ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

45 ປີ ແຫ່ງ​ການ​ປະຕິບັດ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-08-11 08:57:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 688 | ຄວາມນິຍົມ:



(ຕໍ່ຈາກສະບັບກ່ອນ) ໃນ​ໄລຍະ​ທີ່​ໂລກ​ກຳລັງ​ປະ​ເຊີນ​ກັບ​ການ​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19, ກອງທັບ​ປະຊາຊົນ​ລາວ ແລະ ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໂດຍ​ບໍ່​ຄຳນຶງ​ເຖິງ​ຜົນ​ກະທົບ​ໃດໆ, ເພື່ອນ​ຫວຽດນາມ​ໄດ້​ສົ່ງ​ຊ່ຽວຊານ ພ້ອມ​ດ້ວຍ​ອຸປະກອນ​ການ​ແພດ​ມາ​ຊ່ວຍ​ກອງທັບປະ ຊາຊົນ​ຊົນ​ລາວ; ໄລຍະ​ທີ່ກຳລັງ​ຂຸ້ນຂ້ຽວຈັດ​ຕັ້ງປະຕິບັດສອງ​ວາລະ​ແຫ່ງ​ຊາດ, ໂດຍ​ສະເພາະ​ແມ່ນ​ການຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ສອງ​ກອງທັບ ລາວ ແລະ ຫວຽດນາມ ໄດ້​ຍົກ​ສູງ​ການພົວ ພັນ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ ແລະ ຄວາມເປັນລະບຽບ ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ຂອງ​ສອງ​ປະເທດ, ຮ່ວມ​ມື​ກັນ​ສະກັດ​ກັ້ນ​ ການ​ລຳລຽງ​ຂົນສົ່ງ​ຢາເສບ ​ຕິດ ແລະ ການ​ຄ້າຂາຍ​ຜິດກົດ ໝາຍ​ອື່ນໆ ຜ່ານ​ຊາຍ​ແດນ ເຫັນ​ວ່າ​ໄດ້​ຮັບ​ຜົນ​ດີ. ໂດຍ​ປະຕິວັດ​ຕາມ​ອະນຸ​ສັນຍາ 5 ປີ (2020-2024) ແລະ ແຜນການ​ຮ່ວມ​ມື​ປະຈຳ​ແຕ່​ລະ​ປີ ລະຫວ່າງ​ສອງກະຊວງ​ປ້ອງ​ກັນ​ປະເທດ ​ສປປ ລາວ-​ສສ ຫວຽດນາມ ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ກັນ​ໃນ​ຂົງເຂດ​ວຽກ​ງານ​ຕ່າງໆ​ດັ່ງນີ້: ການ​ຮ່ວມ​ມື​ໃນ​ຂົງເຂດ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ: ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ຮ່ວມ​ມື​ທາງ​ດ້ານ​ວຽກ​ງານ​ຂ່າວສານ ໂຄສະນາ, ສຶກ​ສາ​ອົບຮົມ​ມູນ ເຊື້ອສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະ ຫວ່າງສອງພັກ, ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ໃຫ້​ນັບ ​ມື້​ຂະຫຍາຍຕົວ​ຢ່າງບໍ່​ຢຸດ​ຢັ້ງ, ໂດຍ​ສະເພາະ​ປີ​ສາມັກຄີ​ມິດ ຕະພາບ ລາວ-ຫວຽດນາມ ປີ 2022, ເພື່ອ​ສະເຫຼີມສະຫຼອງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022), ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງການ​ ທູດ ລາວ ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 60 (5 ກັນຍາ 1962 5 ກັນຍາ2022). ຝ່າຍ​ລາວ​ໄດ້​ມີ​ການ​ຍ້ອງຍໍ ແລະ ສັນລະເສີນ​ບັນດາ​ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ປະກອບສ່ວນ​ຊ່ວຍເຫຼືອ​ໂດຍ​ທາງ​ກົງ ແລະ ທາງ​ອ້ອມ ໃນ​ພາລະກິດ​ການ​ປະຕິວັດ​ລາວ ໃນ​ເມື່ອ​ກ່ອນ ກໍຄື​ຊ່ວຍເຫຼືອ​ກໍ່ ສ້າງ​ກອງທັບ​ປະຊາຊົນ​ລາວ​ໃນ​ປັດຈຸບັນ. ສອງ​ຝ່າຍ​ໄດ້​ປະສານ​ສົມທົບ​ໃນ​ການ​ຊອກ​ຫາ, ຂຸດ​ຄົ້ນ ແລະ ເຄື່ອນ​ຍ້າຍອັດຖິ​ທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່​ເສຍສະຫຼະ​ຊີວິດ ​ໃນ​ປາງ​ສົງຄາມ​ລາວ. ການ​ຮ່ວມ​ມື​ດ້ານ​ເສນາ​ທິ​ການ: ໃນ​ໄລຍະ​ຜ່ານ​ມາ ສອງ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື​ສອງ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາ ຊົນ ລາວ-ຫວຽດນາມ ໄດ້​ເພີ່ມ​ທະວີ​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ເພື່ອ​ຮັບ​ໃຊ້​ວຽກງານ​ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ ​ຫງົບ​ຂອງ​ແຕ່​ລະ​ປະເທດເຊັ່ນ: ໄດ້​ມີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ ຊາດ, ແລກປ່ຽນ​ສະພາບການ​ ທີ່​ແຕ່​ລະ​ຝ່າຍ​ກຳ​ໄດ້ ໂດຍຜ່ານ ​ສື່ສານ​ທາງ​ກົງ​ຂອງ​ສູນ​ບັນຊາ ແລະ ຜ່ານ​ລະບົບ​ສື່ສານອື່ນໆ; ວຽກ​ງານ​ສູ້​ຮົບ​ປ້ອງ​ກັນ​ບໍລິ ເວນ, ຮັບປະກັນ​ວຽກ​ງານປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມສະ ຫງົບ, ແລກປ່ຽນ​ບົດຮຽນ​ໃນ​ການ​ກໍ່ສ້າງ​ກຳລັງ​ເຝິກແອບ​ກຽມພ້ອມ​ສູ້​ຮົບ, ຊ້ອມ​ຮົບ​ປ້ອງ​ກັນ​ບໍລິເວນ​ຢ່າງ​ເປັນ​ປົກກະຕິ​ໃນ​ແຕ່​ລະ​ປີ ເພື່ອ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ; ໄດ້​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຊາຍ​ແດນ​ລະຫວ່າງ​ສອງ​ປະເທດ, ຮ່ວມ​ມື​ກັນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ເພື່ອ​ຕ້ານ​ທຸກ​ກົນອຸບາຍ​ມ້າງເພ​ທຳລາຍ​ຂອງ​ກຸ່ມ​ຄົນ​ບໍ່​ດີ ຢູ່​ຕາມ​ຊາຍ​ແດນຂອງ ​ສອງ​ປະເທດ​ໃຫ້​ປະ​ລາ​ໄຊ​ລົງ; ມີ​ການ​ແລກປ່ຽນ​ສະພາບ​ການ​ນຳ​ກັນ​ຢ່າງ​ເປັນ​ປົກກະຕິ ລະຫວ່າງ​ບັນດາ​ກອງ​ບັນຊາ​ການ​ທະຫານ​ແຂວງ, ເມືອງ​ຂອງ​ລາວ ກັບ​ບັນດາ​ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ກອງ​ບັນຊາການ ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ຫວຽດ ນາມ ຕາມ​ກຳນົດ​ເວລາ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ; ບັນດາ​ກອງ​ພົນທະຫານ​ຮາບ​ຂອງ​ລາວ ກັບ​ ບັນດາ​ກອງ​ບັນຊາ​ການທະຫານ ​ເຂດ 2, ເຂດ 4 ແລະ ເຂດ 5 ​ໄດ້​ມີ​ການ​ແລກປ່ຽນພົບ​ປະກັນ​ຢ່າງ​ເປັນ​ປົກກະຕິ; ການ​ຊ່ວຍເຫຼືອ​ດ້ານ​ການ​ກໍ່ສ້າງ​ບ້ານ, ກຸ່ມ​ບ້ານ​ພັດທະນາ​ແກ່​ຝ່າຍ​ລາວ ຕາມ​ບໍ ລິເວນ​ຊາຍ​ແດນ ແລະ ເຂດ​ທຸລະ ກັນດານ ຝ່າຍ​ລາວໄດ້​ອຳນວຍ​ເງື່ອນໄຂ​ຄວາມ​ສະດວກ​ຕ່າງໆ ຕໍ່​ຝ່າຍ​ຫວຽດນາມ ຕາມ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ໃນ​ແຕ່​ລະ​ປີ; ສອງ​ຝ່າຍ​ຮ່ວມ​ມື ແລະ ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແກ້​ໄຂ​ບັນຫາ​ຍົກ​ຍ້າຍ​ຖິ່ນ​ຖານ​ພູມລຳເນົາ​ແບບ​ຊະຊາຍ ແລະ ຕາມ​ລຳພັງ​ໃຈ​ຂອງ​ຊົນເຜົ່າ​ມົ້ງ; ທັງ​ສອງ​ຝ່າຍ​ໄດ້​ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ກົມ​ກອງ​ຕ່າງໆ​ຂອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ຈັດ​ຕັ້ງ​ການ​ແຮກສ່ຽວ​ຕາມ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ແຕ່​ລະ​ກົມ​ກອງ. ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ພະລາທິການ: ທັງ​ສອງ​ຝ່າຍ​ໄດ້​ເພີ່ມ​ທະວີ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ແລະ ທຸກໆ​ການ​ຮ່ວມ​ມື​ດັ່ງກ່າວ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ຝ່າຍ​ຫວຽດນາມ​ສືບຕໍ່​ຮັບປະກັນ​ລະບອບ​ອັດຕາ​ໃຫ້​ແກ່​ນັກຮຽນ​ທະຫານ​ລາວ ທີ່​ກຳລັງ​ສຶກ​ສາ​ຢູ່​ບັນດາ​ສະ​ຖາ​ບັນ​ການ​ທະຫານ​ຂອງ​ຫວຽດນາມ; ຮັບປະກັນ​ໃນ​ການ​ຂົນສົ່ງ​ເຄື່ອງ​ຜ່ານ​ແດນ​ມີ​ຄວາມ​ປອດ​ໄພ ແລະ ໃຫ້ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ຕ້ານ​ພະຍາດ​ໂຄ​ ວິດ-19 ດ້ວຍ​ຮູບ​ການ​ສົ່ງ​ຊ່ຽວ ຊານ, ຊ່ວຍເຫຼືອ​ທາງ​ດ້ານ​ອຸປະ ກອນ​ການ​ແພດ; ຮ່ວມ​ກັນ​ກວດ​ພະຍາດ ແລະ ແຈກ​ຢາຍຢາປິ່ນ ປົວບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນຢູ່​ຕາມ ​ຊາຍ​ແດນ​ຂອງ​ສອງ​ປະເທດ. ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ເຕັກນິກ: ບັນດາ​ເຂດ​ທະຫານ​ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ຊ່ວຍ​ຮັບປະກັນດ້ານ​ເຕັກນິກ​ໃຫ້​ບັນດາ​ກອງ​ພົນ, ກອງ​ບັນຊາ​ທະຫານ​ແຂວງ​ຂອງ​ລາວ, ຈັດ​ຕັ້ງ​ບົວລະບັດ ແລະ ສ້ອມແປງ​ພາຫະນະ​ເຕັກນິກ​ຢູ່​ກັບ​ທີ່ ພ້ອມ​ທັງ​ເຝິກ​ອົບຮົມ​ໃຫ້​ນາຍ​ຊ່າງ​ລາວ ມີ​ຄວາມ​ຊຳ​ນິຊຳ​ນານ​ດ້ານ​ສີມື​ແຮງ​ງານ, ສະໜອງ​ວັດຖຸ​ອາໄຫຼ່ ແລະ ສ້າງ​ບັນດາ​ພື້ນຖານ​ໂຄງ​ລ່າງ​ສາງ-ຄັງ ຈຳນວນ​ໜຶ່ງ. ວຽກ​ງານ​ກວດ ແລະ​ ປິ່ນປົວ​ສຸຂະພາບ: ຫວຽດນາມ ສືບຕໍ່​ຮັບ​ປິ່ນປົວ ແລະ ກວດ​ສຸຂະພາບ​ໃຫ້​ແກ່​ພະນັກງານ​ ນາຍ​ທະຫານ​ລາວ ຢູ່​ໂຮງໝໍ​ສູນ​ກາງ​ກອງທັບ 108, ປະຕິບັດ​ຕາມ​ແຜນການ​ໃນ​ແຕ່​ລະ​ປີ; ຝ່າຍ​ລາວ​ໄດ້​ຮັບ​ກວດ ແລະ ປິ່ນປົວ​ສຸຂະພາບ​ໃຫ້​ບັນດາ​ພະນັກງານ​ຫ້ອງການ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ຫວຽດ ນາມ​ປະຈຳ​ລາວ, ບັນດາ​ຊ່ຽວ ຊານ ແລະ ນັກ​ສືກ​ສາ​ທະຫານ​ຫວຽດນາມ ຢູ່​ລາວ. ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ: ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ​ລາວ-ຫວຽດນາມ ໃນ​ໄລຍະ​ຜ່ານ​ມາ, ເຫັນ​ວ່າ ​ມີ​ຄວາມ​ໜັກ​ແໜ້ນ, ຫັນ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດທິ​ຜົນ​ສູງ, ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງ ທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ທີ່​ມີ​ມູນເຊື້ອ​ດີງາມ​ມາ​ແຕ່​ດົນ​ນານ​ນັ້ນ​ໃຫ້​ຈະ ເລີນ​ງອກ​ງາມ ແລະ ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. (ອ່ານຕໍ່ສະບັບໜ້າ) ສອງ​ຝ່າຍ​ໄດ້​ມີ​ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ເຮັດ​ໃຫ້​ສອງ​ປະເທດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ປະຊາຊົນ​ໄດ້​ມີ​ໂອກາດ​ພັດທະນາ​ສ້າງສາ​ປະເທດ​ຊາດ​ຂອງ​ຕົນ​ຢ່າງ​ສະດວກ​ສະບາຍ ແລະ ເຮັດ​ໃຫ້​ກອງທັບ​ປະຊາຊົນ​ລາວ ມີ​ຄວາມ​ເຂັ້ມແຂງ​ຂຶ້ນ​ສູ່​ແບບແຜນ​ທັນ​ໄໝ​ເປັນ​ກ້າວ. ການ​ຮ່ວມ​ມື​ໂຄງການ​ເສດຖະກິດ ຕິດ​ພັນ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ ກໍ​ເປັນ​ຮູບ​ປະ​ທຳ​ຂຶ້ນ​ເທື່ອ​ລະ​ກ້າວ ສາມາດ​ທຳລາຍ ແລະ ລົບ​ລ້າງ​ເຂດ​ເກາະ​ຫ້ອຍ​ຂອງ​ສັດຕູ​ໃຫ້​ຄ່ອຍໆ​ໝົດ​ສິ້ນ​ໄປ. ດ້ານ​ວຽກ​ງານ​ຮ່ວມ​ມື​ຊອກ​ຫາ ແລະ ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ ທັງ​ສອງ​ຝ່າຍ​ກໍ່​ໄດ້​ຮ່ວມ​ມື​ກັນ​ຢ່າງ​ຕັ້ງໜ້າ ແລະ ປະຕິບັດ​ໄດ້​ຕາມ​ຄາດໝາຍ ແລະ ແຜນການ​ຂອງ​ແຕ່​ລະ​ປີ ໃນ​ການ​ນຳ​ສົ່ງ​ອັດຖິ​ດັ່ງກ່າວ​ກັບ​ຄືນ​ປະເທດ​ຫວຽດນາມ. 5) ຝ່າຍ​ຫວຽດນາມ ກໍ່​ໄດ້​ຊ່ວຍເຫຼືອ​ແກ່​ກອງທັບ​ລາວ ທາງ​ດ້ານ​ວັດຖຸ​ອຸປະກອນ, ພາຫະນະ​ເຕັກນິກ​ການ ທະຫານ ແລະ ບັນດາ​ຊ່ຽວຊານ​ເປັນ​ຈຳນວນ​ຫຼວງຫຼາຍ ແລະ ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ຕື້​ດົງ ໂດຍ​ບໍ່​ໄດ້​ຄິດ​ຄ່າ​ຕອບ​ແທນ ແລະ ຊ່ວຍເຫຼືອ​ກັນ​ຖານ​ສະຫາຍ​ອ້າຍ​ນ້ອງ​ແບບ​ໝົດ​ໃຈ​ທີ່​ຫາ​ໄດ້​ຍາກ. 6) ຝ່າຍ​ຫວຽດນາມ ໄດ້​ຊ່ວຍເຫຼືອ​ກໍ່ສ້າງ ແລະ ບຳລຸງ​ນາຍ ແລະ ພົນທະຫານ ໃຫ້​ແກ່​ກອງທັບ​ປະຊາຊົນ​ລາວ ເປັນ​ຈຳນວນ​ຫຼວງຫຼາຍ ແລະ ເປັນ​ປົກກະຕິ​ໃນ​ແຕ່​ລະ​ປີ, ອັນ​ໄດ້​ເຮັດ​ໃຫ້​ກອງທັບ​ປະຊາຊົນ​ລາວ ມີ​ກຳລັງ​ພະນັກງານ​ນຳພາ-ບັນຊາ ແລະ ວິຊາ​ສະເພາະ ໃນ​ແຕ່​ລະ​ເຫຼົ່າ​ຮົບ​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການຈັດຕັ້ງ​ປະກອບ​ບັນຈຸ​ພະນັກງານ. ທັງ​ໝົດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ແມ່ນ​ຍ້ອນ​ມີ​ການ​ຊີ້​ນຳ-ນຳພາ​ຂອງ​ສອງ​ພັກ, ສອງ​ລັດ ກໍ​ຄື​ສອງ​ກະຊວງ​ປ້ອງ​ກັນ​ປະເທດ ຕໍ່​ສາຍ​ພົວພັນ ແລະ ຄວາມ​ສາມັກຄີ​ພິເສດ ລະຫວ່າງ​ສອງ​ຊາດ​ລາວ - ຫວຽດນາມ ຊຶ່ງ​ແມ່ນ​ມໍລະດົກ​ທີ່​ປະທານ​ໂຮ່​ຈີ​ມິນ ແລະ ປະທານ ໄກສອນ ສົມ​ວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປະຊາຊົນ​ສອງ​ຊາດ​ໄດ້​ສ້າງ​ໄວ້; ຍ້ອນ​ການ​ຊ່ວຍເຫຼືອ​ອັນ​ລ້ຳ​ຄ່າ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ກໍ່​ຄື​ລັດຖະບານ​ຫວຽດນາມ ຕໍ່​ກອງທັບ​ປະຊາຊົນ​ລາວ ຈຶ່ງ​ເຮັດ​ໃຫ້​ກອງທັບ​ປະຊາຊົນ​ລາວ ເຕີບ​ໃຫຍ່​ເຂັ້ມແຂງ​ເປັນ​ກ້າວໆ ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ທີ່​ມີ​ປະເທດ​ຫວຽດນາມ​ອ້າຍ​ນ້ອງ ເປັນ​ເພື່ອນ​ມິດ​ຍຸດ​ທະ​ສາດ ແລະ ມີ​ກອງທັບ​ເຂັ້ມແຂງ​ທັນ​ສະໄໝ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລັດຖະບານ​ສອງ​ຝ່າຍ ໄດ້​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ໂດຍ​ມີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ໃນ​ການ​ສ້າງ​ແຜນ​ຜັນ​ຂະຫຍາຍ​ກົນ​ໄກ, ນະໂຍບາຍ​ການ​ພັດທະນາ​ເສດ ຖະ​ກິດ ແລະ ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ບັນດາ​ວິ​ສາ​ຫະ​ກິດ, ນັກທຸລະກິດ​ຫວຽດນາມ ມາ ລົງທຶນ​ຢູ່​ລາວ ໃນ​ຂົງເຂດ​ຕ່າງໆ​ນັບ​ມື້​ມີ​ການ​ຂະຫຍາຍຕົວ ເຊິ່ງ​ສະແດງ​ອອກ ນັບ​ແຕ່​ປີ 1989 ເຖິງ​ປັດຈຸບັນ ວິ​ສາ​ຫະ​ກິດ ຫວຽດນາມ ທີ່​ມາ​ລົງທຶນ​ຢູ່​ລາວ ມີ​ທັງ​ໝົດ 417 ໂຄງການ, ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 4,3 ຕື້ ໂດ​ລາ​ສະຫະລັດ, ໃນ​ນັ້ນ ​ສສ ຫວຽດນາມ ລົງທຶນ 100% ມີ 287ໂຄງການ, ມູນ​ຄ່າ​ການ​ລົງທຶນ 3,5 ຕື້​ໂດ​ລາ​ສະຫະລັດ ແລະ ການ​ລົງທຶນ​ຮ່ວມ​ທຸລະ​ກິດ ມີ 122 ໂຄງການ, ມູນ​ຄ່າ​ການ​ລົງທຶນ 622 ລ້ານ​ໂດ​ລາ​ສະຫະລັດ ຈັດ​ຢູ່​ໃນ​ລຳດັບ​ທີ 3 ໃນ​ຈຳນວນ 54 ປະເທດ ແລະ ເຂດ​ແຄວ້ນ​ທີ່​ມາ​ລົງທຶນ​ຢູ່ ​ສປປ ລາວ. ການ​ຄ້າ ລາວ ແລະ ຫວຽດນາມ ໄດ້​ສືບຕໍ່​ປະຕິບັດ​ກົນ​ໄກ​ບຸລິມະສິດ​ຜ່ອນຜັນ​ດ້ານ​ອັດຕາ​ພາສີ​ຂາ​ເຂົ້າ​ເຊິ່ງ​ກັນ ແລະ ກັນ ສຳລັບ​ສິນຄ້າ​ທີ່​ມີ​ແຫຼ່ງ​ກຳເນີດ​ຈາກ​ແຕ່​ລະ​ປະເທດ, ສືບຕໍ່​ປະສານ​ສົມທົບ​ກັນ​ຄົ້ນຄວ້າ​ເປີດ​ກວ້າງ​ລາຍການ​ບັນດາ​ປະເພດ​ສິນຄ້າ​ທີ່​ໄດ້​ຮັບ​ອັດຕາ​ພາສີ​ຂາ​ເຂົ້າ 0%. ໃນ​ປີ 2021 ຜ່ານ​ມາ ເຖິງ​ວ່າ​ພົບ​ຄວາມ​ຫຍຸ້ງຍາກ​ຈາກ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ກໍ​ຕາມ, ແຕ່​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ປະເທດ ຍັງ​ມີ​ການ​ເຕີບ​ໂຕ​ແບບ​ກ້າວ​ກະໂດດ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ບັນລຸ 1,37 ຕື້​ໂດ​ລາ​ສະຫະລັດ ເພີ່ມ​ຂຶ້ນ 33,3% ເມື່ອ​ທຽບໃສ່ ປີ 2020. ລັດຖະບານ​ແຫ່ງ ​ສປປ ລາວ ແລະ ​ສສ ຫວຽດນາມ ໄດ້​ສືບຕໍ່​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ຄົມ​ມະ​ນາ ຄົມ​ຂົນສົ່ງ ໃນ​ໄລຍະ ປີ 2016-2025 ແລະ ວິໄສ​ທັດ ປີ 2030, ສອງ​ຝ່າຍ​ໄດ້​ຊອກ​ຫາ​ແຫຼ່ງ​ທຶນ ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ສຳຄັນ ເປັນຕົ້ນ: ເສັ້ນທາງ​ດ່ວນ​ເຊື່ອມ​ຕໍ່​ວຽງ​ຈັນ-ຮ່າ​ໂນ້ຍ, ເສັ້ນທາງ​ລົດໄຟ ວຽງ​ຈັນ-ທ່າ​ແຂກ-ເງິນ​ເອີບ-ຫຼຸ້ງ​ອາງ ແລະ ບັນດາ​ເສັ້ນທາງ​ເຊື່ອມ​ຕໍ່​ສຳຄັນ​ອື່ນໆ. ບົດ​ລາຍ​ງານ​ຜົນ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ຍົກ​ລະດັບ​ເສັ້ນທາງ 18B ແຂວງ​ອັດ​ຕະ​ປື, ປັດຈຸບັນ​ຢູ່​ໃນ​ຂັ້ນ​ຕອນ​ປະ​ເມີນ​ຜົນ​ກະທົບ​ສິ່ງແວດລ້ອມ ແລະ ຮັບຮອງ​ຜົນສຳເລັດ, ສອງ​ຝ່າຍ​ປະສານ​ສົມທົບ​ກັນ​ກະກຽມ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງການ​ເຊື່ອມ​ຕໍ່​ແລວ​ທາງ​ເສດຖະກິດ​ຕາເວັນ​ອອກ-ຕາເວັນຕົກ ແລະ ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​ໂຄງການ​ພັດທະນາ​ຄົມມະນາຄົມ-ຂົນສົ່ງ ໃນ​ບັນດາ​ປະເທດ ASEAN ແລະ GMS, ພິຈາລະນາ​ໃຫ້​ບຸລິມະສິດ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເສັ້ນທາງ​ຕາມ​ແລວ​ທາງ​ຫຼວງ​ແຫ່ງ​ຊາດ ເລກ 8 ຂອງ​ສອງ​ປະເທດ. 4. ດ້ານ​ວັດທະນະທຳ-ສັງຄົມ. ​ສປປ ລາວ ໄດ້​ສ້າງ​ອະນຸສາວະລີ​ນ້ຳໃຈ​ສາມັກຄີ​ຮ່ວມ​ຮົບ ຢູ່​ແຂວງ​ຊຽງ​ຂວາງ, ອຸດົມ​ໄຊ, ອັດ​ຕະ​ປື, ສະຫວັນ​ນະ​ເຂດ... ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ມາ​ເຮັດ​ໜ້າທີ່​ສາກົນ ຢູ່​ລາວ ໃນ​ໄລຍະ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ແລະ ໄດ້​ຕົກລົງ​ກັນ​ກໍ່ສ້າງ​ອະນຸສອນ​ສະຖານ ປະທານ ໂຮ່​ຈີ​ມິນ ຢູ່​ບ້ານ​ຊຽງ​ຫວາງ, ເມືອງ​ໜອງ​ບົກ, ແຂວງ​ຄຳ​ມ່ວນ ຊຶ່ງ​ເປັນ​ສະຖານທີ່ ທີ່​ປະທານ ໂຮ່​ຈີ​ມິນ ເຂົ້າ​ມາ​ລາວ​ໃນ​ປີ 1928 ເພື່ອ​ເຄື່ອນ​ໄຫວ ແລະ ສ້າງ​ຮາກ​ຖານ​ປະຕິວັດ. ໄດ້​ຮ່ວມ​ມື​ກັນ​ປະຕິບັດ​ການ​ຊອກ​ຄົ້ນ, ເກັບ​ກູ້ ແລະ ທ້ອນໂຮມ​ອັດຖິ​ຂອງ​ຊ່ຽວຊານ ແລະ ທະຫານ​ອາສາ ສະໝັກ​ຫວຽດນາມ ທີ່​ເສຍ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ​ກັບ​ຄືນ​ປະເທດ​ໄດ້ 20.000 ກວ່າ​ຄົນ. ​ສສ ຫວຽດນາມ ໄດ້​ຊ່ວຍ​ສ້າງ​ໂຮງຮຽນ​ສິລະ​ປະ​ດົນຕີ​ແຫ່ງ​ຊາດ, ສະຖານີ​ວິທະຍຸ, ໂທລະພາບ ຢູ່​ສູນ​ກາງ ແລະ ບາງ​ທ້ອງຖິ່ນ​ຄື: ແຂວງ​ຫຼວງ​ພະ​ບາງ ແລະ ຈຳປາ​ສັກ, ພ້ອມ​ນັ້ນ ກໍ​ໄດ້​ມີ​ການ​ແລກປ່ຽນ​ສິລະ​ປະ ວັດທະນະທຳ​ນຳ​ກັນ​ເປັນ​ປົກກະຕິ. ລາວ ແລະ ຫວຽດນາມ ໄດ້​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ແລະ ຍູ້​ແຮງ​ການ​ຮ່ວມ​ມື, ສະໜັບສະໜູນ​ກັນ ພ້ອມ​ກັນ​ຂ້າມ​ຜ່ານ​ຄວາມ ຫຍຸ້ງຍາກ ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ. 5. ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ພັດທະນາ​ແຫຼ່ງ​ຊັບພະຍາກອນ​ມະນຸດ ແລະ ບຳລຸງ​ສ້າງ​ວິຊາ​ຊີບ. ລັດຖະບານ ລາວ-ຫວຽດນາມ ໄດ້​ສືບຕໍ່​ປະສານ​ສົມທົບ​ປະຕິບັດ​ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ບຳລຸງ​ສ້າງ ໄລຍະ 2017-2022 ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ, ໜ້າທີ່​ຮັບຜິດຊອບ​ທີ່​ລະບຸ​ໄວ້​ຢູ່​ໃນ​ໂຄງການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດທິ​ຜົນ​ການ​ຮ່ວມ​ມື ລາວ-ຫວຽດນາມ ໃນ​ຂົງເຂດ​ການ​ສຶກ​ສາ ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ໄລຍະ 2021-2030. ການ​ພົວພັນ​ຮ່ວມ​ມື​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ໄດ້​ຮັບ​ການ​ເປີດ​ກວ້າງ​ດ້ວຍ​ຫຼາຍ​ຮູບ​ການ, ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ຂອງ​ແຕ່​ລະ​ປະເທດ. ໃນ​ປີ 2020 ນັກ​ສຶກ​ສາ​ລາວ​ທີ່​ມີໜ້າ​ກຳລັງ​ຮຽນ​ຢູ່​ຫວຽດນາມ ມີ​ທັງ​ໝົດ 14.000 ຄົນ. 6. ການ​ຊ່ວຍເຫຼືອ​ລ້າ​ຂອງ​ຫວຽດນາມ​ໃຫ້​ແກ່​ລາວ. ປີ 2021 ​ສສ ຫວຽດນາມ ໄດ້​ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ ຈຳນວນ 719,3 ຕື້​ດົງ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ກິດ​ຈະ ກຳ,ໂຄງການ​ຕ່າງໆ ເປັນຕົ້ນ​ແມ່ນ​ໂຄງການ​ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່, ໂຄງການ​ສະຖານີ​ວິທະຍຸ-ໂທລະພາບ​ແຂວງ​ບໍ່​ແກ້ວ, ໂຄງການ​ປ່ຽນ​ອຸປະກອນ​ສະຖານີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ, ໂຮງໝໍ​ແຂວງ​ຊຽງ ຂວາງ, ແບ່ງ​ເຂດ​ຜະລິດ​ກະສິກຳ​ຢູ່​ແຂວງ ຫົວພັນ ແລະ ແຂວງ​ຊຽງ​ຂວາງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ