ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສນຫລ ເຊື່ອມຊຶມມະຕິກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI
ເວລາອອກຂ່າວ: 2022-08-12 09:02:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ວັນທີ 10 ສິງຫາ 2022 ນີ້, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ (ສນຫລ) ໄດ້ຈັດກອງ ປະຊຸມເຊື່ອມຊຶມມະຕິກອງປະ ຊຸມຄົບຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 4 ສະໄໝທີ XI ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ, ມີຮອງປະທານ, ຫົວໜ້າກົມ, ຫ້ອງການ ແລະ ພະນັກ ງານ-ລັດຖະກອນ ທົ່ວ ສນຫລ ເຂົ້າຮ່ວມ. ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ກ່າວວ່າ: ຄະນະບໍ ລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ດຳເນີນແຕ່ວັນ ທີ 18-26 ພຶດສະພາ 2022 ທີ່ ສຳນັກງານສູນກາງພັກປະຊາຊົນ ປະຕິວັດລາວ, ໂດຍການເປັນປະ ທານຂອງ ສະຫາຍ ທອງລຸນ ສີ ສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ ປະທານປະ ເທດ ແຫ່ງ ສປປ ລາວ, ກອງປະ ຊຸມໄດ້ປະເມີນສະພາບແວດ ລ້ອມຢູ່ພາກພື້ນ ແລະ ສາກົນໃນ ປັດຈຸບັນ ແລະ ຄາດຄະເນ ທ່າຂະ ຫຍາຍຕົວໃນຕໍ່ໜ້າ, ຕີລາຄາຜົນ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການ ຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ, ສືບຕໍ່ຍູ້ແຮງການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນ ເປັນຈິງ, ຄະນະບໍລິຫານງານສູນ ກາງພັກໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນຳກ່ຽວກັບການເສີມ ຂະຫຍາຍທ່າແຮງ, ຄວາມສາ ມາດບົ່ມຊ້ອນໃຫ້ກາຍເປັນຂະ ແໜງເສດຖະກິດປາຍແຫຼມ, ຊຸກ ຍູ້ສົ່ງເສີມຜູ້ປະກອບການທຸລະ ກິດຂະໜາດນ້ອຍ, ກາງ ແລະ ຈຸນລະວິສາຫະກິດໃຫ້ມີຄວາມ ເຂັ້ມແຂງ, ເພີີ່ມທະວີການພັດທະ ນາຊັບພະຍາກອນມະນຸດໃຫ້ ມີຄຸນນະພາບສູງ, ປັບປຸງລະບົບ ການຈັດຕັ້ງ, ກົງຈັກ ແລະ ກົນໄກ ການເຄື່ອນໄຫວຂອງອົງການ ບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ, ຄະນະບໍລິ ຫານງານສູນກາງພັກໄດ້ຄົ້ນ ຄວ້າ, ປຶກສາຫາລື ແລະ ໃຫ້ທິດ ຊີ້ນຳເບື້ອງຕົ້ນກ່ຽວກັບການຄົ້ນ ຄວ້າທິດສະດີ ແລະ ສະຫຼຸບພຶດ ຕິກຳໃຫ້ແກ່ການສ້າງປະຖົມປັດ ໃຈເພື່ອກ້າວຂຶ້ນສູ່ຈຸດໝາຍສັງ ຄົມນິຍົມ, ຄະນະບໍລິຫານງານ ສູນກາງພັກໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນຳກ່ຽວກັບການກະ ກຽມການດຳເນີນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ກອງປະ ຊຸມວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ແລະ ວຽກງານສາມສ້າງ ກອງປະຊຸມສະຫຼຸບຂະບວນ ການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຄະນະບໍລິຫານ ງານສູນກາງພັກໄດ້ວາງວຽກ ງານຈຸດສຸມໃນການນຳພາຊີ້ ນຳຂອງຕົນແຕ່ນີ້ຫາກອງປະຊຸມ ຄົບຄະນະບໍລິຫານງານສູນກາງ ພັກ ຄັ້ງທີ 5 ສະໄໝທີ XI. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ