ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 101 ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2022-09-20 09:00:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນຕົ້ນເດືອນ ກັນຍາ 2022 ນີ້, ກອງພັນໃຫຍ່ 101 ກອງພົນ ທີ 1 ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກການເມືອງ ກອງ ພັນໃຫຍ່ 101 ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍມີ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່101, ມີຄະນະພັກ-ຄະນະບັນຊາ ພະແນກການ, ຕະ ຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳມະນີ ທິບພະວົງ ຮອງຫົວໜ້າການ ເມືອງ ກອງພັນໃຫຍ່ 101 ເຊິ່ງ ເປັນຫົວໜ້າພະແນກການເມືອງ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບຕີລາຄາ ການເຄື່ອນໄຫວນຳພາ-ຊີ້ນຳ ວຽກງານຮອບດ້ານຂອງພະ ແນກການເມືອງ ໃນໄລຍະຜ່ານ ມາ ແລະ ທິດທາງແຜນການ ຄາດໝາຍສູ້ຊົນໃນຕໍ່ໜ້າຍົກໃຫ້ ເຫັນຜົນສຳເລັດໃນຫຼາຍດ້ານ ທີ່ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ພາຍໃນພະ ແນກ ໄດ້ພ້ອມກັນຈັດຕັ້ງປະຕິບັດ ສູ້ຊົນ ເຮັດສຳເລັດໜ້າທີ່ຕາມພາ ລະບົດບາດ ເຊິ່ງສາມາດຮັບປະ ກັນ ແລະ ເປັນເສນາທິການທາງ ດ້ານວຽກງານພັກ, ວຽກງານ ການເມືອງ ໃຫ້ແກ່ຄະນະພັກຂັ້ນ ເທິງຢ່າງມີປະສິດທິຜົນສູງ ແລະ ບັນລຸໄດ້ຕາມລະດັບຄາດໝາຍ ທີ່ວາງໄວ້ເປັນຢ່າງດີ. ຈາກນັ້ນ, ໄດ້ເຊັນບົດບັນທຶກການມອບ- ຮັບໜ້າທີ່ຫົວໜ້າພະເເນກການ ເມືອງ ກອງພັນໃຫຍ່ 101 ລະ ຫວ່າງ ສະຫາຍ ພັນໂທ ຄຳມະນີ ທີບພະວົງ ຜູ້ເກົ່າ ແລະ ສະຫາຍ ພັນຕີ ລັດດາວັນ ທອງສະຫວັນ ຫົວໜ້າພະແນກການເມືອງ ຜູ້ໃໝ່. ໂອກາດນີ້, ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ໄດ້ເນັ້ນໜັກໃຫ້ ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ຕ້ອງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຕໍ່ອຸດົມ ການສັງຄົມນິຍົມ, ຍົກສູງລະດັບ ທິດສະດີ, ເພີ່ມທະວີຄວາມສາ ມາດຄຸ້ມຄອງນຳພາ-ຊີ້ນຳ ພະນັກ ງານ-ນັກຮົບ ບົນຈິດໃຈບຸກທະລຸ ເພື່ອເປັນເສນາທິການໃຫ້ຄະນະ ກອງພັນໃຫຍ່, ສືບຕໍ່ປັບປຸງຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງໃຫ້ມີຄວາມໜັກແໜ້ນ ເຂັ້ມ ແຂງ, ປັບປຸງແບບແຜນວິທີນຳ ພາ-ບັນຊາ ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ນຳພາ ເປັນໝູ່ຄະນະມອບໝາຍບຸກຄົນ ຮັບຜິດຊອບ, ເສີມຂະຫຍາຍສາຍ ພົວພັນການຈັດຕັ້ງຂັ້ນເທິງ, ຂັ້ນ ລຸ່ມປັບປຸງແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງກັບພາລະບົດບາດສິດ ແລະ ໜ້າທີ່ຂອງວຽກງານທີ່ໄດ້ຮັບມອບໝາຍ. ໂດຍ: ອົ້ນ ລໍພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ