ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງໄຊຍະບູລີ ນໍາໃຊ້ກໍາລັງພົນ 600 ກວ່າສະຫາຍ ເພື່ອກຽມພ້ອມຮັບມືກັບໄພນໍ້າຖ້ວມ
ເວລາອອກຂ່າວ: 2022-08-15 08:45:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ເນື່ອງຈາກແຂວງໄຊຍະບູ ລີ ໄດ້ຮັບຜົນກະທົບຈາກພາຍຸ ມູນລານ ເຮັດໃຫ້ມີຝົນຕົກແຕ່ ວັນທີ 11-12 ສິງຫາ 2022 ນີ້, ເຮັດໃຫ້ນໍ້າຫ້ວຍຫຼາຍສາຍຢູ່ ແຂວງໄຊຍະບູລີ ຍຶ່ງຂຶ້ນຖ້ວມພື້ນ ຖານການຜະລິດ ແລະ ເຮືອນ ຊານຂອງປະຊາຊົນ ຈໍານວນ ໜຶ່ງ, ຕໍ່ກັບເຫດການດັ່ງກ່າວ ຄະ ນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ແລະ ການນໍາທຸກພາກສ່ວນຂອງແຂວງ ໄດ້ເຝົ້າ ລະວັງ ແລະ ກຽມກໍາລັງພົນ 600 ກວ່າສະຫາຍ ເພື່ອກຽມ ພ້ອມຮັບມືກັບໄພພິບັດດັ່ງກ່າວ. ສະຫາຍ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແຂວງໄຊຍະບູ ລີ ຫົວໜ້າຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນແຂວງ ໄດ້ໃຫ້ຮູ້ ວ່າ: ເພື່ອເປັນການເຝົ້າລະວັງ ແລະ ກຽມຄວາມພ້ອມຮອບ ດ້ານຕໍ່ໄພນໍ້າຖ້ວມຄັ້ງນີ້ ການນໍາ ຂອງແຂວງ ກໍຄືຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະ ທົບໃນເບື້ອງຕົ້ນ ລວມມີ 5 ເມືອງ, ເສັ້ນທາງລະຫວ່າງເມືອງໄຊ ຍະບູລີ ຫາເມືອງຫົງສາຖືກຕັດ ຂາດ, ພື້ນທີ່ການຜະລິດ ແລະ ສັດ ລ້ຽງຂອງປະຊາຊົນໄດ້ຮັບຄວາມ ເສຍຫາຍຈໍານວນໜຶ່ງ. ສະເພາະ ເທສະບານເມືອງໄຊຍະບູລີ ລະ ດັບແມ່ນໍ້າຮຸ່ງແມ່ນ ຂຶ້ນເຖິງຈຸດ ສ່ຽງ ໄພຢູ່ໃນລະດັບ 5-6,5 ແມັດ, ຈຸດອັນຕະລາຍແມ່ນ 7 ແມັດ, ສໍາລັບແຜນການຕອບໂຕ້ເບື້ອງ ຕົ້ນແມ່ນໄດ້ປະກາດພາວະສຸກ ເສີນແຈ້ງເຕືອນການເຝົ້າລະວັງ ຜ່ານທາງໂທລະໂຄ່ງຂອງແຕ່ ລະບ້ານ, ແຈ້ງອອກທາງວິທະຍຸ ກະ ຈາຍ ສຽງ ແລະ ໃຫ້ລົດໂຮງ ໝໍ, ຕໍາຫຼວດ ເປີດໂວດແຈ້ງເຕືອນ ປະຊາຊົນຕາມເສັ້ນທາງສາຍ ຕ່າງໆ, ພ້ອມດຽວກັນກໍ່ໄດ້ລະດົມ ກໍາລັງພົນເພື່ອເຂົ້າຊ່ວຍເຫຼືອປະຊາຊົນເມື່ອນໍ້າຂຶ້ນຖ້ວມຈໍາ ນວນ 600 ກວ່າສະຫາຍ, ໃນນັ້ນ: ມີ ກໍາລັງທະຫານແຂວງ 115 ສະ ຫາຍ, ກອງພົນທີ 2 ຈໍານວນ 300 ສະຫາຍ, ຕໍາຫຼວດ 50 ສະ ຫາຍ, ຊາວໜຸ່ມຈາກບັນດາພະແນກ ການອ້ອມຂ້າງແຂວງ 200 ສະ ຫາຍ, ໜ່ວຍກູ້ໄພຂອງແຂວງ ແລະ ແພດໝໍຈໍານວນ 20 ສະ ຫາຍ, ນອກນີ້ ຍັງມີພາຫະ ນະປະ ເພດ ລົດບັນທຸກ ແລະ ລົດກະບະ 18 ຄັນ, ລົດກູ້ຊີບກູ້ໄພ 3 ຄັນ, ເຮືອ 3 ລໍາ, ເຄື່ອງຜະລິດນໍ້າກິນ ນໍ້າໃຊ້ 1 ເຄື່ອງ ແລະ ຢາປົວພະ ຍາດຈໍານວນໜຶ່ງ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ