ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງ​ພະລາທິການ ທະຫານ​ແຂວງ​ສະຫວັນ​ນະ​ເຂດ ສ້າງ​ລາຍ​ຮັບ​ໄດ້ 900 ລ້ານ​ກວ່າ​ກີບ
ເວລາອອກຂ່າວ: 2022-09-20 09:13:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ວຽກ​ງານ​ຮັບປະກັນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນາຍ ແລະ ພົນທະຫານ ໃນ​ຖັນ​ແຖວ​ກອງທັບ​ແມ່ນ​ວຽກ​ງານ​ທີ່​ສຳຄັນ ເຊິ່ງ​ນອນ​ຢູ່​ໃນ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ໃນ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ ຫວັນ​ນະ​ເຂດ ກໍ​ແມ່ນ​ກົມ​ກອງ​ໜຶ່ງ ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ເອົາໃຈໃສ່​ຊີ້​ນຳ ແລະ ຊຸກຍູ້​ບັນດາ​ກົມ​ກອງ​ໃຫ້​ເອົາໃຈໃສ່​ຕໍ່​ວຽກ​ງານ​ສ້າງ​ເສດຖະກິດ, ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ບົນ​ພື້ນຖານ​ໂຄສະນາ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ຕໍ່​ພະນັກງານ-ນັກຮົບ ໃຫ້​ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຫັນ​ໄດ້​ຄວາມ​ໝາຍ​, ຄວາມ​ສຳຄັນ​ວຽກ​ງານ​ສ້າງ​ພະລາທິການ​ກັບ​ທີ່ ດ້ວຍ​ການ​ໝູນ​ໃຊ້​ທ່າແຮງ​ບົ່ມ​ຊ້ອມ​ຂອງ​ກົມ​ກອງ ເຂົ້າ​ໃນ​ການ ເພີ່ມ​ພູມ​ຜະລິດຜົນ​ປູກຝັງ-ລ້ຽງ ສັດ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ມີ​ຜົນສຳເລັດ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ. ສະຫາຍ ພັນ​ເອກ ວັນ​ທອງ ບຸດ​ສະ​ດາ ຮອງ​ຫົວໜ້າກອງ​ບັນ ຊາ​ການ, ຫົວໜ້າ​ຫ້ອງ​ພະລາທິ ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ, ກໍ​ຄື​ປັດຈຸບັນ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ເປັນ​ປົກກະຕິ ຕາມ​ທິດ​ນຳ: ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໃນ​ນີ້ ໄດ້​ສຸມ​ໃສ່​ການ​ປູກ​ພືດ​ຜັກ​ສວນ​ຄົວ​ເປັນ​ສ່ວນ​ຫຼາຍສາມາດ​ເກັບ​ກູ້​ໄດ້ 38.800 ກິ​ໂລກຣາມ, ປູກ​ໄມ້​ໃຫ້​ໝາກ 1.528 ຕົ້ນ, ໄມ້​ອຸດສາຫະກຳ 6.046 ຕົ້ນ, ປູກ​ກ້ວຍ​ເກັບ​ກູ້​ໄດ້ 22 ໂຕນ, ລ້ຽງ​ຄວາຍ 17 ໂຕ, ງົວ 466 ໂຕ, ແບ້ 271 ໂຕ, ໝູ 140 ໂຕ, ເປັດ 335 ໂຕ, ໄກ່ລາດ 1.980 ໂຕ, ໄກ່​ພັນ​ໄຂ່ 1.130 ໂຕ, ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ເພີ່ມ​ພູມ​ຜະລິດຜົນ​ປູກຝັງ-ລ້ຽງສັດ, ແຫຼ່ງ​ລາຍ​ຮັບ​ອື່ນໆ​ໄດ້ 900 ລ້ານ​ກວ່າ​ກີບ. ໄປ​ຄຽງ​ຄູ່​ກັນ​ນີ້, ກົມ​ກອງ​ຍັງ​ໄດ້​ເອົາໃຈໃສ່​ໃນ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ, ປົວລະບັດ​ຜັດ​ເຊັດ​ພາຫະນະ​ຮັບ​ໃຊ້​ທີ່​ຂັ້ນ​ເທິງ​ປະກອບ ຖືກຕ້ອງ​ຕາມ​ຫຼັກການ ​ວິຊາ​ສະເພາະ​ຢ່າງ​ເຂັ້ມ​ງວດ, ຮັບ ປະກັນ​ວຽກ​ງານ​ການເຄື່ອນໄຫວ​ອົບຮົມ​-ຫັດ​ແອບ, ການ​ກຽມ ພ້ອມ​ສູ້​ຮົບ ແລະ ວຽກ​ງານ​ບໍລິ ຫານ. ຮັບປະກັນ​ດ້ານ​ນ້ຳມັນ​ເຊື້ອ​ໄຟ, ພາຫະນະ​ຮັບ​ໃຊ້, ຢາ​ປົວ​ ພະຍາດ, ດ້ານ​ເຂົ້າ​ກິນ​ຮັບປະກັນ​ໄດ້​ຢ່າງ​ຄົບ​ຖ້ວນ​ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ, ຮັບປະ ກັນ​ດ້ານ​ຊີ້ນ​ກິນ-ຜັກ​ກິນ 85%, ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ ມີ​ເຮືອນຄົວ​ລວມ 109 ຫຼັງ, ຈັດ​ຕັ້ງ​ກິນ​ເຂົ້າ​ລວມ​ໝູ່ 2.316 ສະຫາຍ ຮັບປະກັນ​ໃຫ້​ອ້າຍ​ນ້ອງ​ໄດ້​ກິນ​ເຂົ້າ​ມື້ໜຶ່ງ 3 ຄາບ​ຕໍ່​ວັນ, ມີ​ອາຫານ 3 ເຢື່ອງ​ຂຶ້ນ​ໄປ​ຢ່າງ​ເປັນ​ປົກກະຕິ ໂດຍ​ມີ​ເອື້ອຍ​ລ້ຽງ​ຫຸງ​ຕົ້ມ​ປຸງ​ແຕ່ງ​ຖືກຕ້ອງ​ຕາມ​ການ​ຫຼັກ​ອະນາໄມ. ສະຫາຍ ພັນ​ເອກ ວັນ​ທອງ ບຸດ​ສະ​ດາ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ນີ້, ຈະ​ສືບຕໍ່​ຊຸກຍູ້​ພະນັກ ງານ​ວິຊາ​ສະເພາະ​ທີ່​ກ່ຽວຂ້ອງ ເປັນ​ເຈົ້າ​ການ​ປະຕິບັດ​ທິດ​ທາງ​ ແຜນການ​ວຽກ​ງານ​ພະລາທິ ການ, ວຽກ​ງານ​ພັດທະນາ-ປັບ ປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຜົນສຳ ເລັດ ຕາມ​ທິດ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ແນໃສ່​ເຮັດ​ໃຫ້​ນາຍ ແລະ ພົນທະຫານ ມີ​ຊີ​ວິການ​ເປັນ​ຢູ່​ດີ​ຂຶ້ນ​ເລື້ອຍໆ. ​ໂດຍ: ຄຳ​ໃໝ່ ສັງ​​ທອງ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ