ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື 3 ຝ່າຍ
ເວລາອອກຂ່າວ: 2022-09-22 09:12:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:
ໃນວັນທີ 21 ກັນຍາ 2022 ນີ້, ກົມໃຫຍ່ພະລາທິການກອງ ທັບ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ການຮ່ວມມື 3 ຝ່າຍ ລະຫວ່າງບໍ ລິສັດຮ່ວມທຶນກະສິກຳຄົບວົງຈອນຈຳກັດ, ບໍລິສັດ ຣຸ້ຍຜູ ເຕັກໂນໂລຊີ ຊີວະພາບຈຳກັດ ແລະ ສະຖາບັນນະວັດຕະກຳວິທະຍາສາດເຕັກໂນໂລຊີຈີນ-ອາຊຽນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດສັດໃຫຍ່, ເຊິ່ງເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນຳກົມຜະລິດກະສິກຳ ກົມໃຫຍ່ພະລາທິການກອງທັບ, ກົມເສນາພະລາ, ຫ້ອງການກົມໃຫຍ່, ບັນດາປະທານບໍລິສັດ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື 3 ຝ່າຍ ໃນຄັ້ງນີ້ ກໍເພື່ອແນໃສ່ຊຸກຍູ້ຂໍ້ລິເລີ່ມການຮ່ວມມື, ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍອີງຕາມ ອານຸສັນຍາ ວ່າດ້ວຍການກັກກັນ ແລະ ສຸຂະອະນາໄມໃນການນຳເຂົ້າຊີ້ນງົວ ຈາກ ສປປ ລາວ ເຂົ້າ ສູ້ ສປ ຈີນ ລະຫວ່າງ ກົມໃຫຍ່ ພາສີ ແຫ່ງຊາດ ແຫ່ງ ສປ ຈີນ ແລະ ກະຊວງກະສິກຳ ແລະ ປ່າ ໄມ້ແຫ່ງ ສປປ ລາວ, ທັງ 3 ຝ່າຍ ໄດ້ເປັນເອກະພາບກັນເຊັນບົດ ບັນທຶກຄວາມເຂົ້າໃຈຮ່ວມກັນ, ໂດຍຖືເອົາຫຼັກການຄວາມສະ ເໝີພາບ, ຮັບຜົນປະໂຫຍດຮ່ວມກັນ ເພື່ອເເກ້ໄຂບັນຫາການສົ່ງອອກງົວໄປສູ່ ສປ ຈີນ ຈຳນວນ 500.000 ໂຕ, ໃນການພັດທະ ນາລະບົບອຸດສາຫະກຳສົ່ງອອກຊີ້ນງົວ ຂອງ ສປປ ລາວ.
ສ່ວນເນື້ອໃນຂອງການຮ່ວມມື, ໜ້າທີ່ຂອງທັງ 3 ຝ່າຍຄື, ນຳເຂົ້າເຕັກໂນໂລຊີການປະສົມພັນທຽມປັບປຸງສາຍພັນ, ເຕັກໂນໂລ ຊີການລ້ຽງທອມ (ຂຸນ) ເພື່ອລ້ຽງງົວພັນຊີ້ນໃຫ້ໄດ້ນ້ຳໜັກຕາມເກນມາດຕະຖານສົ່ງອອກໄປ ສປ ຈີນ, ກຳນົດມາດຕະຖານເຕັກນິກສຳລັບການລ້ຽງງົວພັນຊີ້ນໃຫ້ແຂງແຮງ, ສ້າງຕັ້ງບໍລິສັດພັດທະນາລະບົບກະສິກອນ ເພື່ອຊຸກຍູ້ວຽກງານຫຼຸດພົ້ນອອກຈາກຄວາມທຸກຍາກໃນ ສປປ ລາວ, ກຳນົດເຕັກນິກມາດຕະຖານ ແລະ ສົ່ງເສີມວຽກງານປ້ອງກັນ ແລະ ຄວບຄຸມພະຍາດສັດ, ສົ່ງເສີມເຕັກນິກການນຳໃຊ້ຜະລິດຕະ ພັນປ້ອງກັນພະຍາດສັດ, ການ ບົ່ງມະຕິພະຍາດສັດ, ເຕັກໂນໂລ ຊີດ້ານການປ້ອງກັນ ເພື່ອໃຫ້ ສອດຄ່ອງຕາມມາດຕະຖານເຕັກນິກການກັກກັນສັດຂອງກົມໃຫຍ່ພາສີ ແຫ່ງ ສປ ຈີນ, ສ້າງມາດຕະຖານເຕັກນິກດ້ານການຂ້າສັດທີ່ຖືກສຸຂະອະນາໄມ ເພື່ອໃຫ້ໄດ້ມາດຕະຖານການສົ່ງອອກຊີ້ນງົວ ແຊ່ແຂງ ສູ່ ສປ ຈີນ ແລະ ຮ່ວມກັນແກ້ໄຂບັນຫາການສົ່ງອອກ ສູ່ ສປ ຈີນ, ລວມທັງເອກະສານອະນຸຍາດນຳເຂົ້າຊີ້ນງົວສົດ ຂອງ ສປ ຈີນ, ສ້າງຕັ້ງໂຮງຂ້າສັດ ຢູທີ່ ສປປ ລາວ ເພື່ອ ຍົກລະດັບການສົ່ງອອກຊີ້ນງົວແຊ່ແຂງ ໄປສູ່ ສປ ຈີນ, ພ້ອມທັງ ຮ່ວມກັນປະຊາສຳພັນ ແລະ ເຝິກ ອົບຮົມເຕັກນິກຍົກລະດັບດ້ານ ອຸດສາຫະກຳງົວຊີ້ນ, ສາມາດຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບທີ່ດີ ໃນການ ຈຳໜ່າຍອອກສູ່ສັງຄົມໃຫ້ແກ່ຜູ້ບໍລິໂພກໃນຊີວິດປະຈຳວັນ, ໃນ ພິທີດັ່ງກ່າວ ສະຫາຍ ພົນຈັດຕະ ວາ ຈັນດີ ສຸລິວົງສັກ ກໍໄດ້ຕາງ ໜ້າໃຫ້ກົມໃຫຍ່ພະລາທິການກອງທັບ ຮ່ວມເຊັນບົດບັນທຶກ ເພື່ອເປັນສັກຂີພະຍານໃຫ້ແກ່ບັນ ດາບໍລິສັດອີກດ້ວຍ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ