ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບຖອດຖອນບົດຮຽນວຽກງານ ກໍ່ສ້າງພັກ-ພະນັກງານ
ເວລາອອກຂ່າວ: 2022-08-15 09:19:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ວັນທີ 11 ສິງຫາ 2022 ນີ້, ກອງພັນໃຫຍ່ 661 ໄດ້ສະຫຼຸບ ຖອດຖອນບົດຮຽນວຽກງານກໍ່ ສ້າງພັກ-ພະນັກງານໄລຍະ 5 ປີ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ ຫົວໜ້າ ການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງ ພັນ, ພະແນກ ການພ້ອມດ້ວຍ ພະນັກ ງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ປະທານກວດກາ ພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 661 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກໍ່່ສ້າງພັກ-ພະນັກງານໃນໄລຍະ 5 ປີຜ່ານມາ ເຊິ່ງຄະນະພັກໄດ້ ຖືສຳຄັນການກໍ່ສ້າງພັກທາງ ດ້ານການເມືອງເປັນວຽກແຖວ ໜ້າ ຖັນແຖວສະມາຊິກພັກໄດ້ ສຶກສາຮຽນຮູ້ອຸດົມການພັກ, ມີ ສະຕິເຄົາລົບ ແລະ ປະຕິບັດກົດລະ ບຽບຂອງພັກ ກົດໝາຍຂອງ ລັດ ແລະ ລະບຽບວິໄນຂອງກອງ ທັບວາງອອກຢ່າງເຂັ້ມງວດ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ປັບປຸງ ບູລະນະການຈັດຕັ້ງພັກ ແຕ່ອົງ ການກອງພັນໃຫຍ່ລົງຮອດຮາກ ຖານພັກລ້ວນແຕ່ມີການຈັດຕັ້ັງ ພັກທີ່ແໜ້ນໜາເຮັດໃຫ້ການ ຈັດຕັ້ງພັກທຸກຂັ້ນມີການເຕີບ ໃຫຍ່ຂະຫຍາຍຕົວ ສາມາດເປັນ ແກນນຳໃນການນຳພາປັບປຸງ ກໍ່ສ້າງພັກ, ກໍ່ສ້າງກົມກອງນັບ ມື້ມີຄວາມເຂັ້ມແຂງ ໜັກແໜ້ນ ຂຶ້ນເລື້ອຍໆ. ນອກນີ້, ຄະນະພັກຍັງໄດ້ໃກ້ຊິດຕິດແທດກັບວຽກງານການຂະຫຍາຍພັກ ສ້າງເປົ້າໝາຍມະຫາຊົນຜູ້ທີ່ດີ ເດັ່ນຈາກການເຝິກຝົນຫຼໍ່ຫຼອມຕົນ ເອງເຂົ້າໃນວຽກງານຕົວຈິງ ສາມາດຂະຫຍາຍມະຫາຊົນກ້າວ ໜ້າເປັນສະມາຊິກພັກ ທາງດ້ານ ປະລິມານ ແລະ ຄຸນນະພາບນັບ ມື້ເພີ່ມຂຶ້ນ, ຄຽງຄູ່ກັນນີ້ ຍັງເອົາ ໃຈໃສ່ປັບປຸງກໍ່ສ້າງພັກ ໂດຍ ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມ ງວດຕາມ 5 ຫຼັກການ 3 ທິດ ນຳໃນການກໍ່ສ້າງ ແລະ ປັບປຸງ ພັກຕິດພັນກັບການກໍ່ສ້າງກອງ ປອດໃສ ປອດໄພ ປອດຄະດີ ໃຫ້ເປັນຂະບວນການຢ່າງກວ້າງ ຂວາງ ຮັບປະກັນທາງດ້ານ ປະລິມານ ແລະ ຄຸນນະພາບສູງ. ປັດຈຸບັນທົ່ວກອງພັນໃຫຍ່ ມີ 5 ຄະນະພັກຮາກຖານ, ມີ 4 ໜ່ວຍພັກ, ມີສະມາຊິກພັກທັງ ໝົດ 537 ສະຫາຍ, ມີສະມາຊິກ ພັກແຂງ 353 ສະຫາຍ, ກາງ 168 ສະຫາຍ, ບໍ່ໄດ້ຈັດປະເພດ 16 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ