ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 643 ປິດ​ຊຸດ​ອົບຮົມ-ຫັດ​ແອບ ວຽກ​ງາ​ນ​ຮັບປະກັນ​ເຕັກນິກ
ເວລາອອກຂ່າວ: 2022-08-15 09:14:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ວັນ​ທີ 10 ສິງຫາ 2022, ພະ​ແນກ​ເຕັກນິກ ​ກອງພັນ​ໃຫຍ່ 643 ໄດ້​ປິດ​ຊຸດ​ອົບຮົມ ວຽກ​ງານ​ຮັບ ປະກັນ​ເຕັກນິກ ​ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບົວລອຍ ດວງ​ລາ​ວົງ ຫົວໜ້າ​ການ​ທະຫານ ​ກອງພັນ​ໃຫຍ່ 643, ມີຄະນະ​ພັກ-ຄະນະ​ບັນຊາ ພະ​ແນກ​ເຕັກນິກ, ຄູ-ອາຈານ, ນັກ​ວິຊາສະເພາະ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ມອນ​ທອງ ອິນ​ຄຳ​ພັນ ຫົວໜ້າ​ພະ​ແນກ​ເຕັກ ນິກ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດ ຕັ້ງ​ອົບຮົມ-ຫັດ​ແອບ ວຽກ​ງານ ຮັບປະກັນ​ເຕັກນິກ ປະຈຳ​ປີ 2022, ເຊິ່ງ​ໄດ້​ຖື​ເອົາ​ວຽກ​ງານ ​ສຶກ​ສາ​ອົມ​ຮົມ​ການເມືອງ-ນຳ ພາ​ແນວ​ຄິດ​ເປັນ​ກົກ ແລະ ຖື​ເອົາ​ວຽກ​ງານ​ວິຊາ​ສະເພາະ​ເປັນ ​ບັນຫາ​ສຳຄັນ, ແນໃສ່​ສ້າງ​ໃຫ້ ພະນັກງານ-ນັກຮົບ​ວິຊາ​ສະ ເພາະ ມີ​ຫົວຄິດ​ປະດິດ​ສ້າງມີ​ໄຫວ​ພິກ ແລະ ມີ​ຄວາມ​ຮູ້, ຄວາມ​ສາມາດທີ່​ແນ່ນອນ ໃນ​ການ​ສ້າງ​ແຜນການ​ຮັບປະກັນເຕັກນິກ ພ້ອມ​ດຽວ​ກັນ​ນີ້, ຍັງ​ຍົກ​ໃຫ້​ເຫັນ​ທີ່​ຕັ້ງ​ພາລະ​ບົດບາດ ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ດັ່ງກ່າວ.ເປັນຕົ້ນ​ແມ່ນ​ການຄຸ້ມ​ຄອງ​ພາຫະນະ​ເຕັກນິກ, ການ​ກວດກາ, ການ​ມ້ຽນ​ມັດ-ບົວລະບັດ​ຜັດ​ເຊັດ ຂັ້ນ I, ຂັ້ນ II, ການ​ສ້ອມແປງ ແລະ ການ​ປົກ​ປັກ​ຮັກສາ​ບັນດາ​ພາຫະນະ, ອາວຸດ-ລູກ​ກະ​ສຸນ ເພື່ອ​ໃຫ້​ກົມ​ກອງ​ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ພາຫະນະ​ຮັບ​ໃຊ້, ອາວຸດ​ຍຸດ​ ໂທ​ປະກອນ​ຢູ່​ໃນ​ທ່າ​ການ​ກຽມ ພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ຕົວ​ຈິງ ໄດ້​ຕະຫຼອດ​ເວລາ, ກຳນົດ​ເວລາ​ອົບຮົມ 21 ວັນ, ມີ​ພະນັກງານ-ນັກຮົບວິຊາ​ສະເພາະ ເຂົ້າ​ຮ່ວມ​ອົບຮົມ​ຕົວ​ຈິງ 50 ສະຫາຍ, ຜ່ານ​ການ​ອົບຮົມ-ຫັດ​ແອບ ສາມາດ​ສະຫຼຸບ​ຕີ​ລາຄາ​ໄດ້​ຂັ້ນ​ດີ 45 ສະ ຫາຍ ແລະຄາດໝາຍ 5 ສະຫາຍ ສະເລ່ຍ​ຜົນ​ໄດ້​ຮັບ 90%. ໂດຍ: ຄຳ​ໝັ້ນ ​ຄ​ງວິ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ