ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຣຽວ ມາ​ດຣິດ ​ເປີດ​ສະໜາມ ຊະນະ ມາ​ຍໍ​ກາ ເກັບ​ໄຊຊະນະ 5 ນັດ​ລວດ
ເວລາອອກຂ່າວ: 2022-09-14 15:19:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ການ​ແຂ່ງຂັນ ເຕະບານ ​ລາ​ລີ​ກາ ແອັດ​ສະ​ປາຍ ເມື່ອ​ຄືນ​ວັນທີ 11 ກັນຍາ ຜ່ານ​ມາ, ຣຽວ ມາດ​ຣິດ ແຊັມ​ເກົ່າ​ ຍັງ​ສະແດງ​ຄວາມ​ເກັ່ງ​ໄດ້​ດີ​ບໍ່​ເລີກ ພາຍຫຼັງ​ເປີດ​ສະໜາມ ຊານ​ຕິ​ອາ​ໂກ ເບ​ນາ​ເບວ ພົບ​ກັບ ມາ​ຍໍ​ກາ ຊະນະ​ແບບ​ສະບາຍ​ດ້ວຍ ຄະແນນ 4-1 ປະຕູ ເຮັດ​ໃຫ້​ເກັບ​ໄຊຊະນະ​ມາ 5 ນັດ​ລວດ​ຂອງ​ລະດູ​ການ​ນີ້. ໃນ​ເກມ​ນີ້, ມາ​ຍໍ​ກາ ທີມ​ຢາມ​ເຮັດ​ໃຫ້​ແຟນ​ບານ​ເຈົ້າ​ຖິ່ນ​ຕົກໃຈ ດ້ວຍ​ການ​ຂຶ້ນ​ນຳ​ກ່ອນ 1-0 ປະຕູ ຈາກ ​ເວ​ດັດ ມູ​ຣິ​ກີ ໃນ​ນາທີ 35 ແຕ່​ ຣຽວ ມາດ​ຣິດ ເປີດ​ເກມ​ບຸກ​ແລກ​ຫຼາຍ​ຂື້ນ ແລະ ຍິງ​ຄືນ​ບາດ​ດຽວ 4 ປະຕູ ຈາກ ເຟ​ເດ ວັນ​ເວ​ເດ ໃນ​ນາທີ 45+3 ໃນ​ເຄິ່ງ​ເວ​​ລ​າທຳ​ອິດ ຕໍ່​ມາ​ໄດ້​ປະຕູ​ຈາກ ວິ​ນິ​ຊິ​ອຸດ ຈູ​ເນຍ, ໂຣດ​ຣິ​ໂກ ແລະ ອັນໂຕ​ນິ​ໂອ ຣີ​ດິ​ເກີ ຈະ​ບວກ​ເພີ່ມ​ຄົນ​ລະ​ປະຕູ​ໃນ​ນາທີ 72, 89 ແລະ ໄລຍະ​ຕໍ່​ເວລາ​ບາດເຈັບ 90+3 ຊ່ວຍ​ໃຫ້ ຣຽວ ມາດ​ຣີດ ໄດ້​ຊະນະ​ໄປ​ຢ່າງ​ເດັດຂາດ 4-1 ປະຕູ. ສຳລັບ ຣຽວ ມາດ​ຣິດ ຈາກ​ຊະນະ​ໃນ​ນັດ​ນີ້ ເຮັດ​ໃຫ້​ເກັບ​ເພີ່ມ​ມີ 15 ຄະແນນ​ເຕັມ​ຈາກ​ການ​ຊະນະ 5 ນັດ​ລວດ​ນຳ​ເປັນ​ກຸ່ມ​ຕາຕະລາງ​ຄະແນນ​ຕໍ່​ໄປ. ສ່ວນ ມາ​ຍໍ​ກາ ມີ 5 ຄະແນນ ​ຢູ່​ອັນ​ດັບ​ທີ 13.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ