ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈັດກິດຈະກໍາຍ່າງເພື່ອສຸຂະພາບ ຂໍ່ານັບຮັບຕ້ອນ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 31 ປີ
ເວລາອອກຂ່າວ: 2022-08-15 08:53:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ວັນທີ 12 ສິງຫາ 2022 ນີ້, ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ຈັດກິດຈະກໍາຍ່າງ ເພື່ອສຸຂະພາບ ເພື່ອຂໍ່ານັບຮັບ ຕ້ອນວັນລັດຖະທໍາມະນູນແຫ່ງ ຊາດ ຄົບຮອບ 31 ປີ (15 ສິງຫາ 1991-15 ສິງຫາ 2022) ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄໍາ ຫົວໜ້າກົມກົດໜາຍ ກະຊວງປ້ອງກັນປະເທດ, ພ້ອມ ດ້ວຍຄະນະພັກ-ຄະນະບັນຊາຫ້ອງວ່າການ, ອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດຕະຫຼອດຮອດສະມາຊິກ ຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ. ສະຫາຍ ພັນເອກ ບຸນເພັງ ສີປະເສີດ ຮອງຫົວໜ້າກົມກົດໜາຍຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ກ່າວເປີດພິທີວ່າ: ການຈັດກິດຈະກໍາຍ່າງເພື່ອ ສຸຂະພາບຄັ້ງນີ້ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະ ຫວັດສາດສໍາຄັນຂອງຊາດ, ຂອງ ພັກ ແລະ ຂອງກອງທັບ ໂດຍສະ ເພາະວັນສ້າງຕັ້ງແມ່ຍິງລາວຄົບ ຮອບ 67 ປີ, ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ພິເສດແມ່ນ ຂໍ່ານັບຮັບຕ້ອນວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 31 ປີ. ທັງນີ້ ກໍເພື່ອເສີມສ້າງສຸຂະພາບ ຮ່າງກາຍໃຫ້ຄະນະພັກ-ຄະນະ ບັນຊາ, ສະມາຊິກຊາວໜຸ່ມ-ແມ່ ຍິງ ມີສຸຂະພາບແຂງແຮງ, ສ້າງ ຄວາມສາມັກຄີລະຫວ່າງຄະນະ ນໍາກົມໃຫຍ່, ຄະນະພັກ-ຄະນະ ບັນຊາບັນດາກົມກອງ ແລະ ສະ ມາຊິກຊາວໜຸ່ມ-ແມ່ຍິງ ໃຫ້ມີ ຄວາມແໜ້ນແຟ້ນກົມກອງເຕັມ ໄປດ້ວຍບັນຍາກາດມ່ວນຊື່ນ. ການຈັດກິດຈະກໍາຄັ້ງນີ້ ໄດ້ຮັບ ການສະໜັບສະໜູນຈາກ ບໍລິສັດ ສົມຫວັງ ກໍ່ສ້າງຂົວ-ທາງ ເຊິ່ງໄດ້ ປະກອບສ່ວນຊຸກຍູ້ເສື້ອຍືດ ຈໍາ ນວນ 500 ຜືນ ແລະ ເງິນສົດ ຈໍາ ນວນ 10 ລ້ານກີບ ລວມມູນຄ່າ ທັງໜົດ 40 ລ້ານກີບ ໃຫ້ກົມກົດໜາຍນໍາໃຊ້ເຂົ້າໃນການຈັດກິດ ຈະກໍາໃນຄັ້ງນີ້. ໂດຍ: ພອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ