ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ສຳເລັດຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-08-16 09:10:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນວັນທີ 11 ສິງຫາ 2022,ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ໄດ້ຈັດຕັ້ງ ການຍິງເປົ້າໝາຍດ້ວຍລູກ ປືນແທ້ ໃນບົດເປີດສາກປືນ ອາກາແອັມ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ບຸນທຳ ໄຊຍະຫຼວງ ຮອງຫົວ ໜ້າຫ້ອງເສນາທິການກອງ ບັນຊາການທະຫານແຂວງອຸ ດົມໄຊ, ມີ ສະຫາຍ ພັນຕີ ຄຳໄຊ ໄຊຍະຄຳ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ, ຄະນະພັກ-ຄະນະບັນຊາ, ພະ ແນກການທີ່ກ່ຽວຂ້ອງ, ຄູ-ອາ ຈານ ແລະ ນັກເຝິກອົບຮົມ ເຂົ້າ ຮ່ວມ. ສະຫາຍ ຮ້ອຍເອກ ສັກ ໄຊຍະສອນ ຄູປະຈຳວິຊາ ລາຍງານໃຫ້ຮູ້ວ່າ: ການເຝິກແອບຮໍ່າຮຽນໃນຄັ້ງນີ້, ເປັນການປັບ ປຸງກໍ່ສ້າງກຳລັງປະກອບອາ ວຸດຢູ່ຂັ້ນທ້ອງຖິ່ນໃຫ້ເຂັ້ມແຂງ ແລະ ປະຕິບັດຕາມແຜນການ ຮຽນ-ການສອນຂອງກົມໃຫຍ່ ເສນາທິການກອງທັບ, ເພື່ອຍົກ ສູງຄວາມຮູ້ ຄວາມສາມາດ ແລະ ຄວາມຊໍານິຊໍານານຂອງພະ ນັກງານ-ນັກຮົບ ໃນການນໍາໃຊ້ ອາວຸດຂອງເຫຼົ່າຮົບວິຊາສະເພາະ ແລະ ຮັບປະກັນສາມາດດັບສູນ ເປົ້າໝາຍໄດ້ຕາມລະດັບຄາດ ໝາຍ, ທັງເປັນການກວດກາຄືບົດຮຽນທີ່ໄດ້ຮຽນມາ ເປັນຕົ້ນ ຈັງຫວະ, ການກະທຳ ພ້ອມທັງທວນຄືນດ້ານສິລະປະຍຸດ-ຍຸດທະວິທີ, ມີນັກເຝິກອົບຮົມ ເຂົ້າຮ່ວມທັງໝົດ 82 ສະຫາຍ, ຍິງ 24 ສະຫາຍ, ມີ 3 ຈັງ ຫວະຍິງ, ໄລຍະຍິງ 100 ແມັດ. ສາມາດຕີລາຄາຜົນໄດ້ຮັບ ຕົວຈິງຂັ້ນເກ່ັງ 16 ສະຫາຍ ເທົ່າກັບ 19,51%; ຂັ້ນກາງ 40 ສະຫາຍ ເທົ່າກັບ 48,78% ແລະ ຄາດໝາຍ 26 ສະຫາຍເທົ່າກັບ 31,70%. ໂດຍ: ສົມພູນ ທຳມະຕານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ