ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານສ້ອມແປງລົດ-ເຮືອ ຈັດຕັ້ງຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2019-02-11 10:15:17 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ທ້າຍເດືອນ ມັງກອນ 2019 ຜ່ານມານີ້, ໂຮງງານສ້ອມແປງ ລົດ-ເຮືອ, ຈັດຕັ້ງພິທີຍ້ອງຍໍຜົນ ງານ 5 ປີ ໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ພັນເອກ ບຸນຖອງ ພົມມະໄຊ, ຄະນະ ພັກອົງການກົມໃຫຍ່ ຫົວໜ້າ ກົມເຕັກນິກເຫຼົ່າຮົບ, ມີຄະນະພັກ- ຄະນະບັນຊາຈາກກົມກອງອ້ອມ ຂ້າງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ. ໃນນີ້ໄດ້ປະດັບຫຼຽນໄຊພິລາດ ອາດຫານຊັ້ນ II ໃຫ້ແກ່ບຸກຄົນ 5 ສະຫາຍ, ຫຼຽນໄຊພິລາດອາດ ຫານຊັ້ນ III 1 ສະຫາຍ, ຫຼຽນ ໄຊແຮງງານຊັ້ນ II ໃຫ້ແກ່ບຸກ ຄົນ 4 ສະຫາຍ, ຫຼຽນໄຊແຮງ ງານຊັ້ນ III 22 ສະຫາຍ, ໃບ ຍ້ອງຍໍລັດຖະບານ 8 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະ ເທດ 3 ສະຫາຍ, ໃບຍ້ອງຍໍກົມ ໃຫຍ່ການເມືອງກອງທັບ 9 ສະ ຫາຍ. ໃນໂອກາດດັ່ງກ່າວພັນເອກ ບຸນຖອງ ພົມມະໄຊ ໃຫ້ກຽດ ໂອ້ລົມຕໍ່ຜູ້ທີ່ມີຜົນງານຈົ່ງພ້ອມ ກັນເປັນເຈົ້າການໃນການສ້າງ ວິໄສທັດຕັ້ງໜ້າເສີມຂະຫຍາຍ ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງ ແລະ ຂະແໜງການຂອງຕົນໃຫ້ ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ ໂດຍຖືເອົາຄຸນະພາບການເມືອງ ແນວຄິດເປັນກົກ, ເອົາຄວາມສາ ມາດດ້ານວິຊາສະເພາະເປັນສຳ ຄັນ ພ້ອມກັນເສີມຂະຫຍາຍ, ຫົວ ຄິດປະດິດສ້າງເຂົ້າໃນການປະ ຕິບັດໜ້າທີ່, ມີຄວາມສາມັກຄີເອ ກະພາບພາຍໃນ, ຍົກສູງສະຕິຕໍ່ ການຈັດຕັ້ງລະບຽບວິໄນ, ກົດ ໝາຍຂອງລັດ ແລະ ຂໍ້ກຳນົດ ກົດລະບຽບຂອງກອງທັບ ພ້ອມ ກັນນັ້ນຕ້ອງເອົາໃຈໃສ່ບູລະນະປັບປຸງການຈັດຕັ້ງໃຫ້ໜັກແໜ້ນປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາໃຫ້ເຂົ້າສູ່ຄວາມເປັນລະບຽບ ແລະ ມີຫຼັກການຢ່າງເຂັ້ມງວດ. ໂດຍ:ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ