ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງສະຫວັນນະເຂດ ມອບລົດໃຫ້ກົມກອງຕາມໂຕເລກແບ່ງປັນ
ເວລາອອກຂ່າວ: 2022-08-12 08:59:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ຕອນບ່າຍຂອງວັນທີ 8 ສິງ ຫານີ້, ກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ຈັດພິ ທີ ມອບ-ຮັບ ລົດບັນຊາ, ລົດຮັບ ໃຊ້ໃຫ້ຫ້ອງການກອງບັນຊາ ການທະຫານແຂວງ ແລະ ກອງ ພັນທີ 4 ຂຶ້ນຢ່າງເປັນທາງການ ທີ່ກອງບັນຊາການທະຫານ ແຂວງ ໂດຍການເປັນປະທານ ມອບຂອງສະຫາຍ ພົນຈັດຕະ ວາ ສີ ທະວີໄຊ ຄະນະປະຈໍາພັກ ແຂວງ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະ ບັນຊາອົງການ 5 ຫ້ອງຂອງ ກອງບັນຊາການທະຫານແຂວງ ແລະ ຄະນະພັກ-ຄະນະບັນຊາ ກອງພັນທີ 4 ເຂົ້າຮ່ວມຮັບ. ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ວ່າດ້ວຍການມອບພາຫະນະລົດ ບັນຊາໃຫ້ຫ້ອງການກອງບັນ ຊາການທະຫານແຂວງປະເພດ ລົດຈິບ ແລະ ຂໍ້ຕົກລົງຂອງກອງ ບັນຊາການທະຫານແຂວງ ວ່າ ດ້ວຍການມອບພາຫະນະລົດ ບັນຊາໃຫ້ກອງພັນທີ 4 ປະເພດ ລົດຈິບຄືກັນ ເຊິ່ງລົດທີ່ນຳມາ ມອບ-ຮັບໃນຄັ້ງນີ້ ແມ່ນໄດ້ຈາກ ການແບ່ງປັນຕາມການຕົກລົງ ຂອງລັດຖະມົນຕີກະຊວງປ້ອງ ກັນປະເທດ ສະບັບເລກທີ 2679/ ກປທ ລົງວັນທີ 6 ມິຖຸນາ 2022 ວ່າດ້ວຍ ການມອບລົດບັນຊາ, ລົດຮັບໃຊ້ໃຫ້ກົມກອງທົ່ວປະ ເທດ ແລະ ໃນນັ້ນ, ກອງບັນຊາ ການທະຫານແຂວງ ສະຫວັນ ນະເຂດ ໄດ້ຮັບການແບ່ງປັນລົດ ຈາກກະຊວງປ້ອງກັນປະເທດ ທັງໝົດ3 ຄັນ ປະກອບມີລົດບັນ ຊາປະເພດລົດຈິບ2 ຄັນ ແລະ ປະເພດລົດບັນທຸກຂະໜາດກາງ 6 ລໍ້ 1 ຄັນ, ສ່ວນລົດ 6 ລໍ້ ແມ່ນກຽມມອບລົງໃຫ້ກັບກົມກອງໃນໂອກາດຕໍ່ໄປ. ໃນພິທີ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາ ກົມກອງ ທີ່ໄດ້ຮັບພາຫະນະຕ້ອງເອົາໃຈ ໃສ່ຍົກສູງຄວາມຮັບຜິດຊອບໃນ ການນໍາໃຊ້, ຮັບປະກັນການນໍາ ໃຊ້ໃຫ້ໄດ້ຍາວນານ ແລະ ມີປະ ສິດທິພາບ, ປະສິດທິຜົນໃນໜ້າ ທີ່ວຽກງານ ແລະ ກ່ອນການນໍາ ໃຊ້ທຸກຄັ້ງ ຕ້ອງເອົາໃຈໃສ່ໃນ ການກວດກາຄວາມພ້ອມຂອງ ພາຫະນະໃຫ້ລະອຽດ, ເມື່ອນໍາ ໃຊ້ແລ້ວກໍ່ຕ້ອງມີການປົກປັກ ຮັກສາ, ລະມັດລະວັງການຂັບຂີ່ ບໍ່ໃຫ້ເປ່ເພເສຍຫາຍໄດ້ງ່າຍ. ໂດຍ: ວິລະພົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ