ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມ ວ່າດ້ວຍ ການປັບປຸງ ກົດໝາຍອົງການໄອຍະການທະຫານ
ເວລາອອກຂ່າວ: 2022-08-16 08:57:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ໃນວັນທີ 15 ສິງຫາ 2022 ນີ້, ຢູ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ອົງ ການໄອຍະການທະຫານຂັ້ນສູງ ໄດ້ຈັດກອງປະຊຸມເອກະພາບ ກ່ຽວກັບການປັບປຸງກົດໝາຍ ວ່າດ້ວຍອົງການໄອຍະການທະ ຫານ ໂດຍການເປັນປະທານຂອງ ສະຫາຍ ກົງຈີ່ ຢ່າງຈື່ ຮອງລັດ ຖະມົນຕີກະຊວງຍຸດຕິທຳ, ມີ ສະ ຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ຮອງຫົວໜ້າຄະນະຊີ້ ນໍາປັບປຸງກົດໝາຍວ່າດ້ວຍໄອ ຍາການທະຫານ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຜູ້ຕາງໜ້າ ຈາກອົງການໄອຍະການ, ກົມກົດ ໝາຍສະພາແຫ່ງຊາດ, ສໍານັກ ງານນາຍົກລັດຖະມົນຕີ, ກົມກົດ ໝາຍກະຊວງຍຸດຕິທໍາ ແລະ ວິ ຊາການທີ່ກ່ຽວຂອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຫົວໜ້າອົງການໄອຍະ ການທະຫານຂັ້ນສູງ ໄດ້ໃຫ້ຮູ້ວ່າ: ການປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານ ຄັ້ງນີ້, ກໍເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີການກຳນົດຫຼັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວ ແລະ ການຕິດຕາມກວດກາຂອງ ອົງການໄອຍະການທະຫານ ເພື່ອ ຮັບປະກັນການປະຕິບັດໜ້າທີ່ ວຽກງານໄອຍະການທະຫານ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີແບບແຜນທັນສະໄໝ, ແນ ໃສ່ປົກປ້ອງຜົນປະໂຫຍດຂອງ ກອງທັບ, ສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງນາຍ ແລະ ພົນ ທະຫານ, ກຳມະກອນ, ພາລະ ກອນປ້ອງກັນຊາດ ເຮັດໃຫ້ກອງ ທັບມີຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ, ເພີ່ມທະວີນິ ຕິທຳ, ສ້າງຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານກົດໝາຍປະ ກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ. ໃນນີ້ກົດໝາຍວ່າດ້ວຍໄອ ຍະການທະຫານ ໄດ້ຮັບການ ປັບປຸງຄື: ປັບປຸງໃໝ່ມີ 42 ມາດ ຕາ, ຮັກສາເດີມ 18 ມາດຕາ ແລະ ຂຽນໃໝ່ມີ 6 ມາດຕາ ຄື: ມາດ ຕາ 18 ອົງການໄອຍະການທະ ຫານແຂວງ, ນະຄອນຫຼວງ, ມາດ ຕາ 19 ສິດ ແລະ ໜ້າທີ່ຂອງອົງ ການໄອຍະການທະຫານແຂວງ, ນະຄອນຫຼວງ, ມາດຕາ 21 ຄະ ນະກໍາມະການ ໄອຍະການທະ ຫານຂັ້ນສູງ, ມາດຕາ 22 ສິດ ແລະ ໜ້າທີ່ ຂອງຄະນະກໍາມະ ການໄອຍະການທະຫານຂັ້ນສູງ, ມາດຕາ 30 ສິດ ແລະ ໜ້າທີ່ຂອງ ຫົວໜ້າອົງການໄອຍະການທະ ຫານແຂວງ, ນະຄອນຫຼວງ, ມາດ ຕາ 31 ຮອງຫົວໜ້າອົງການໄອ ຍະການທະຫານແຂວງ, ນະຄອນ ຫຼວງ. ໂດຍ:ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ