ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບເຄື່ອງຊ່ວຍເຫຼືອ ກອງຮ້ອຍທະຫານຊາຍແດນ 151 ແລະ ທະຫານເມືອງຊຽງຮ່ອນ ແຂວງໄຊຍະບູລີ
ເວລາອອກຂ່າວ: 2022-09-22 10:46:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ວັນທີ 16 ກັນຍາ 2022 ນີ້, ສະຫາຍ ເພັງນິລັນ ຄໍາພັນເພັງ ປະທານຄະນະສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ປະທານສະພາປະຊາຊົນແຂວງ ໄຊຍະບູລີ ພ້ອມດ້ວຍທີມງານສະ ມາຊິກ ສະພາ ໄດ້ນຳເອົາເຂົ້າສານ, ເຄື່ອງຮັບໃຊ້ຕ່າງໆ ມາມອບໃຫ້ ກອງຮ້ອຍທະຫານຊາຍແດນ 151 ແລະ ກອງບັນຊາການທະ ຫານເມືອງຊຽງຮ່ອນ, ເຄື່ອງທີ່ ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງພະລັງງານໄຟຟ້າແສງ ຕາເວັນ 2 ຊຸດ, ເຂົ້າສານ, ອຸປະ ກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລວມມູນຄ່າ 26.556.000 ກີບ. ທັງນີ້ກໍເພື່ອ ເປັນການປະກອບສ່ວນຊຸກ ຍູ້ ໃຫ້ກໍາລັງໃຈອ້າຍນ້ອງນາຍ ແລະ ພົນທະຫານຢູ່ກອງບັນຊາ ການທະຫານເມືອງ ແລະ ກອງ ຮ້ອຍທະຫານຊາຍແດນ 151 ໄດ້ມີອຸປະກອນຮັບໃຊ້ເຂົ້າໃນ ວຽກງານ ແລະ ມີກໍາລັງໃຈໃນ ການປະຕິບັດໜ້າທີ່ວິຊາສະ ເພາະຂອງຕົນ. ໃນໂອກາດດຽວກັນນີ້, ສະ ຫາຍ ເພັງນິລັນ ຄໍາພັນເພັງ ຍັງໄດ້ ມອບເງິນ ຈໍານວນ 5.000.000 ກີບໃຫ້ແກ່ໂຮງຮຽນອະນຸບານ ບ້ານດອນຕັນ ເພື່ອນໍາໄປສົມ ທົບທຶນໃນການກໍ່ສ້າງໂຮງຮຽນ ອະນຸບານ, ໂຮງຮຽນຫຼັງດັ່ງ ກ່າວໄດ້ເລີ່ມກໍ່ສ້າງມາແຕ່ ວັນທີ 5 ມັງກອນ 2022 ມູນຄ່າ 151.000.000 ກວ່າກີບ. ມາ ຮອດປັດຈຸບັນການກໍ່ສ້າງສໍາ ເລັດ 80 %. ໂດຍ: ຜາຍ ທາດທາຕີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ