ຊາວໜຸ່ມນຳໜ້າໃນກອງຮ້ອຍທະຫານຊາຍແດນ 151
ເວລາອອກຂ່າວ: 2022-09-20 09:15:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:
ເມື່ອເວົ້າເຖິງສະມາຊິກຊາວໜຸ່ມທີ່ດີເດັ່ນ, ດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ເປັນເຈົ້າການປະຕິບັດມະຕິ ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ ຢູ່ກອງຮ້ອຍທະ ຫານຊາຍແດນ 151 ທະຫານແຂວງໄຊຍະບູລີ ໃຜໆກໍຍົກໃຫ້ ສະຫາຍ ສິບເອກ ຄຳເສີຍ ຈັນສະໝອນ ແມ່ນໜຶ່ງໃນສະມາຊິກຊາວໜຸ່ມທີ່ຢືນຢູ່ແຖວໜ້າໃນຂະບວນການດັ່ງກ່າວ.
ສະຫາຍ ສິບເອກ ຄຳເສີຍ ເປັນລູກຮັກຫຼານແພງຂອງຊາວບ້ານຫ້ວຍຄູນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ເມື່ອສະຫາຍຮຽນ ຈົບຊັ້ນມັດທະຍົມຕອນປາຍແລ້ວ ສະຫາຍ ກໍໄດ້ອຳລາພໍ່ແມ່, ອ້າຍເອື້ອຍນ້ອງທີ່ແສນຮັກຂອງຕົນສະໝັກເຂົ້າສູ່ຄອບຄົວໃຫຍ່ຂອງກອງທັບປະຊາຊົນລາວໃນວັນທີ 23 ຕຸລາ 2013 ເຊິ່ງໄດ້ເຂົ້າສັງກັດຢູ່ ກອງຮ້ອຍທະຫານຊາຍແດນ 151 ທະຫານແຂວງໄຊຍະບູລີ. ຕະຫຼອດໄລຍະເວລາແຫ່ງການດຳລົງຊີວິດໃນກົມກອງ ສະຫາຍໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະ ປະກອບສ່ວນເຫື່ອແຮງກຳລັງແຮງກາຍເຂົ້າຮ່ວມຂະບວນການຕ່າງໆຢ່າງຮອບດ້ານ ບໍ່ວ່າຈະເປັນຂະບວນການອອກແຮງງານລວມ, ການເພີ່ມພູນຜະລິດຜົນ, ຂະບວນການເຝິກແອບຮ່ຳຮຽນ ແລະ ຂະບວນການດ້ານຕ່າງໆຂອງອົງການຈັດຕັ້ງຊາວໜຸ່ມ ສະຫາຍເຮັດໄດ້ດີ ແລະ ເປັນບຸກຄົນທີ່ຫ້າວຫັນກວ່າໝູ່. ສະຫາຍ ສິບເອກ ຄຳເສີຍ ຈັນສະໝອນ ເປັນຄົນອັດຕະຍາໄສດີ ມີຄວາມສາ ມັກຄີຮັກແພງກັບໝູ່ເພື່ອນພາຍໃນກົມກອງ ແລະ ພາຍນອກ, ເປັນຄົນປະຢັດບໍ່ຫຼິ້ນກິນຟຸມເຟືອຍ. ນອກນັ້ນ, ຍັງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເປັນຕົ້ນແມ່ນການປະຕິບັດລະບອບລະ ບຽບແບບແຜນ, ຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ພ້ອມນັ້ນ ຍັງໄດ້ນຳໃຊ້ເວລາວ່າງພາຍຫຼັງເລີກການຕອນແລງ ຫຼື ຕອນເຊົ້າຈະເຫັນສະຫາຍກົ້ມໆເງີຍໆຢູ່ກັບສ່ວນຄົວ ແລະ ສັດລ້ຽງຂອງຕົນເອງ ເຊິ່ງສະແດງອອກໃນ 8 ເດືອນປີ 2022 ນີ້ ສະຫາຍສາມາດປູກພືດຜັກຊະນິດຕ່າງໆເຊັ່ນ: ປູກໝາກເຜັດ ຈຳນວນ 50 ຂຸມເກັບກູ້ໄດ້ 40 ກິໂລກຣາມ, ຂາຍເຂົ້າເຮືອນຄົວລວມ ເປັນເງິນ 280.000 ກີບ, ປູກຜັກກາດ 30 ໜານເກັບກູ້ໄດ້ 150 ກິໂລກຣາມ ຂາຍເຂົ້າເຮືອນຄົວລວມເປັນເງິນ 750.000 ກີບ, ລ້ຽງເປັດ-ໄກ່ຈຳນວນ 50 ກວ່າໂຕ ຂາຍເຂົ້າເຮືອນຄົວລວມ 25 ກິໂລກຣາມ ເປັນເງິນ 1.250.000 ກີບ ແລະ ຂາຍອອກທາງນອກ 20 ກິໂລກຣາມເປັນເງິນ 900.000 ກີບ, ລ້ຽງປາ ຂາຍເຂົ້າເຮືອນຄົວລວມເປັນເງິນ 920.000 ກີບ ແລະຂາຍອອກທາງນອກຈຳນວນໜຶ່ງ, ສັງລວມແລ້ວໃນ 8 ເດືອນຜ່ານມານີ້ ສະຫາຍສາມາດສ້າງລາຍຮັບໄດ້ 4.000.000 ກີບ.
ຈາກຜົນງານທີ່ສະຫາຍສ້າງ ມາໄດ້ນັ້ນ, ການຈັດຕັ້ງກົມກອງຈຶ່ງຍ້ອງຍໍສັນລະເສີນ ແລະ ຍົກໃຫ້ ສະຫາຍ ສິບເອກ ຄຳເສີຍ ຈັນສະໝອນ ເປັນບຸກຄົນດີເດັ່ນ ແລະ ເປັນແບບຢ່າງທີ່ດີພະນັກງານ-ນັກຮົບພາຍໃນກົມກອງ.
ໂດຍ: ສົມຈີນ ສິນຕາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ