ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ບຸນ​ຍັງ ວໍລະ​ຈິດ ຕ້ອນຮັບ ສະຫາຍ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ວຽດນາມ
ເວລາອອກຂ່າວ: 2022-09-19 08:46:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ໃນ​ວັນ​ທີ 15 ກັນຍາ 2022 ນີ້, ສະຫາຍ ບຸນ​ຍັງ ວໍລະ​ຈິດ ອະດີດ​ປະທານ​ປະເທດ ແຫ່ງ ​ສປປ ລາວ ຕ້ອນຮັບ ສະຫາຍ ພົນ​ເອກ ຟານ​ວັນ​ຢາງ ກຳມະການ​ກົມ​ການເມືອງ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ຢ່າງ​ເປັນ​ທາງ​ການ. ໂອກາດ​ດັ່ງກ່າວ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີລາ ຄາ​ສູງຕໍ່​ການ​ເດີນທາງມາຢ້ຽມ ຢາມ ​ສປປ ລາວ ຂອງ​ສະຫາຍ ພົນ​ເອກ ຟານ​ວັນ​ຢາງ ພ້ອມ​ດ້ວຍ ​ຄະນະ ເຊິ່ງ​ເປັນການປະກອບ ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດ ຕະພາບ, ເຊິ່ງ​ໃນ​ພາມ​ກາງ​ທີ່​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ພວມ​ສະເຫຼີມສະຫຼອງ 60 ປີ ແຫ່ງ​ວັນ ສ້າງຕັ້ງ​ການ​ພົວ ພັນ​ທາງ​ການ ທູດ (5 ກັນຍາ 1962-5 ກັນຍາ 2022) ຄົບ ຮອບ 45 ປີ ວັນ​ສົນທິ​ສັນຍາມິດ ຕະພາບ ແລະ ການຮ່ວມ​ມື ລາວ- ຫວຽດນາມ (18 ກໍລະກົດ 1977-18 ກໍລະກົດ 2022) ຢ່າງ​ເປັນ​ຂະ​ບວນ​ການ​ພົດ​ຟື້ນ. ເຊິ່ງ​ການ​ເດີນທາງ​ມາ​ເຮັດ​ໃນຄັ້ງ ນີ້​ມັນ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະຊາ ຊົນ​ສອງ​ຊາດ ລາວ-ຫວຽດນາມ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ການ​ຮ່ວມ​ຂອງ​ສອງ​ກອງທັບ ປະ ຊາຊົນ ລາວ-ຫວຽດນາມ ໃຫ້​ໄດ້​ຮັບ​ການ​ພັດທະນາ ແລະ ສືບຕໍ່​ໃຫ້ ການ​ສະໜັບສະໜູນ​ຊ່ວຍເຫຼືອ ເຊິ່ງ​ກັນ​ລະ​ກັນ​ໃນ​ອະນາຄົດ ແລະ ຍາວ​ນານ. ສະຫາຍ ພົນ​ເອກ ຟານ​ວັນ​ ຢາງ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ​ຕໍ່ ສະຫາຍ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ໃຫ້ການ ຕ້ອນຮັບ​ອັນ​ສະໜິດສະໜົມ, ອັນ​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ໄມ​ຕິ​ຈິດ​ມິດຕະພາບ​ແບບດູດດື່ມ ແລະ ມີ​ມູນເຊື້ອ​ແບບ​ພິເສດ ລາວ- ຫວຽດນາມ. ພ້ອມ​ດຽວ​ກັນ​ນີ້​ກໍ ໄດ້​ອວຍພອນ​ໄຊ​ອັນ​ປະເສີດໃຫ້ ອະດີດ​ປະ​​​ທານ​ປະເທດ ​ຈົ່ງມີສຸຂະ ພາບ​ແຂງແຮງ ມີ​ພາລາໄມສົມ ບູນ ແລະ ຂໍ​ເຊື້ອ​ເຊີນ​ສະຫາຍໄປ​ຢ້ຽມຢາມ ແລະ ທ່ຽວ​ຊົມຄວາມ​ ສວຍ​ງາມ​ທາງດ້ານ​ວັດທະນະ ທຳ ແລະ ທຳ​ມະ​ຊາດ​ຂອງ ​ສສ ຫວຽດນາມ. ຂ່າວ​ຍັງ​ໃຫ້​ຮູ້​ຕຶ່ມ​ອີ​ກວ່າ: ໂອກາດ​ດຽວ​ກັນ​ນີ້, ​ສະຫາຍ ຟານ​ວັນ​ຢາງ ຍັງ​ໄດ້​ເດີນທາງ​ໄປ​ຕິດຕາມ​ກວດກາ ໂຄງການ​ກໍ່ສ້າງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ ກອງທັບ​ປະຊາຊົນລາວ ທີ່​ກະຊວງ​ປ້ອງ​ກັນ​ປະເທດຫວຽດ ນາມ ໃຫ້ການ​ຊ່ວຍເຫຼືອ ພ້ອມ​ນີ້​ກໍ​ໄດ້​ເດີນທາງ​ໄປ​ຢ້ຽມ​ຍາມ ບໍລິສັດ​ລັດ​ວິ​ສາ​ຫະ​ກິດ​ສະ​ຕາ​ໂທລະຄົມ​ຕື່ມ​ອີກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ