ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ-ຫວຽດນາມ​ເຂົ້າ​ວາງ​ພວງມາລາ ຢູ່​ອະນຸສາວະລີ ຮ່ວມ​ສຳພັນ​ສູ້​ຮົບ​ລາວ-ຫວຽດນາມ
ເວລາອອກຂ່າວ: 2022-09-19 08:47:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:



ໃນ​ວັນ​ທີ 16 ກັນຍາ 2022 ນີ້, ສະຫາຍ ພົນ​ເອກ ຈັນ​ສະ​ໜອນ ຈັນ​ຍາ​ລາດ ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ ​ກະ ຊວງ​ປ້ອງ​ກັນ​ປະເທດ ແລະ ສະ ຫາຍ ພົນ​ເອກ ຟານ​ວັນ​ຢາງ ລັດ ຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ ເທດ​ຫວຽດນາມ ພ້ອມ​ດ້ວຍ​ຄະ ນະ ໄດ້​ພ້ອມ​ກັນ​ເຂົ້າ​ວາງ​ພວງ ມາລາ ຢູ່​ອະນຸສາວະລີ ຮ່ວມສຳ ພັນ​ສູ້​ຮົບ​ ລາວ-ຫວຽດນາມ, ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ​ເຮັດ​ວຽກ​ຢູ່​ແຂວງ​ຊຽງ​ຂວາງ. ການ​ວາງ​ພວງມາລາ​ຢູ່​ອະນຸ ສາວະລີ ຮ່ວມ​ສຳພັນ​ສູ້​ຮົບ​ລາວ-ຫວຽດນາມ ໃນ​ຄັ້ງ​ນີ້ ກໍເພື່ອເປັນ​ການສະແດງຄວາມເຄົາລົບຮັກ, ຄວາມ​ກະຕັນຍູ​ຮູ້ບຸນຄຸນ ຢ່າງ​ລົ້ນ​ເຫຼືອ​ເຖິງ​ຄຸນງາມຄວາມ ດີ, ນ້ຳໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ແລະ ບໍ່​ຍອມ​ຈຳນົນ​ຂອງ​ບັນ​ພະ​ບູ​ລຸດ​ລາວ ກໍ​ຄື​ບັນດາ​ນັກຮົບປະ ຕິວັດ​ສອງ​ຊາດ​ລາວ​ແລະ​ຫວຽດ ນາມ, ທີ່​ໄດ້​ເສຍສະຫຼະ​ຊີວິດ, ເລືອດ​ເນື້ອ ເພື່ອ​ພາລະກິດ​ປະຕິ ວັດ ຢ່າງ​ອົງອາດ​ກ້າຫານຕໍ່ສູ້​ຄຽງ​ບ່າ​ຄຽງ​ໄລ່​ຕ້ານ​ສັດຕູ​ຕົວ​ດຽວ​ກັນ ອັນ​ລະ​ອິດ​ລະ​ອ້ຽວ ຍືດ​ເຍື້ອ​ຍາວ​ນານ ພາຍ​ໃຕ້​ການຊີ້​ນຳ-ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ​ພັກ​ກອມ​ມູ​ນິດ​ຫວຽດນາມ ຈົນ​ສາມາດ​ກອບ​ກູ້​ເອົາ​ເອກະລາດ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ມາສູ່​ປະຊາຊົນ​ລາວ ​ບັນດາເຜົ່າ ໃຫ້​ມີ​ຄວາມຈະເລີນ ​ຮຸ່ງເຮືອງ​ສີວິໄລ​ເປັນ​ກ້າວໆ ແລະ ປະກາດ​ເອກະລາດ ສະຖາປະ ນາ ເປັນ​ສາທາລະນະ​ລັດ ປະຊາ ທິປະໄຕ​ປະຊາຊົນ​ລາວ ຈົນ​ຮອດ​ປັດຈຸບັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ