ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ສຕລ ຈັດ​ກອງ​ປະຊຸມ​ພັດທະນາ​ບານເຕະ​ ທົ່ວ​ປະເທດ ປະຈຳ​ປີ 2022
ເວລາອອກຂ່າວ: 2022-09-06 09:56:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ໄດ້​ຈັດ​ກອງ​ປະຊຸມ​ພັດທະນາ​ກີລາ​ບານເຕະ​ທົ່ວ​ປະເທດ ​ປະຈຳ​ປີ 2022 ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 4 ກັນຍາ 2022 ທີ່​ຫ້ອງ​ປະຊຸມ ​ສຕລ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ທ່ານ ວີ​ເພັດ ສີ​ຫາ​ຈັກຣ໌ ປະທານ​ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ໂດຍ​ມີ​ຜູ້ຕາງໜ້າ​ຈາກ​ສະຫະພັນ​ບານ ເຕະ​ແຕ່​ລະ​ແຂວງ ພ້ອມ​ດ້ວຍ​ສື່​ມວນ​ຊົນເຂົ້າ​ຮ່ວມ. ກ່າວ​ເປີດ​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ, ທ່ານ ວີ​ເພັດ ສີ​ຫາ​ຈັກຣ໌ ປະທານ​ສະຫະພັນ​ບານ ເຕະ​ແຫ່ງ​ຊາດ​ລາວ​ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ ເພື່ອ​ໃຫ້​ແຕ່​ລະ​ແຂວງ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ເພື່ອ​ພັດ​ທະນາ​ບານເຕະ ລາວ, ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ທີ່​ໄດ້​ກຳນົດ​ໄວ້​ໃນ​ແຜນ​ປີ 2022 ລວມ​ເຖິງ​ແຜນ​ໃຫຍ່​ທີ່​ພວກ​ເຮົາ​ມອບ​ໝາຍ​ໃຫ້​ແຕ່​ລະ​ແຂວງ​ໃນ​ການ​ຈັດການ​ແຂ່ງຂັນ​ໃຫ້​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ, ເຊິ່ງ​ມາ​ຮອດ​ປັດຈຸບັນ​ກໍ​ມີ​ບາງ​ແຂວງ​ໄດ້​ສຳເລັດ​ການ​ແຂ່ງຂັນ​ໄປ​ແລ້ວ. ນອກ​ນັ້ນ, ກອງ​ປະຊຸມ​ຍັງ​ຈະ​ໄດ້​ພ້ອມ​ກັນ​ກຳນົດ​ທິດ​ທາງ​ແຜນການ​ຕໍ່​ໄປ​ໃນ​ປີ 2023. ສະເພາະ​ປີ 2022 ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ແມ່ນ​ໃຫ້​ສິດ​ພຽງ​ແຕ່​ທີມ​ຈາກ​ລາວ​ລີກ 1 ຈຳນວນ 7 ທີມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ບານເຕະ LFF LAO FORD CUP 2022 ເນື່ອງ​ຈາກ​ທີມ​ຈາກ​ລີກ 2 ຂອງ​ແຕ່​ລະ​ແຂວງ​ຍັງ​ບໍ່​ມີ​ຄວາມ​ພ້ອມ​ເທື່ອ ແຕ່​ຫຼ້າ​ສຸດ​ໄດ້​ຂ່າວ​ດີ​ປີໜ້າ ທີມ​ຈາກ​ລາວ​ລີກ 2 ສາມາດ​ມາ​ແຂ່ງຂັນ​ໄດ້​ແລ້ວ ແລະ ຈະ​ເຮັດ​ໃຫ້​ລາຍການ​ນີ້​ມີ​ທີມ​ເຂົ້າ​ຮ່ວມ​ແຂ່ງຂັນ​ຫຼາຍ​ກວ່າ 20 ທີມ. ໃນ​ພິທີ, ທ່ານ ນາງ ກັນຍາ ແກ້ວ​ມະນີ ເລຂາທິການ ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ​ຍັງ​ໄດ້​ລາຍ​ງານ​ເຖິງ​ຈຸດປະສົງ ຂອງ​ກອງ​ປະຊຸມ​ແມ່ນ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ ​ແລະ ​ແຜນ ການ​ຂອງ ​ສຕລ ທີ່​ກຳນົດ​ໄວ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ໃນ​ນັ້ນ​ແມ່ນ​ການ​ປະສານ​ສົມທົບ​ກັບ​ສະ ຫະພັນ​ບານເຕະ​ແຕ່​ລະ​ແຂວງ, ເຊິ່ງ​ໃນ​ປີ 2022 ແມ່ນ​ໄດ້​ມີ​ການ​ຈັດການ​ແຂ່ງຂັນ​ບານເຕະ​ລາວ​ລີກ 2 ໃນ​ແຕ່​ລະ​ແຂວງ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ແຕ່​ລະ​ແຂວງ​ກໍ​ໄດ້​ມີ​ການ​ແຂ່ງຂັນ​ສຳເລັດ​ໄປ​ແລ້ວ ແລະ ບາງ​ແຂວງ​ກໍ​ພວມ​ດຳເນີນ​ການ​ຢູ່ ລວມ​ເຖິງ​ລາຍ​ງານ​ແຜນການ​ວຽກ​ງານ​ຕ່າງໆ​ໃນ​ປີ​ຕໍ່ໜ້າ. ນອກ​ນັ້ນ, ໃນ​ກອງ​ປະຊຸມ, ບັນດາ​ຜູ້ຕາງໜ້າ​ສະຫະພັນ​ບານ ເຕະ​ແຕ່​ລະ​ແຂວງ​ໄດ້​ຂຶ້ນ​ລາຍ​ງານ​ການ​ປະຕິບັດ​ວຽກ​ງານ​ໃນ​ປີ 2022 ຜ່ານ​ມາ ແລະ ຜ່ານ​ແຜນການ​ປີ 2023.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ