຊົນ​ຊາວ​ແຂວງ​ວຽງ​ຈັນ ໄດ້​ດຳລົງ​ຊີວິດ​ທີ່​ປອດ​ໃສ​ຂາວ​ສະອາດ. ໂດຍ: ສົມບູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ