ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບຣອນ​ມັດ ນ້ອງ​ໃໝ່ ປົດ​ຜູ້​ຈັດການ​ທີມ ສະ​ກັອດ ພາກ​ເກີ ຫຼັງ​ພາ​ທີມ​ເສຍ​ໃຫ້ ລີ​ເວີ​ພູ​​ລ
ເວລາອອກຂ່າວ: 2022-09-02 10:23:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ເອ​ເອ​​ຟ​ຊີ ບຣອນ​ມັດ ທີມ​ນ້ອງ​ໃໝ່​ໃນ ພຣີ​ເມ່ຍ​ລີກ ລະດູ​ການ​ນີ້ ປົດ ສະ​ກັອດ ພາກ​ເກີ ຜູ້​ຈັດການ​ທີມ​ຊາວ​ອັງກິດ ໄວ 41 ປີ ຫຼັງ​ພາ​ທີມ​ບຸກ​ເສຍ​ໃຫ້ ລີ​ເວີ​ພູ​​ລ ເຖິງ 0-9 ໃນ​ທ້າຍ​ອາທິດ​ຜ່ານ​ມາ, ເຊິ່ງ​ເປັນ​ສະຖິຕິ​ເສຍ​ຂາດ​ສຸດ​ໃນ ພຣີ​ເມ່ຍ​ລີກ ທຽບ​ເທົ່າ​ກັບ ເຊົາ​ແທ່ມ​ຕັນ ເສຍ​ໃຫ້ ແມນ​ເຊ​​ັສ​ເຕີ ຢູ​ໄນ​ເຕັດ ແລະ ເລ​​ັສ​ເຕີ ຊິ​ຕີ້ ໃນ​ປີ 2021 ແລະ 2019 ລວມ​ທັງ ແມນ​ຢູ ຊະນະ ອິບ​ສະ​ວິກ ທາວ ໃນ​ປີ 1995. ສິ່ງ​ທີ່​ເປັນ​ສະຖິຕິ​ໃໝ່​ຄື: ບຣອນ​ ມັດ ກາຍເປັນ​ທີມ​ທຳ​ອິດ​ໃນ ພຣີ​ເມຍ​ລີກ ລົງ​ແຂ່ງ 4 ນັດ​ທຳ​ອິດ ໃນ​ລີກ​ລະດູ​ການ​ໃໝ່ ເສຍ​ເຖິງ 16 ປະຕູ ເຖິງ​ວ່າ​ນັດ​ທຳ​ອິດ​ເລີ່ມ​ຕົ້ນ​ດີ​ຊະນະ ແອ​​ັສ​ຕັນ ວິນ​ລ້າ 2-0 ແຕ່​ສາມ​ນັດ​ຕໍ່​ມາ​ພົບ​ກັບ​ທີມ​ໃຫຍ່ ເສຍ​ໃຫ້ ແມນ​ຊິ​ຕີ້ ແຊ້ມ​ເກົ່າ 0-4, ເສຍ​ໃຫ້ ອາ​​ຣ​ເຊ​ນໍ​​ລ 0-3 ແລະ ເສຍ​ໃຫ້ ລີ​ເວີ​ພູ​​ລ 0-9 ປະຕູ​ໄດ້​ເສຍ​ຕິດ -14 ເຮັດ​ໃຫ້ ແມັກ​ຊິມ ເດ​ມິນ ເຈົ້າ​ຂອງ​ທີມ​ບໍ່​ພໍໃຈຕັດ ສິນ​ໃຈ​ປົດ ພາກ​ເກີ ທັນທີ ແລະ ແຕ່ງຕັ້ງ ແກ​ຣີ ໂອ​ເນວ ອະດີດ​ກອງ​ກາງ​ມິດ​ເດິນ​ສະ​ໂບ ແລະ ເວ​​ັສ​ແຮມ ຄຸມ​ທີມ​ແທນ​ຊົ່ວຄາວ. ສຳລັບ ສະ​ກັອດ ພາກ​ເກີ ເປັນ​ຜູ້​ພາ ບຣອນ​ມັດ ເລື່ອນ​ຊັ້ນ​ກັບ​ສູ່ພຣີ​ເມຍ​ລີກອີກ​ຄັ້ງຄຸມ​ທີມ 55 ນັດຊະນະ 28 ສະເໝີ 14 ແລະ ເສຍ 13 ນັດ ສະເລ່ຍ​ໂອກາດ​ຊະ ນະ​ບໍ່​ຫຼຸດ 50%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ