ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມນັກກີລາ ເຫຼົ່າຮົບສື່ສານ ເຂົ້າຮ່ວມ ແຂ່ງຂັນ ກີລາການທະຫານສາກົນ 2022
ເວລາອອກຂ່າວ: 2022-08-16 08:49:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ໃນວັນທີ 14 ສິງຫາ 2022 ນີ້, ທິມນັກກິລາເຫຼົ່າຮົບສື່ສານ ກອງທັບປະຊາຊົນລາວ ໄດ້ເດີນ ທາງເຂົ້າຮ່ວມແຂ່ງຂັນກີລາການ ທະຫານສາກົນ 2022 (ແຂ່ງຂັນ ທີ່ ສ ເບລາຣູດ) ໂດຍອີງຕາມຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງທີມນັກ ກີລາເຫຼົ່າຮົບສື່ສານ ເຂົ້າຮ່ວມກີ ລາການທະຫານ ສາກົນ 2022, ເຊິ່ງຈະໄດ້ແຂ່ງຂັນລະຫວ່າງ ວັນ ທີ 3-28 ສິງຫາ 2022 ນີ້, ໃນນີ້ ກະຊວງປ້ອງກັນປະເທດ ໄດ້ຕົກ ລົງແຕ່ງຕັ້ງນັກສຶກສາທະຫານ ລາວ ທີ່ກໍາລັງສຶກສາຢູ່ວິທະຍາຄານສື່ສານ ທີ່ເຊັນປີເຕີສະເບີກ ສະຫະພັນຣັດເຊຍເຂົ້າຮ່ວມ, ໃນ ການແຂ່ງຂັນກີລາເຫຼົ່າຮົບສື່ສານ ໃນຄັ້ງນີ້ ມີ ນັກກີລາເຂົ້າຮ່ວມທັງ ໝົດ 12 ປະເທດ ໃນນີ້, ທີມນັກ ກີລາ ເຫຼົ່າຮົບສື່ສານເຂົ້າຮ່ວມ ແຂ່ງຂັນ 2 ປະເພດກີລາຄື: ປະ ເພດວິທະຍຸສື່ສານ ແລະ ຜູ້ຊ່ຽວ ຊານດ້ານໄອທີ. ໃນການແຂ່ງຂັນ ຕົວຈິງທີມວິທະຍຸສື່ສານກອງ ທັບປະຊາຊົນລາວ ເຊິ່ງຈະໄດ້ ແຂ່ງຂັນ 3 ວັນຄື: ວັນທີ 16 ແມ່ນ ຊອກຫາທິດທາງຈຸດສື່ສານ, ວັນ ທີ 17 ແມ່ນແຂ່ງຂັນ ຕີມັອກ- ຮັບ ມັອກ ແມ່ນແຂ່ງເອົາຄວາມໄວ, ວັນທີ 19 ແມ່ນແຂ່ງກວດກາທາງ ວິທະຍຸ. ກອງທັບປະຊາຊົນລາວ ແຂ່ງກັບກອງທັບ ຊີເຣຍ ແລະ ນັກກີລາດ້ານໄອທີ ແຂ່ງວັນທີ 20 ແມ່ນ ເສັງຄີດໄລ່ ທິດສະດີ, ວັນທີ 22 ແຂ່ງພາກປະຕິບັດຕົວຈິງ ໃນ ການຕິດຕັ້ງຕໍ່ສາຍໂທລະສັບແຂ່ງ ກັບ ກອງທັບຊູດານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ