ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບວຽກງານບ້ານແຮກສ່ຽວ ໄລຍະ 15 ປີ
ເວລາອອກຂ່າວ: 2022-08-15 09:23:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 298 | ຄວາມນິຍົມ:



ໃນວັນທີ 3 ສິງຫາ 2022 ນີ້, ຢູ່ທີ່ຫ້ອງການຕາແສງເຮືອງ ເລິບ ເມືອງເຮືອງຮວາງ ແຂວງ ກວາງຈິ ສສ ຫວຽດນາມ ໄດ້ສະຫຼຸບຜົນງານການແຮກສ່ຽວກຸ່ມປະຊາຊົນສອງເມືອງຊາຍ ແດນ ລາວ-ຫວຽດນາມ ໄລຍະ 15 ປີ ລະຫວ່າງບ້ານຕະປັງ ຕາແສງເຮືອງເລິບ ເມືອງເຮືອງ ຮວາງ ແຂວງກວາງຈິ ສສ ຫວຽດ ນາມ ແລະ ບ້ານຕະປ້ອງ ຈຸດສຸມ ຈຽງຕູບ ເມືອງເຊໂປນ ແຂວງ ສະຫວັນນະເຂດ ສປປ ລາວ ເຊິ່ງຝ່າຍຫວຽດນາມນຳໂດຍ ສະຫາຍ ໂຮ່ວັນວິງ ຮອງເລຂາ ຄະນະປະຈຳພັກເມືອງ, ປະທານ ສະພາປະຊາຊົນ ເມືອງເຮືອງ ຮວາງ ແຂວງກວາງຈິ, ຝ່າຍລາວ ນຳໂດຍ ສະຫາຍ ວົງສະຫວັນ ວຽງມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງ ເຊໂປນ ແຂວງສະຫັວນນະເຂດ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານຊາຍແດນ ແຂວງກວາງຈິ, ກອງບັນຊາ ການທະຫານ ແຂວງສະຫວັນ ນະເຂດ, ກອງຮ້ອຍທະຫານຊາຍ ແດນ 321, ຄະນະການນໍາຂອງ ເມືອງພ້ອມດ້ວຍ, ຄະນະອຳນາດ ການປົກຄອງສອງກຸ່ມບ້ານແຮກ ສ່ຽວເຂົ້າຮ່ວມ. ໃນພິທີ, ເລຂາຄະນະພັກ ບ້ານທັງສອງພາກສ່ວນ ກໍໄດ້ຜັດ ປ່ຽນກັນສະຫຼຸບຜົນງານແຮກ ສ່ຽວໄລຍະ15 ປີຜ່ານມາ. ເຊິ່ງ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ຫຼາຍດ້ານເປັນຕົ້ນແມ່ນວຽກ ງານ ປກຊ-ປກສ ທັງສອງບ້ານ ມີຄວາມສະຫງົບດີ. ທັງນີ້, ກໍ ຍ້ອນຄະນະອຳນາດການປົກ ຄອງທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳ ນຳພາສຶກສາອົບຮົມການເມືອງ ນຳພາແນວຄິດ, ນຳເອົາແນວ ທາງຂອງພັກ-ລັດທັງສອງຊາດ ລາວ-ຫວຽດນາມ ມາໃຫ້ປະຊາ ຊົນໄດ້ເຊື່ອມຊຶມເປັນປົກກະຕິ ຕໍ່ເນື່ອງ. ນອກນັ້ນ, ຍັງໄດ້ສ້າງ ຂະບວນການແຂ່ງຂັນກີລາ, ສິລະປະ-ວັນນະຄະດີ ຮ່ວມກັນ ໃນໂອກາດວັນບຸນສຳຄັນຕ່າງໆ. ດ້ານການແກ້ໄຂຊີວິດການເປັນຢູ່ ຄະນະອຳນາດການປົກຄອງ ຕາແສງເຮືອງເລິບ ແລະ ບ້ານ ຕະປັງ ເບື້ອງ ສສ ຫວຽດນາມ ຍັງໄດ້ລົງສຶກສາຕົວຈິງ ເພື່ອໃຫ້ ປະສົບການໃນການພັດທະນາ ເສດຖະກິດຂອງ ບ້ານຕະປ້ອງ ຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ. ໃນນີ້, ໄດ້ຊ່ວຍເຫຼືອແນວ ພັນພືດອຸດສາຫະກຳ ແລະ ກະ ສິກຳ ຈຳນວນ 23.000 ຊະ ນິດ ແລະ ອື່ນໆ. ຈາກນັ້ນ, ຜູ້ ແທນໃນກອງປະຊຸມ ໄດ້ຜັດປ່ຽນ ກັນປະກອບຄິດຄຳເຫັນໃສ່ບົດ ສະຫຼຸບຢ່າງກົງໄປກົງມາ ເພື່ອ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ວາງທິດທາງແຜນການວຽກ ງານ ຊ່ວຍເຫຼືອການພັດທະນາ ຮອບດ້ານ ເຊິ່ງກັນ ແລະ ກັນ ຂອງບ້ານສອງບ້ານໃນຊຸມຕໍ່ປີ ໜ້າໃຫ້ເກີດດອກອອກຜົນກວ່າ ເກົ່າ. ໃນຕອນທ້າຍໄດ້ມີການມອບ ໃບສັນລະເສີນຂັ້ນເຈົ້າເມືອງ ເຮືອງຮວາງ ແລະ ເຈົ້າເມືອງ ເຊໂປນ ໃຫ້ຄະນະອຳນາດການ ປົກຄອງທັງສອງບ້ານດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະຕິ ບັດໜ້າທີ່ວຽກງານຂອງຕົນ ໃນໄລຍະຜ່ານມາຢ່າງສົມກຽດ. ພ້ອມທັງມອບຂອງຂວັນ ແລະ ຂອງທີ່ລະ ນຶກເຊິ່ງກັນ ແລະ ກັນ ຕື່ມອີກ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ