ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແມນ​ເຊ​​ັສ​ເຕີ ຊີ​ຕີ ພ້ອມ​ອະນຸມັດ​ງົບ​ໃຫ້ ເປັບ ເສີມ​ທີມ​ ໃນ​ໄລຍະ​ຕະຫຼາດ​ເດືອນມັງກອນ 2023
ເວລາອອກຂ່າວ: 2022-09-01 10:35:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ຕາມ​ສື່​ຂ່າວThe Sun ຊື່​ ດັງ​ຂອງ​ອັງກິດ ອອກ​ມາ​ລາຍ​ ງານ​ວ່າ ຄະນະ​ບໍລິຫານ​ຂອງ ແມນ​ເຊ​​ັສ​ເຕີ ຊິ​ຕີ ກຽມ​ຈັດ​ງົບປະ ມານ​ໃຫ້​ກັບ ເປັບ ກວາ​ດິ​ໂອ​ລາ ເສີມ​ທີມ​ໃນ​ໄລຍະ​ຕະຫຼາດ​ເດືອນ​ມັງກອນ​ນີ້ ຫາກ​ມີ​ໃຜ​ທີ່​ໂດດ​ເດັ່ນ​ໃນ​ເຕະບານໂລກ. ຜູ້​ຈັດການ​ຊາວ​ແອັດ​ສະ​ປາຍ ຢືນຢັນ​ວ່າ​ປິດ​ວຽກ​ສຳລັບ​ຕະຫຼາດ​ໃນ​ໄລຍະ​ລະດູ​ຮ້ອນ​ນີ້​ຮຽບ​ຮ້ອຍ ຫຼັງ​ຈາກໄດ້ ເອີ​ລິ່ງ ຮາ​ແລນ, ແຄວ​ວິນ ຟິວ​ລິບ, ຮູ​ລຽນ ອັນ​ວາ​ເຣດ ແລະ ເຊ​ຄິ​ໂອ ໂກເມດ ຮ່ວມ​ທີມ ໂດຍ​ລວມ​ແລ້ວ ໃຊ້​ເງິນ​ໄປ​ເຖິງ 104 ລ້ານ​ປອນ. ຢ່າງໃດ​ກໍຕາມ ທີມ​ກໍ​ໄດ້​ຮັບ​ເງິນ​ເຂົ້າ​ສະໂມສອນ​ກ້ອນ​ໃຫຍ່ ກັບ​ການ​ປ່ອຍ​ນັກ​ເຕະ​ອອກ​ຈາກ​ທີມ ໂດຍ​ມີ​ນັກ​ເຕະ​ທີ່​ໄດ້​ເງິນ​ຢ່າງ ຣາ​ຮິມ ສະ​ເຕີ​ລິ່ງ, ກາບ​ຣຽວ ເຊ​ຊຸດ ແລະ ໂອ​ເລັກ​ຊານ​ເດີ ຊິນ​ເຊນ​ໂກ. ຈາກ​ລາຍ​ງານ​ຂອງ​ສື່​ອັງ ກິດ ເປີດເຜີຍ​ວ່າ ທາງ​ຄະນະ​ກຳມະການ​ບໍລິຫານ​ຂອງ ແມນ​ເຊ​​ສ​ເຕີ ຊີ​ຕີ ກຽມ​ງົບປະມານ​ເສີມ​ທີມ​ໃຫ້​ກັບ ເປັບ ເພີ່ມ​ອີກ 100 ລ້ານ​ປອນ​ສຳລັບ​ຕະຫຼາດ​ເດືອນ​ມັງກອນ ຫາກ​ມີ​ນັກ​ເຕະ​ຄົນ​ໃດ ທີ່​ສະແດງ​ຜົນງານ​ເຂົ້າ​ຕາ​ໃນ​ການ​ແຂ່ງຂັນ​ບານເຕະ​ໂລກ​ທີ່ ກາ​ຕາ ໃນ​ທ້າຍ​ປີ​ນີ້. ແມນ​ເຊ​​ັສ​ເຕີ ຊິ​ຕີ ຫາ​ກໍ​ສະແດງ​ຄວາມ​ເກັ່ງ​ດ້ວຍ​ການ​ຍິງ 4 ປະຕູ​ລວດ ແຊງ​ເອົາ​ຊະນະ ຄຣິ​​ສ​ຕັນ ພາ​ເລ​​ຊ 4-2 ປະຕູ​ໃນ​ເກມ​ພຣີ​ເມຍ​ລີກ ອັງກິດ ເມື່ອ​ຄືນ​ວັນ​ເສົາ ທີ່​ຜ່ານ​ມາ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ