ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສອງສະຖານທູດ ລາວ-ຫວຽດນາມ ປະຈໍານະຄອນປາກກິ່ງ ສປ ຈີນ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 60 ປີ
ເວລາອອກຂ່າວ: 2022-08-16 08:53:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 191 | ຄວາມນິຍົມ:



ງານພົບປະແລກປ່ຽນມິດ ຕະພາບ ລະຫວ່າງສອງສະຖານ ທູດລາວ ແລະ ຫວຽດນາມ ປະຈໍາ ສປ ຈີນ ເນື່ອງໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດ ຕະພາບ ລາວ- ຫວຽດນາມ, ຫວຽດນາມ-ລາວ ປີ 2022 ກໍຄື ການສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ1962 - 5 ກັນຍາ2022) ແລະ ວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມື ລາວ ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ຈັດຂຶ້ນໃນວັນທີ 13 ສິງ ຫາ 2022 ນີ້, ຢູ່ສະຖານທູດ ຫວຽດນາມ ທີ່ນະຄອນຫຼວງປັກ ກິ່ງ ສປ ຈີນ, ໂດຍມີ ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ສະຫາຍ ພິມ ສາວ ມາຍ(Pham Sao Mai), ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປ ຈີນ, ພ້ອມດ້ວຍພະນັກງານຈາກສະຖານທູດຝ່າຍລາວ ແລະ ຫວຽດນາມ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ເອກ ອັກຄະລັດຖະທູດລາວ ແລະ ຫວຽດນາມ ໄດ້ຜັດປ່ຽນກັນຂຶ້ນ ມີຄໍາເຫັນ ເຊິ່ງທັງສອງສະຫາຍ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອແຫ່ງ ຄວາມສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ສອງຊາດ ລາວ-ຫວຽດນາມ ທີ່ ມີມາແຕ່ດົນນານ, ໂດຍສະເພາະ ໃນໄລຍະແຫ່ງການຕໍ່ສູ້ຕ້ານການ ຮຸກຮານ, ການຍຶດຄອງ ແລະ ການປົກຄອງຂອງພວກຈັກກະ ພັດຕ່າງດ້າວ ພາຍໃຕ້ການນຳ ພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດອິນດູຈີນ ໃນເວລາ ນັ້ນ ກໍຄື ພັກປະຊາຊົນ ປະຕິວັດ ລາວ ແລະ ພັກກອມມຸຍນິດຫວຽດ ນາມໃນປັດຈຸບັນ, ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໄດ້ຄຽງ ບ່າຄຽງໄຫຼ່ຮ່ວມສະໜາມຮົບ ຕໍ່ສູ້ຕີຕ້ານສັດຕູຜູ້ຮຸກຮານໂຕ ດຽວກັນຢ່າງຍືດເຍື້ອຍາວນານ, ອົງອາດກ້າແກ່ນ, ບໍ່ຍອມຈໍານົນ ແລະ ສຸດແສນລະອິດລະອ້ຽວ ຂ້ຽວຂາດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຈົນ ສາມາດຍາດເອົາ ສິດເປັນເຈົ້າອອກຈາກແອກ ປົກຄອງຂອງລະບອບລ່າເມືອງ ຂຶ້ນ, ຍາດເອົາເອກະລາດ, ອຳ ນາດອະທິປະໄຕມາ ໃຫ້ແກ່ປະ ຊາຊົນຂອງໃຜລາວໄດ້ຢ່າງສະ ຫງ່າງາມ ແລະ ອົງອາດທີ່ສຸດ. ນອກຈາກນີ້, ທັງສອງສະ ຫາຍ ຍັງໄດ້ຍົກໃຫ້ເຫັນພາຍ ຫຼັງປະເທດຊາດໄດ້ຮັບການປົດ ປ່ອຍຢ່າງສົມບູນ, ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ທີ່ປະທານ ໂຮ່ຈິມິນ, ຜູ້ນໍາ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມ ວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກຮ່ວມກັນກໍ່ຕັ້ງ ຂຶ້ນໃນເມື່ອກ່ອນ ໄດ້ຮັບການເພີ່ມ ພູນຄູນສ້າງ, ປົກປັກຮັກສາດ້ວຍ ເລືອດເນື້ອເຫື່ອແຮງຂອງນັກຮົບ ແລະ ປະຊາຊົນສອງປະເທດມາ ຫຼາຍຮຸ່ນຄົນ, ນັບມື້ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກໃນທຸກຂົງເຂດ ວຽກງານ ບົນພື້ນຖານການເສີມ ຂະຫຍາຍຈິດໃຈຄວາມເປັນເອ ກະລາດ, ເປັນເຈົ້າຕົນເອງ, ຮ່ວມ ມືຢ່າງສະເໝີພາບ ແລະ ນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ຫວຽດ ນາມນັບມື້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ຈົນກາຍເປັນຊັບສົມບັດອັນລໍ້າ ຄ່າ ແລະ ເປັນສາຍພົວພັນ “ມີໜື່ງ ບໍ່ມີສອງ” ໃນປະຫວັດສາດໂລກ. ໃນໂອກາດຈັດງານພົບປະ ແລກປ່ຽນມິດຕະພາບຂອງສອງ ສະຖານທູດລາວ ແລະ ຫວຽດ ນາມ ປະຈໍາ ສປ ຈີນ ໃນຄັ້ງນີ້ ຍັງໄດ້ ຈັດໃຫ້ມີການສະແດງສິລະປະ ຂອງລາວ ແລະ ຫວຽດນາມ ຈໍານວນ 4 ລາຍການ. ນອກຈາກນີ້ ຍັງມີການມອບລາງວັນໃຫ້ຜູ້ຊະ ນະເລີດການແຂ່ງຂັນກີລາ 3 ປະເພດ ຄື: ກ໊ອຟ, ປິງປ໋ອງ ແລະ ດອກປີກໄກ່ທີ່ທັງສອງສະຖານ ທູດຮ່ວມກັນຈັດຂຶ້ນເພື່ອສ້າງບັນ ຍາກາດໃຫ້ງານພົບປະຄັ້ງນີ້ມີຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍທີ່ເລິກ ເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ