ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ປະຊາຄົມໂລກ ຊຸກຍູ້ສັນຕິພາບໃນອາຟຣິກາ
ເວລາອອກຂ່າວ: 2022-08-11 09:25:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ ວ່າ: ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດໄດ້ດຳເນີນ ການ ໂຕ້ວາທີ ໃນຫົວຂໍ້ ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ອາຟຣິ ກາ, ການເພີ່ມທະວີການສ້າງກຳລັງຄວາມສາມາດເພື່ອຄວາມໝັ້ນຄົງ ແລະ ບັນລຸສັນຕິພາບທີ່ຍືນຍົງ ໃນວັນທີ 8 ສິງຫາ ຜ່ານມາ. ປັດຈຸບັນ, ບັນດາປະເທດອາ ຟຣິກາພວມປະເຊີນກັບສະ ພາບການຮ້າຍແຮງຫຼາຍຢ່າງ ເຊັ່ນ: ການແຜ່ລະບາດຂອງພະ ຍາດ, ການປະທະກັນລະຫວ່າງ ປະເທດ, ການປ່ຽນແປງຂອງດິນ ຟ້າອາກາດ, ບັນຫາພະລັງງານ ແລະ ອາຫານ, ເຂົາເຈົ້າຫວັງຢ່າງ ຮີບດ່ວນວ່າປະຊາຄົມໂລກຈະ ເພີ່ມທະວີຄວາມເອົາໃຈໃສ່ ເພື່ອ ແນໃສ່ສ້າງເວທີປຶກສາຫາລືເພື່ອ ໃຫ້ບັນດາປະເທດສະມາຊິກມີ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວ ກັບຄວາມຫຍຸ້ງຍາກ, ສິ່ງທ້າ ທາຍ ແລະ ຄວາມຕ້ອງການຕົວຈິງຂອງ ອາຟຣິກາ. ຄະນະຜູ້ແທນອົງການ ຄວາມໝັ້ນຄົງ ສປຊ ໄດ້ສະເໜີ ບົດບັນທຶກຄວາມຄິດກ່ອນກອງ ປະຊຸມ, ເພື່ອຕອບສະໜອງບັນຫາ ອັນຍາວນານຂອງປະເທດອາ ຟຣິກາທີ່ຍັງຈະປະເຊີນໜ້າເຊັ່ນ: ຄວາມສາມາດດ້ານການປົກຄອງ ທີ່ອ່ອນແອ, ວິທີການປົກປັກຮັກ ສາສັນຕິພາບທີ່ຈຳກັດ, ຊັບພະ ຍາກອນບໍ່ພຽງພໍ. ບັນດາປະເທດ ຕ້ອງເພີ່ມທະວີການເສີມຂະ ຫຍາຍຄວາມສາມາດ, ພ້ອມທັງ ຮຽກຮ້ອງປະຊາຄົມສາກົນຊ່ວຍ ເຫຼືອປະເທດອາຟຣິກາປັບປຸງ ການປົກຄອງລັດ, ການພັດທະ ນາແບບຍືນຍົງ, ການຕ້ານການ ກໍ່ການຮ້າຍ, ຮັກສາຄວາມປອດ ໄພຮ່ວມ, ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍອື່ນໆ. ໃນຄຳປາໄສທີ່ກອງປະຊຸມ, ທ່ານ ຈາງຈູນ ຜູ້ຕັງໜ້າຈີນປະຈໍາອົງການຄວາມໝັ້ນຄົງ ສປຊ ກ່າວວ່າ, ຈີນ ແລະ ອາຟຣິກາ ໄດ້ ສະໜັບສະໜູນເຊິ່ງກັນ ແລະ ກັນ ສະເໝີຕົ້ນສະເໝີປາຍ ແລະ ແບ່ງ ປັນຈຸດໝາຍປາຍທາງຮ່ວມກັນ. ໃນຖານະເປັນປະເທດທີ່ກໍາ ລັງພັດທະນາ, ຂ້າພະເຈົ້າເຫັນໃຈ ກັບປະສົບການ ແລະ ຄວາມຕ້ອງ ການຂອງອາຟຣິກາ ເພື່ອຊ່ວຍ ໃຫ້ອາຟຣິກາບັນລຸສະຖຽນລະ ພາບໃນໄລຍະຍາວ, ພວກເຮົາ ຕ້ອງສືບຕໍ່ເພີ່ມທະວີການລົງທຶນ, ແລະ ການສ້າງຄວາມອາດສາມາດແມ່ນການເຊື່ອມໂຍງທີ່ສໍາຄັນ, ມັນເປັນໜ້າທີ່ຮັບຜິດຊອບຮ່ວມຂອງປະຊາຄົມໂລກທີ່ຈະ ຊ່ວຍອາຟິຣກາປັບປຸງຄວາມສາ ມາດຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ