ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈີນ ແລະ ຍີ່ປຸ່ນ ຄອງ​ແຊັມ​ປະເພດ​ທີມ​ຊາຍ-ຍິງ ຢູ-15
ເວລາອອກຂ່າວ: 2022-09-08 10:12:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:



ການ​ແຂ່ງຂັນ​ປິ່ງ​ປ່ອງ​ຊາວ ​ໜຸ່ມ​ຊີງ​ແຊັມ​ອາຊີ ຄັ້ງ​ທີ 26 ທີ່​​ສປປ ລາວ ເປັນ​ເຈົ້າພາບ ທີ່​ສູນ​ການ​ຄ້າ​ໄອ​ເຕັກ ໄດ້​ດຳເນີນ​ມາ​ເປັນ​ມື້​ທີ 5 ນັກ​ກີລາ​ປິ່ງ​ປ່ອງ​ ຊາວ​ໜຸ່ມ​ຈາກ ​ສປ ຈີນ ແລະ ຍີ່ ປຸ່ນ ສອງ​ຊາດ​ລະດັບ​ແຖວໜ້າ ດ້ານ​ກີລາ​ປິ່ງ​ປ່ອງ​ຂອງ​ທະວີບ ອາຊີ ແລະ ໂລກ ສາມາດ​ຄວ້າ​ແຊັມ​ປະເພດ​ທີມ​ຊາຍ ແລະ ທີມ ​ຍິງ ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ (U15) ໄປ​ຄອງ​ໄດ້​ສຳເລັດ ແລະ ນັກ​ກີລາ​ທີ່​ໄດ້​ແຊັມ ແລະ ຮອງ​ແຊັມ ປະເພດ​ດ່ຽວ​ຍິງ-ຊາຍ U15 ແລະ U19 ຈະ​ໄດ້​ສິດ​ເຂົ້າ​ຮ່ວມ​ແຂ່ງຂັນ​ປິ່ງ​ປ່ອງ​ໄວ​ໜຸ່ມ ຊີງ​ແຊັມ​ໂລກ 2022 (World Youth 2022) ພິທີ​ມອບ-ຮັບ​ຫຼຽນ​ຊະນະ​ເລີດ​ໃນ​ຄັ້ງ​ນີ້ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ກັນຍາ 2022 ທີ່​ສູນ​ການ​ຄ້າ​ໄອ​ເຕັກ​ມໍ ຊັ້ນ 7 ນະຄອນຫຼວງ​ວຽງ​ຈັນ, ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ມອບ​ໂດຍ​ ທ່ານ ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ປະທານ​ສະຫະ ພັນ​ກີລາ​ປິ່ງ​ປ່ອງ ແຫ່ງ​ຊາດ​ລາວ, ມີ​ຕາງໜ້າ​ສະຫະພັນ​ປິ່ງ​ປ່ອງ​ອາ ຊີ, ສະຫະພັນ​ປິ່ງ​ປ່ອງ​ແຫ່ງ​ຊາດ​ລາວ, ຄະນະ​ນຳ, ຄູ​ເຝິກ ແລະ ນັກ​ກີລາທີ່​ໄດ້​ຮັບ​ຫຼຽນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ກ່ອນ​ຈະ​ມີ​ພິທີ​ມອບ-ຮັບ​ຫຼຽນ​ຢ່າງ​ເປັນ​ທາງ​ການ ກໍ​ໄດ້​ມີ​ການ​ແຂ່ງຂັນ​ປິ່ງ​ປ່ອງ​ປະເພດ​ທີມ​ຊາຍ​ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ ລະຫວ່າງ ​ສປ ຈີນ ແຊັມ​ເກົ່າ ພົບ​ກັບ​ໃຕ້​ຫວັນ​ຂອງ​ຈີນ. ຜ່ານ​ການ​ແຂ່ງຂັນ​ຜົນ​ປະກົດ​ວ່າ ​ສປ ຈີນ ແຊັມ​ເກົ່າ​ທີ່​ຫຼິ້ນ​ໄດ້​ດີ​ກວ່າ​ຢ່າງ​ຊັດ​ເຈນ​ເອົາ​ຊະນະ​ທີມ​ໃຕ້​ຫວັນ​ຂອງ​ຈີນ 3-0 ຄູ່ ປ້ອງ​ກັນ​ແຊັມ​ໄດ້​ສຳເລັດ ແລະ ເປັນ​ແຊັມ​ສະໄໝ​ທີ 4 ຕິດຕໍ່​ກັນ ຂະນະ​ທີ່ ອັນ​ດັບ​ທີ 3 ຮ່ວມ​ຕົກ​ເປັນ​ຂອງ ຍີ່ປຸ່ນ ແລະ ອີ​ຣານ. ສ່ວນ​ຮອບ​ຊີງ​ຊະນະ​ເລີດ​ປະເພດ​ທີມ​ຍິງ​ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ ຍີ່ປຸ່ນ​ເອົາ​ຊະນະ​ໃຕ້​ຫວັນ​ຂອງ​ຈີນ 3-0 ຄູ່ ຄວ້າ​ແຊັມ​ໄປ​ຄອງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 8 ປີ ຕໍ່​ຈາກ​ປີ 2014. ຂະນະ​ທີ່​ອັນ​ດັບ​ທີ 3 ຮ່ວມ​ຕົກ​ເປັນ​ຂອງ ​ສປ ຈີນ ແຊັມ​ເກົ່າ ແລະ ສ ເກົາຫຼີ. ສຳລັບ​ການ​ແຂ່ງຂັນ​ກີລາ​ປິ່ງ​ປ່ອງ​ຊີງ​ແຊັມ​ໄວ​ໜຸ່ມ​ອາຊີ ຄັ້ງ​ທີ 26 ທີ່ ​ສປປ ລາວ ຮັບ​ກຽດ​ເປັນ​ເຈົ້າພາບ ເຊິ່ງ​ເປັນ​ຄັ້ງ​ປະຫວັດສາດ ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 1-6 ກັນຍາ 2022 ໂດຍ​ມີ​ຄະນະ​ນຳ, ຄູເ​ຝິກ ແລະ ນັກ​ກີລາ ຈຳນວນ 240 ຄົນ. ໃນ​ນີ້​ມີ​ນັກ​ກີລາ 165 ຄົນ ທີ່​ມາ​ຈາກ 17 ປະເທດ ແລະ ເຂດ​ແຄວ້ນ​ປະກອບ​ມີ: ບາ​ເຣນ, ບັງ​ກລາ​ເທດ, ​ສປ ຈີນ, ໃຕ້​ຫວັນ​ຂອງ​ຈີນ, ຮົງ​ກົງ​ຂອງ​ຈີນ, ອີ​ຣານ, ອິນ​ເດຍ, ຍີ່ປຸ່ນ, ກາ​ຊັກ​ສະຖານ, ມາ​ເລ​ເຊຍ, ເນ​ປານ, ກາ​ຕາ, ສ ເກົາ ຫຼີ, ສິງກະໂປ, ໄທ ແລະ​ ອຸດສະ​ເບ​ກິ​ດສະຖານ ເຊິ່ງ​ມີ​ການ​ຊີງ​ໄຊ​ທັງ​ໝົດ 11 ລາຍການ ຄື: ລະດັບ​ເຍົາວະ​ຊົນ​ຮຸ່ນ​ອາຍຸ​ບໍ່​ເກີນ 15 ປີ (U15) 4 ລາຍການ ປະເພດ​ດ່ຽວ​ຍິງ-ຊາຍ, ທີມ​ຍິງ-ຊາຍ; ລະດັບ​ໄວ​ໜຸ່ມ​ຮຸ່ນ​ອາຍຸ​ບໍ່​ເກີນ 19 ປີ (U19) ມີ 7 ລາຍການ ປະ ເພດ​ດ່ຽວ​ຍິງ-ຊາຍ, ຄູ່​ຍິງ-ຊາຍ, ຄູ່​ປະສົມ ແລະ ທີມ​ຍິງ-ຊາຍ. ສະເພາະ​ນັກ​ກີລາ​ລາວ​ໄດ້​ບູ​ລິ​ມະ​ສິດ​ພິເສດ​ໃນ​ນາມ​ເຈົ້າພາບ ໄດ້​ສົ່ງ​ນັກ​ກີລາ​ເຂົ້າ​ຮ່ວມ​ແຂ່ງຂັນ 16 ຄົນ ໂດຍ​ລົງ​ແຂ່ງຂັນ 10 ຈາກ 11 ລາຍການ. ຂ່າວ ແລະ​ ພາບ​ຈາກ, ໜັງສືພິມ ສຶກ​ສາ ແລະ ກີລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ