ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງພະລາທິການ ວິທະຍາຄານການແພດກອງທັບ ສະຫຼຸບວຽກງານ 6 ເດືອນຕົ້ນປີ 2022
ເວລາອອກຂ່າວ: 2022-08-12 08:57:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ວັນທີ 5 ສິງຫາ 2022 ຫ້ອງພະລາທິການວິທະຍາຄານ ການແພດກອງທັບ ໄດ້ເປີດກອງ ປະຊຸມສະຫຼຸບວຽກງານການ ເຄື່ອນໄຫວ ໄລຍະ 6 ເດືອນຕົ້ນປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ເລຂາຄະນະ ພັກ ຫົວໜ້າການເມືອງ ວິທະ ຍາຄານການແພດກອງທັບ, ມີ ບັນດາຫ້ອງການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າ ຮ່ວມ. ສະຫາຍ ພັນຕີ ບຸນຊູ ສິມມະນີ ຮັກສາການຮອງຫົວໜ້າຫ້ອງ ພະລາທິການ ວິທະຍາຄານ ໄດ້ ຜ່ານບົດສະຫຼຸບວຽກງານການ ເຄື່ອນໄຫວໄລຍະ 6 ເດືອນຕົ້ນປີ 2022, ເຊິ່ງພະນັກງານ-ນັກຮົບ ແຕ່ລະສະຫາຍໄດ້ເອົາໃຈໃສ່ ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ-ລັດ, ມະຕິຄຳສັ່ງຂອງ ຂັ້ນເທິງ, ເປັນເຈົ້າການໃນການ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ກົດລະບຽບ ຂອງກອງທັບ, ເຂົ້າຮ່ວມດຳ ເນີນຊີວິດການເມືອງ, ເຂົ້າ ຮ່ວມຂະບວນການຕ່າງໆຂອງ ກົມກອງ, ມີຄວາມສາມັກຄີຮັກ ແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີສະຕິຕື່ນຕົວ ເຮັດສຳເລັດໜ້າ ທີ່ວຽກງານວິຊາສະເພາະພະລາ ທິການ. ວຽກງານອຸປະໂພກ-ບໍລິໂພກຮັບປະກັນເຂົ້າອັດຕາ ກິນ, ຊີ້ນ, ປາ, ຜັກ, ໝາກໄມ້ຕາມ ລະບອບອັດຕາທີ່ຂັ້ນເທິງກຳນົດ ໃຫ້. ຊື້ຊີ້ນງົວ 6.071 ກິໂລ, ຊີ້ນ ໝູ 6.542 ກິໂລ, ເປັດ-ໄກ່-ນົກ 6.073 ກິໂລ, ປາ ກຸ້ງ-ກົບ 7.565 ກິໂລ, ໄຂ່ໄກ່-ໄຂ່ເປັດ 19.830 ໜ່ວຍ, ປະເພດຜັກ 31.704 ກິໂລ, ໝາກໄມ້ 13.309 ກິໂລ, ເຄື່ອງປຸງອື່ນໆ 2.445 ກິໂລ, ລວມເປັນຈຳນວນເງິນທັງໝົດ 1.690.753.000 ກີບ; ວຽກ ງານເສນາຮັກ ເອົາໃຈໃສ່ຕິດ ຕາມ, ກວດສຸຂະພາບຂອງພະ ນັກງານ-ນັກຮົບເປັນປະຈຳ ໂດຍ ປະຕິບັດຕາມຫຼັກການຂອງວິ ຊາສະເພາະແພດ, ປິ່ນປົວດີພາຍ ໃນກົມກອງ 75 ສະຫາຍ, ສົ່ງເຂົ້າ ນອນໂຮງໝໍ 8 ສະຫາຍ, ຈັດຕັ້ງ ໜ່ວຍງານກວດເຂັ້ມງວດພະ ຍາດໂຄວິດ-19, ນຳພາພະນັກ ງານ-ນັກສຶກສາອະນາໄມກົມ ກອງ, ຫໍພັກ, ສີດພົ່ນຢາຂ້າຍຸງ ຕາມຄອງລະບາຍນ້ຳ, ຈ່າຍມຸ້ງ ຍ້ອມຢາໃຫ້ພະນັກງານ-ນັກສຶກ ສາ. ວຽກງານນໍ້າມັນເຊື້ອໄຟ ສ້າງແຜນງົບປະມານຄວາມ ຕ້ອງການນ້ຳມັນເຊື້ອໄຟສົ່ງໃຫ້ ຂັ້ນເທິງທັນຕາມກຳນົດເວລາ, ຄຸ້ມຄອງການໃຊ້ຈ່າຍດ້ວຍລະ ບົບບັນຊີ, ປົກປັກຮັກສາສາງ ເກັບມ້ຽນນໍ້າມັນໃຫ້ປອດໄພ, ມີ ການສະຫຼຸບລາຍງານຂາດຕົວ ໃນແຕ່ລະເດືອນ. ວຽກງານກໍ່ສ້າງ ເຄຫະສະຖານລົງຕິດຕາມກວດ ກາບັນດາສິ່ງປຸກສ້າງທີ່ກົມກອງ ມີຢູ່ເປັນຕົ້ນລະບົບນ້ຳ, ໄຟຟ້າ, ແອ, ບັນດາຕຶກອາຄານ, ສ້າງເຮືອນ ນອນ 1 ຫຼັງ ແລະ ສ້າງຫ້ອງນໍ້າ ໃຫ້ນັກສຶກສາທີ່ນອນຢູ່ຫໍພັກໂຮງ ໝໍສູນກາງ 103 ກອງທັບ. ວຽກ ງານຂົນສົ່ງ-ສ້ອມແປງໄດ້ແລ່ນ ລົດຮັບໃຊ້ວຽກເຝິກແອບຮໍ່າຮຽນ ແລະ ວຽກງານບໍລິຫານຕ່າງໆ ຈຳນວນ 192 ຖ້ຽວ, ພ້ອມທັງ ກວດກາສະພາບເຕັກນິກລົດ ເພື່ອ ຮັບປະກັນໃຫ້ພາຫະນະລົດມີສະ ພາບເຕັກນິກທີ່ດີຢູ່ສະເໝີ. ວຽກ ງານປູກຝັງ-ລ້ຽງສັດປູກກ້ວຍ ໄດ້ 2 ເຮັກຕາ, ລ້ຽງງົວ 9 ໂຕ, ປູກຜັກຊະນິດຕ່າງໆຂາຍເຂົ້າ ເຮືອນຄົວລວມໄດ້ 1.029 ກິໂລ, ຄິດເປັນເງິນ 4.719.000 ກີບ. ວຽກງານບໍລິຫານພະລາທິການ ຕິດຕາມ ແລະ ກວດກາການຈໍລະ ຈອນເອກະສານຕ່າງໆທີ່ຜ່ານ ຫ້ອງພະລາທິການ, ພົວພັນເອກະ ສານນຳຂັ້ນເທິງ, ຕິດຕາມການ ເຄື່ອນໄຫວວຽກງານຜະລິດຢູ່ ສວນທ່າດິນແດງ ແລະ ວຽກງານ ອື່ນໆ. ຈາກນັ້ນ, ກໍໄດ້ຜ່ານທິດ ທາງແຜນການວຽກງານໄລຍະ 6 ເດືອນທ້າຍປີ 2022.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ