ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເພີ່ມທະວີບົດບາດການນຳພາຂອງພັກ ຕິດພັນການພັດທະນາກົມກອງ ໃຫ້ມີໂສມໜ້າອັນໃໝ່
ເວລາອອກຂ່າວ: 2022-08-16 10:52:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 716 | ຄວາມນິຍົມ:



v ໂດຍເປັນເຈົ້າການຈັດຕັ້ງປະ ຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະ ນະບໍລິຫານພັກແຂວງ ແລະ ມະ ຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກກອງບັນຊາການ ທະຫານແຂວງ ສາລະວັນ ກໍຄື ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ບົນຈິດໃຈບຸກທະລຸເພື່ອຮັບປະ ກັນເຮັດໃຫ້ທ້ອງຖິ່ນແຂວງສາ ລະວັນ ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະ ຫງົບເປັນລະບຽບຮຽບຮ້ອຍ, ເສດ ຖະກິດ-ສັງຄົມ ແລະ ວັດທະນະ ທຳມີຄວາມເຕີບໃຫຍ່ເຂັ້ມແຂງ. ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງສາລະ ວັນ ຍາມໃດກໍເພີ່ມທະວີບົດບາດ ການນໍາພາຂອງພັກເຂົ້າສູ່ທຸກ ຂົງເຂດວຽກງານ, ເອົາໃຈໃສ່ກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການພັດ ທະນາກົມກອງໃຫ້ມີໂສມໜ້າ ໃໝ່ ອັນໄດ້ເຮັດໃຫ້ກໍາລັງປະ ກອບອາວຸດທ້ອງຖິ່ນແຂວງ ສາ ລະວັນ ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ກໍາມະການຄະນະປະ ຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງສາລະວັນ ໃຫ້ຮູ້ວ່າ: ການປະຕິບັດ ແລະ ຜັນຂະຫຍາຍເນື້ອໃນມະຕິກອງ ປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໄດ້ຮັບການຈັດຕັ້ງປະຕີບັດຢ່າງ ຕໍ່ເນື່ອງ ແລະ ມີຮູບປະທຳຕົວຈິງ. ໃນນັ້ນ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ໄດ້ຖືເອົາວຽກງານສຶກສາອົບ ຮົມການເມືອງ-ນຳພາແນວ ຄິດເປັນສໍາຄັນສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານລວມ ຂອງກົມກອງ. ດ້ວຍຫຼາຍຮູບ ການ, ຫຼາຍເນື້ອໃນ ເພື່ອເຮັດ ໃຫ້ພະນັກງານ-ນັກຮົບໃນທົ່ວ ແຂວງໄດ້ເຊື່ອມຊຶມກຳແໜ້ນ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດ ລະບຽບຂອງກອງທັບ ໄປຄວບຄູ່ກັບການຫັນເອົາພະນັກງານຜູ້ທີ່ມີຄວາມຮູ້, ຄວາມສາມາດ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນະຊົນ ນະບົດຮອບດ້ານທີ່ພັກວາງອອກ ເຮັດໃຫ້ອໍານາດການປົກຄອງ ຂັ້ນທ້ອງຖິ່ນ, ປະຊາຊົນເຂົົ້າຮ່ວມ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບ ດ້ານແລະ ກາຍເປັນຂອງທົ່ວ ປວງຊົນລາວ, ນຳພາປັບປຸງອົງ ການປົກຄອງທ້ອງຖິ່ນ, ນໍາພາ ແກ້ໄຂຊີວິດການເປັນຢູ່ຂອງເຂົາ ເຈົ້າໃຫ້ນັບມື້ດີຂຶ້ນເປັນກ້າວໆ ອັນໄດ້ເຮັດໃຫ້ຮາກຖານມີຄວາມ ເຂັ້ມແຂງ ແລະ ສະຫງົບສຸກ. ພ້ອມນີ້, ຍັງໄດ້ເພີ່ມທະວີຄວາມ ເອົາໃຈໃສ່ຊຸກຍູ້ບັນດາຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ກໍ ຄືບັນດາຮາກຖານພັກ, ໜ່ວຍ ພັກ ແລະ ສະມາຊິກພັກ ແຕ່ລະ ສະ ຫາຍເຂົ້າໃນການນຳພາ-ຊີ້ ນໍາໜ້າທີ່ວຽກງານຂອງຕົນ ຕິດ ພັນກັບການພັດທະນາກົມກອງ, ສ້າງກົມກອງ 3 ປອດ, ກົມກອງ ວັດທະນະທຳ-ນັກຮົບວັດທະນະ ທຳ ແລະ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ່ມຂຶ້ນ ທາງດ້ານຈຳນວນ ແລະ ຄຸນນະ ພາບ. ປັດຈຸບັນ ທົ່ວກອງບັນຊາ ການທະຫານແຂວງສາລະວັນ ມີ 1 ອົງຄະນະພັກ, ມີ 13 ຄະນະ ພັກຮາກຖານ, ມີ 63 ໜ່ວຍພັກ, ມີສະມາຊິກພັກທັງໜົດ 1.274 ສະຫາຍ, ຍິງ 150 ສະຫາຍ, ສະມາຊິກພັກສຳຮອງ 97 ສະ ຫາຍ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 27 ໜ່ວຍພັກ, ແຂງ 19 ໜ່ວຍພັກ, ສະມາຊິກພັກແຂງ 842 ສະ ຫາຍ, ຍິງ 117 ສະຫາຍ, ສະ ມາຊິກພັກກາງ 71 ສະຫາຍ, ຍິງ 6 ສະຫາຍ. ວຽກງານກໍ່ສ້າງເຄ ຫະສະຖານ ໄດ້ສືບຕໍ່ກໍ່ສ້າງ ຈຳນວນ 9 ໂຄງການເຊິ່ງແມ່ນ ທຶນສົມທົບລະຫວ່າງແຂວງ ກັບກອງບັນຊາການທະຫານ ແຂວງສາລະວັນ ແລະ ທຶນຊ່ວຍ ເຫຼືອຈາກ ສສ ຫວຽດນາມ ໂດຍ ສະເພາະການກໍ່ສ້າງປະຕູໂຂງ ກອງພັນ 16, ການກໍ່ສ້າງປະຕູ ໂຂງກອງບັນຊາການທະຫານ ເມືອງຄົງເຊໂດນ, ການກໍ່ສ້າງ ກໍາແພງອ້ອມຄ້າຍ ກອງບັນຊາ ການທະຫານເມືອງລະຄອນ ເພັງລວງ ຍາວ 175 ແມັດ, ການ ກໍ່ສ້າງເຮືອນນອນກອງຮ້ອຍ 26 ຈໍານວນ 1 ຫຼັງ, ການກໍ່ສ້າງເສັ້ນ ທາງເຂົ້າກອງພັນ 17 ແລະ ເຮືອນນອນຈຳນວນ 4 ຫຼັງ, ການກໍ່ສ້າງຫ້ອງນໍ້າກອງພັນ 459 ຈໍານວນ 1 ຫຼັງ, ການສ້ອມ ແປງເຮືອນນອນຢູ່ສະໜາມ ຫັດແອບ, ການກໍ່ສ້າງຫ້ອງການ ພະແນກການເງິນ ແລະ ການກໍ່ ສ້າງສ້ອມແປງອື່ນໆຕຶ່ມອີກ. ພ້ອມນີ້, ຄະນະພັກກອງບັນຊາ ການທະຫານແຂວງ ຍັງໄດ້ຊຸກ ຍູ້ໃຫ້ຄະພັກ-ຄະນະບັນຊາແຕ່ ລະກົມກອງທົ່ວທະຫານແຂວງ ສາລະວັນ ເອົາໃຈໃສ່ວຽກງານ 4 ປູກ 4 ລ້ຽງ ຕາມທິດນຳທີ່ວ່າ: ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ. ໃນນັ້ນ, ໄດ້ປູກເຂົ້ານາແຊງ ໃນເນື້ອທີ່ 12,5 ເຮັກຕາ ເກັບກູ້ ໄດ້ 26,46 ໂຕນ ມູນຄ່າ 105.928.000ກີບ, ເກັບກູ້ຜົນ ຜະລິດມັນຕົ້ນໃນເນື້ອທ່ີ 57,1 ເຮັກຕາໄດ້ 385,42 ໂຕນ ຂາຍໄດ້ 819.096.000 ກີບ, ເກັບກູ້ພືດຜັກຊະນິດຕ່າງໆ ໄດ້ 64,85 ໂຕນ ມູນຄ່າ 188.830.000 ກີບ, ປູກຕົ້ນໄມ້ ໃຫ້ໝາກ-ໃຫ້ຮົ່ມ 28.158 ຕົ້ນ. ນອກນີ້, ຍັງມີຄວາຍລ້ຽງ 13 ໂຕ, ງົວ 566 ໂຕ, ແບ້ 107 ໂຕ, ໝູລາດ 634 ໂຕ ແລະ ໝູພັນ 41 ໂຕ. ໂດຍ: ພອນມະນີ ລັດສະໝີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ