ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊອນ​ເຮືອງ​ມິນ ເປັນ​ນັກ​ເຕະ​ຕົວ​ສຳຮອງ ສະ​ເປີ ຄົນ​ທຳ​ອິດ ລົງ​ມາ​ຍິງ​ແຮັດ​ທຣິກ ໃນ​ພຣີ​ເມ່ຍ​ລີກ
ເວລາອອກຂ່າວ: 2022-09-21 09:53:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ຊອນ​ເຮືອງ​ມິນ ສູນ​ໜ້າ​ທີມ​ຊາດ ສ ເກົາຫຼີ ສວມ​ບົດບາດ​ພະ​ເອກ​ເປັນ Super Sub ຫຼື ຍອດ​ຕົວ​ສຳຮອງ ລົງ​ມາ​ຍິງ​ແຮັດ​ທຣິກ​ໃຫ້​ຕົ້ນ​ສັງກັດ ທັອດ​ແນ່ມ ຮັອດ​ສະ​ເປີ ເປີດ​ສະໜາມ ຊະນະ ເລັສ​ເຕີ ຊິ​ຕີ້ 6-2 ປະຕູ ເກມ​ພຣີ​ເມ່ຍ​ລີກ ນັດ​ທີ 7 ໃນ​ວັນ​ທີ 17 ກັນຍາ ຜ່ານ​ມາ. ຊອນ​ເຮືອງ​ມິນ ລົງ​ມາ​ແທນ ຣິ​ຊາລີ​ຊອນ ໃນ​ນາທີ 59 ໃນ​ຂະນະ​ທີ່ ສະ​ເປີ ນຳ ເລັສ​ເຕີ 3-2 ປະຕູ​ແລະ ກຳລັງ​ເປີດ​ເກມ​ແລກ​ກັນ​ຢ່າງ​ດຸເດືອດ​ລະ​ທຶກ​ໃຈ ເຊິ່ງ ສະ​ເປີ ເກືອບ​ເສຍ​ປະຕູ​ຕີ​ສະເໝີ​ຫຼາຍ​ຈັງຫວະ ແຕ່​ໄດ້​ປະຕູ​ສຳຄັນ​ໜີ​ຫ່າງ​ເປັນ 4-2 ປະຕູ, 5-2 ປະຕູ ແລະ 6-2 ປະຕູ ຈາກ​ຊອນ​ເຮືອງ​ມິນ ໃນ​ນາທີ 73, 84, 86 ຊ່ວຍ​ສະ​ເປີ ຊະນະ ເລັສ​ເຕີ ແບບ​ສຸດ​ມັນ 6-2 ປະຕູ. ຊອນ​ເຮືອງ​ມິນ ອາຍຸ 30 ປີ ສ້າງ​ປະຫວັດສາດ​ເປັນ​ນັກ​ເຕະ​ຕົວ​ສຳຮອງ ສະ​ເປີ ຄົນ​ທຳ​ອິດ ລົງ​ມາ​ຍິງ​ແຮັດ​ທຣິກ ໃນ​ພຣີ​ເມ່ຍ​ລີກ ເຊິ່ງ​ເປັນ​ຜົນງານ​ທີ່​ສຳຄັນ​ຫຼາຍ ຕໍ່​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ຂອງ​ຫົວໜ້າ​ທີມ​ຊາດ ສ ເກົາຫຼີ ເພາະ 8 ນັດ​ກ່ອນ​ນີ້ ລວມ​ທຸກ​ລາຍການ ຍິງ​ປະຕູ​ບໍ່​ໄດ້​ເລີຍ​ໃນ​ລະດູ​ການ​ນີ້ ເຊິ່ງ​ແຕກ​ຕ່າງ​ຈາກ​ລະດູ​ການ​ຜ່ານ​ມາ ຊອນ​ເຮືອງ​ມິນ ເປັນ​ດາວ​ຍິງ​ສູງ​ສຸດ​ຂອງ ພຣີ​ເມ່ຍ​ລີກ ຮ່ວມ​ກັບ ໂມ​ຮາ​ເໝັດ ຊາ​ລາ ຂອງ​ລີ​ເວີ​ພູ ລວມ 23 ປະຕູ. ສະ​ເປີ ຊະນະ ເລັສ​ເຕີ 4 ນັດ​ລວດ ຫຍັບ​ຂຶ້ນ​ມາ​ຢູ່​ອັນ​ດັບ​ທີ 2 ມີ 17 ຄະແນນ​ຈາກ 7 ນັດ ເທົ່າ​ກັບ ແມນ​ຊິ​ຕີ້ ແຊ້ມ​ເກົ່າ ແຕ່​ປະຕູ​ໄດ້​ເສຍ ສະ​ເປີ ໜ້ອຍ​ກວ່າ ແມນຊິ​ຕີ້ 6 ໜ່ວຍ, ຂະນະ​ທີ່ ເລັສ​ເຕີ ເສຍ​ເປັນ​ນັດ​ທີ 6 ຕິດຕໍ່​ກັນ​ໃນ ພຣີ​ເມ່ຍ​ລີກ ລະດູ​ການ​ນີ້ ມີ​ພຽງ 1 ຄະແນນ​ຈາກ 7 ນັດ, ນັດ​ຕໍ່​ໄປ ສະ​ເປີ ຈະ​ໄປ​ຢາມ ອາ​ເຊ​ນອນ ໃນ​ວັນ​ທີ 1 ຕຸລາ​ນີ້ ຫຼັງ​ເກມ​ທີມ​ຊາດ, ສ່ວນ ເລັສ​ເຕີ ຈະ​ເປີດ​ສະໜາມ​ພົບ​ກັບ ນ້ອງໃໝ່ ນັອດ​ຕິ້ງ​ແຮມ ຟໍ​ເຣັດ ວັນ​ທີ 3 ຕຸລາ 2022.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ