ວິທະຍາຄານ ກົມມະດຳ ເປີດກອງປະຊຸມຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ
ເວລາອອກຂ່າວ: 2022-09-20 08:59:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ:
ວັນທີ 14 ກັນຍາ 2022 ນີ້, ວິທະຍາຄານ ກົມມະດຳ ເປີດກອງປະຊຸມຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິ ລາ, ໂດຍການເປັນປະທານຂອງ
ສະຫາຍ ພັນເອກ ບົວໄລ ສີລັກສາ
ຫົວໜ້າການທະຫານ ວິທະຍາ
ຄານ ກົມມະດຳ, ມີຄະນະຫ້ອງ, ກອງພັນ, ຄະນະວິຊາຄູ ເຂົ້າຮ່ວມ.
ສະຫາຍ ພັນໂທ ພອນສະຫວັນ ສີບຸນເຮືອງ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານ ກົມມະດຳ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງສຶກສາທິການ ແລະ ກິ
ລາ ວ່າດ້ວຍ ມາດຖານຫຼັກສູດ
ແຫ່ງຊາດ ລະດັບປະລິນຍາຕີ
(ສະບັບປັບປຸງ) ໂດຍສະຫາຍໄດ້ອະທິບາຍ ແລະ ຊີ້ແຈ້ງແຕ່ລະ
ໝວດ, ແຕ່ລະມາດຕາຢ່າງລະ
ອຽດໃຫ້ຜູ້ທີ່ເຂົ້າຮ່ວມກອງປະ
ຊຸມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຫຼັກ
ສູດແຫ່ງຊາດລະດັບປະລິນຍາຕີ
(ສະບັບປັບປຸງ) ເພື່ອຈະໄດ້ພ້ອມກັນຄົ້ນຄວ້ານຳໄປຈັດຕັ້ງ
ປະຕິບັດຕົວຈິງ ເພື່ອເປັນການພັດ
ທະນາຍົກລະດັບໂຄງການຫຼັກ ສູດການຮຽນ-ການສອນຢູ່ວິທະ ຍາຄານ ກົມມະດຳ ໃຫ້ນັບມື້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.
ທັງນີ້, ກໍເພື່ອເປັນການກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອເປັນບ່ອນອີງໃຫ້ແກ່ສະຖາບັນສຶກສາຊັ້ນສູງໃນການສ້າງ, ປັບປຸງ ແລະ ຄຸ້ມຄອງຫຼັກສູດລະດັບປະລິນຍາຕີໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ບົວໄລ ສີລັກສາ ໄດ້ໂອ້
ລົມເນັ້ນໜັກເຖິງຄະນະວິຊາຄູ
ຈົ່ງພ້ອມກັນເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດຕາມຫຼັກການ,
ລະບຽບການ, ມາດຕະການຂອງ ກະຊວງສຶກສາທິການ ແລະ ກິ ລາ ວາງອອກ ແລະ ໃຫ້ທ່ວງທັນກັບການກຳນົດເວລາທີ່ວາງ
ໄວ້ ແລະ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ, ຕ້ອງໄດ້ ເປັນເຈົ້າການໃນການປະຕິບັດຕາມລະບຽບແບບແຜນ, ຫຼັກການຂອງກະຊວງສຶກສາທິການ ແລະ ກິລາວາງອອກ ໃຫ້ປະກົດຜົນເປັນຈິງ.
ໂດຍ: ເຟື້ອຍ ສາຍຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ