ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມປະກັນສັງຄົມ ເຄື່ອນໄຫວ ເຮັດວຽກຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2022-08-15 09:21:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ວັນທີ 8 ສິງຫາ 2022 ນີ້, ສະຫາຍ ພັນເອກ ໄຊຍະແສງ ໄມມະນີ ຮອງຫົວໜ້າກົມປະກັນ ສັງຄົມ ກົມໃຫຍ່ການເມືອງກອງ ທັບ ພ້ອມຄະນະໄດ້ເຄື່ອນໄຫວ ເຮັດວຽກຢູ່ກອງບັນຊາການທະ ຫານແຂວງບໍ່ແກ້ວ, ໃຫ້ການຕ້ອນ ຮັບໂດຍ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງບໍ່ແກ້ວ ພ້ອມຄະນະ, ມີພະ ນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນຕີ ພູນທອງ ແກ້ວວົງໃສ ຫົວໜ້າພະແນກປະ ກັນສັງຄົມ ກອງບັນຊາການທະ ຫານແຂວງບໍ່ແກ້ວ ໄດ້ຜ່ານບົດ ລາຍງານຫຍໍ້ການເຄື່ອນໄຫວ ວຽກງານປະກັນສັງຄົມ ໃນໄລ ຍະ 6 ເດືອນຕົ້ນ ປີ 2022 ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ ສະດວກ, ຂໍ້ຫຍຸ້ງຍາກໃນການ ເຄື່ອນໄຫວວຽກງານດັ່ງກ່າວ, ເຊິ່ງຄະນະພັກ-ຄະນະບັນຊາ ກໍຄືພະແນກປະກັນສັງຄົມ ໄດ້ ເອົາໃຈໃສ່ໃນການເຜີຍແຜ່ເອ ກະສານນິຕິກໍາຕ່າງໆຂອງກົມ ປະກັນສັງຄົມວາງອອກເຮັດ ໃຫ້ພະນັກງານ-ນັກຮົບຮັບຮູ້ ເຊື່ອມຊຶມເຂົ້າໃຈຢ່າງເລິກເຊິ່ງ, ປະຕິບັດໜ້າທີ່ວຽກງານການ ເບີກຈ່າຍເງິນອຸດໜູນນະໂຍບາຍ ຕ່າງໆເຊັ່ນ: ເງິນອຸດໜູນປະສູດ ລູກ, ເງິນໝ້າຍ, ເງິນລູກກໍາພ້າ, ເງິນເສຍອົງຄະ ແລະ ເງິນອຸດໜູນ ເສຍຊີວິດ ລວມທັງໝົດ 400 ລ້ານກວ່າກີບ, ການອອກບັດປະ ກັນສັງຄົມໃຫ້ພະນັກງານ-ນັກ ຮົບ ແລະ ລູກ-ເມຍຂອງຜູ້ປະ ກັນຕົນມີຄວາມສະດວກວ່ອງ ໄວທ່ວງທັນກັບສະພາບການ. ຫຼັງຈາກນັ້ນໄດ້ພ້ອມກັນປຶກສາ ຫາລືຊອກຫາວິທີແກ້ໄຂບັນຫາ ຫຍຸ້ງຍາກທີ່ຍັງຄົງຄ້າງ, ເພື່ອ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂອງຄະນະກົມປະກັນສັງຄົມ ກັບພະນັກງານພະແນກປະກັນ ສັງຄົມ ແລະ ຂະແໜງການທີ່ກ່ຽວ ຂ້ອງໃນການປະຕິບັດວຽກງານ ເພື່ອພ້ອມກັນນໍາໄປປັບປຸງແກ້ ໄຂໃຫ້ມີຄຸນນະພາບສູງໃນຕໍ່ໜ້າ. ໂອກາດດຽວກັນ, ສະຫາຍ ພັນເອກ ໄຊຍະແສງ ໄມມະນີ ແລະ ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ຜັດປ່ຽນກັນມີຄໍາເຫັນ ເນັ້ນໜັກໃຫ້ພະນັກງານທີ່ກ່ຽວ ຂ້ອງມີແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງຮັດກຸມ, ເອົາໃຈໃສ່ ປະຕິບັດຂໍ້ກໍານົດ, ກົດລະບຽບ ແນວທາງນະໂຍບາຍຂອງກົມ ປະກັນສັງຄົມ ກົມໃຫຍ່ການເມືອງ ກອງທັບວາງອອກ, ການພົວພັນ ວຽກງານຂອງແຕ່ລະພະແນກ ການທີ່ກ່ຽວຂ້ອງຂອງກົມກອງ ໃຫ້ສອດຄ່ອງຈະແຈ້ງ, ເອົາໃຈ ໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມ 9 ເປົ້າໝາຍຂອງວຽກງານປະກັນ ສັງຄົມໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈຢ່າງ ເລິກເຊິ່ງ ແລະ ສະຫຼຸບກວດກາ ຕີລາຄາການຈັດຕັ້ງປະຕິບັດ ໜ້າທີ່ວຽກງານແຕ່ລະໄລຍະໃຫ້ ມີຄວາມຮັບປະກັນ ແລະ ມີຄຸນນະ ພາບສູງຂຶ້ນ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ