ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ​ສະພາ​ແຫ່ງ​ຊາດ ຕ້ອນຮັບ​ປະທານ​ຄະນະ​ມິດຕະພາບ ລັດ​ຖະ​ສະພາ ໄທ-ລາວ
ເວລາອອກຂ່າວ: 2022-09-22 09:16:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ:



ຕອນ​ບ່າຍ​ວັນ​ທີ 20 ກັນຍາ 2022 ນີ້, ທ່ານ ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ທ່ານ ຈະ​ເດັດ ອິນ​ສະຫວ່າງ ສະມາຊິກ​ວຸດ​ທິ​ສະພາ ປະທານ​ກຸ່ມ​ມິດຕະພາບ ລັດ​ຖະ​ສະພາ​ໄທ-ລາວ ພ້ອມ​ຄະນະ ເນື່ອງ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 20-24 ກັນຍາ 2022 ນີ້. ທ່ານ ໄຊ​ສົມ​ພອນ ພົມວິຫານ ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ ຕໍ່​ຄະນະ​ປະທານ​ຄະນະ​ມິດຕະ ພາບ​ລັດ​ຖະ​ສະພາ ໄທ-ລາວ ພ້ອມ ​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ລາວໃນ​ເທື່ອ​ນີ້ ເຊິ່ງ​ເປັນ​ການປະ ກອບສ່ວນ​ເສີມ​ຂະຫຍາຍ​ສາຍ​ ພົວພັນ​ມິດຕະພາບ ແລະ ການ ຮ່ວມ​ມື​ທີ່​ດີງາມຖານ​ບ້ານ​ໃກ້​ເຮືອນຄຽງລະຫວ່າງ ສອງ​ປະ ເທດ ລາວ-ໄທ, ໄທ-ລາວ ໃຫ້​ຈະ ເລີນ​ງອກ​ງາມ ບົນ​ພື້ນຖານ​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ພ້ອມ​ທັງ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ ທ່ານ ຊວນ ຫຼີກ​ໄພ ປະທານ​ສະພາ​ຜູ້​ແທນ​ຣາດ​ຊະ​ດອນ​ໄທ ແລະ ທ່ານ ພອນ​ເພັດ ພິ​ຊິດ​ຊົນ​ໄຊ ປະທານ​ວຸດ​ທິ​ສະພາ​ໄທ ແລະ ບັນດາ​ການ​ນຳ​ຂອງ​ລັດ​ຖະ​ສະພາ​ໄທ, ພ້ອມ​ຕີ​ລາຄາ​ສູງ​ຕໍ່​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ ລາວ-ໄທ, ໄທ-ລາວ ຂອງ​ສອງ​ອົງການ​ນິຕິບັນຍັດ, ແຈ້ງ​ໃຫ້​ຮູ້​ມີ​ແຜນການ​ຈະ​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ ເວທີ​ປຶກສາ​ຫາລື​ລັດ​ຖະ​ສະພາ​ອາຊີ-ປາ​ຊີ​ຟິກ (APPF) ທີ່​ລັດ ​ຖະ​ສະພາ​ໄທ​ເປັນ​ເຈົ້າພາບ ແລະ ສືບຕໍ່​ຢ້ຽມຢາມຣາ​ຊະອານາຈັກ ​ໄທ ຢ່າງ​ເປັນ​ທາງ​ການ ໃນລະ ຫວ່າງ​ວັນ​ທີ 27-31 ຕຸລາ 2022. ພ້ອມ​ທັງ​ສະເໜີ ໃຫ້ສອງຄະນະ ສືບຕໍ່​ຊຸກ​ແລກປ່ຽນ​ການ​ຢ້ຽມ ຢາມ, ການ​ໄປມາຫາສູ່​ກັນ, ການ​ສ້າງ​ກິດຈະກຳ​ທາງ​ດ້ານ​ວັດທະ ນະທຳ, ກິລາ, ການທ່ອງທ່ຽວ ແລະ ການ​ຮ່ວມ​ມື​ທາງ​ດ້ານເສດ ຖະກິດ, ການ​ຄ້າ ແລະ ການລົງ ທຶນ; ສະເໜີ​ໃຫ້​ຄະນະ​ມິດຕະພາບ, ລັດ​ຖະ​ສະພາ​ສືບຕໍ່​ເປັນ​ຂົວ​ຕໍ່​ມິດ ຕະພາບ ທີ່​ດີ​ໃຫ້​ແກ່​ປະຊາຊົນ ສອງ​ຊາດ. ທ່ານ ຈະ​ເດັດ ອິນ​ສະຫວ່າງ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ທ່ານ ໄຊ​ສົມ​ພອນ ພົມວິຫານ ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ ພ້ອມ​ທັງ​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ຈຸດປະສົງ ຂອງ​ການ​ຢ້ຽມຢາມ ​ສປປ ລາວ ໃນ​ຄັ້ງ​ນີ້ ແລະ ລາຍ​ງານ​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ກັບ​ທ່ານ ສຸບັນ ສະ​ວະ​ບຸດ ປະທານ​ກຳມາ​ທິ​ການ​ວຽກ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ​ລາວ-ໄທ ແລະ ເຫັນ​ພ້ອມ​ກັບ​ຂໍ້​ສະເໜີ​ທີ່​ປະທານ​ສະພາ​ແຫ່ງ​ຊາດ​ລາວ ໄດ້​ສະເໜີ​ມາ​ນັ້ນ ແລະ ພ້ອມ​ທີ່​ ຈະ​ສືບຕໍ່​ເສີມ​ຂະຫຍາຍ​ສາຍພົວ ພັນ​ການ​ຮ່ວມ​ມື​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ກວ່າ​ເກົ່າ. ນອກຈາກ​ນີ້, ຄະ ນະມິດ ຕະພາບ​ລັດ​ຖະ​ສະພາ​ໄທ-ລາວ ຍັງ​ໄດ້​ສືບຕໍ່​ເຂົ້າ​ພົບ​ປະ​ຮອງ​ລັດຖະມົນຕີ​ກະຊວງ​ສຶກ​ສາ ແລະ ກິລາ, ຢ້ຽມຢາມ​ໂຄງການ​ສູນ​ພັດທະນາ ແລະ ບໍລິການ​ດ້ານ​ກະເສດ​ຫ້ວຍ​ຊອນ-ຫ້ວຍ​ຊົ້ວ, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ເດັກ​ກຳພ້າ​ຫຼັກ 67 ເມືອງ​ໂພນ​ໂຮງແຂວງ​ວຽງ​ຈັນ, ໂຮງຮຽນ ​ມສ ຊົນເຜົ່າ ເມືອງ​ວັງ​ວຽງ, ໂຮງຮຽນ​ສາມັນ​ກິນນອນ​ຊົນເຜົ່າ​ເມືອງ​ວັງ​ວຽງ, ຢ້ຽມຢາມ ແລະ ແລກປ່ຽນ​ບົດຮຽນ​ກັບ​ມະຫາ ວິທະຍາໄລ ສຸພາ ນຸ​ວົງ ໃນ​ຫົວຂໍ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ກິລາ​ນຳ​ອີກ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ