45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-08-11 08:57:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 699 | ຄວາມນິຍົມ:
(ຕໍ່ຈາກສະບັບກ່ອນ)
ໃນໄລຍະທີ່ໂລກກຳລັງປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19, ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍບໍ່ຄຳນຶງເຖິງຜົນກະທົບໃດໆ, ເພື່ອນຫວຽດນາມໄດ້ສົ່ງຊ່ຽວຊານ ພ້ອມດ້ວຍອຸປະກອນການແພດມາຊ່ວຍກອງທັບປະ ຊາຊົນຊົນລາວ; ໄລຍະທີ່ກຳລັງຂຸ້ນຂ້ຽວຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສອງກອງທັບ ລາວ ແລະ ຫວຽດນາມ ໄດ້ຍົກສູງການພົວ ພັນຮ່ວມມືປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ ຂອງສອງປະເທດ, ຮ່ວມມືກັນສະກັດກັ້ນ ການລຳລຽງຂົນສົ່ງຢາເສບ ຕິດ ແລະ ການຄ້າຂາຍຜິດກົດ ໝາຍອື່ນໆ ຜ່ານຊາຍແດນ ເຫັນວ່າໄດ້ຮັບຜົນດີ.
ໂດຍປະຕິວັດຕາມອະນຸສັນຍາ 5 ປີ (2020-2024) ແລະ ແຜນການຮ່ວມມືປະຈຳແຕ່ລະປີ ລະຫວ່າງສອງກະຊວງປ້ອງກັນປະເທດ ສປປ ລາວ-ສສ ຫວຽດນາມ ໄດ້ມີການພົວພັນຮ່ວມມືກັນໃນຂົງເຂດວຽກງານຕ່າງໆດັ່ງນີ້:
ການຮ່ວມມືໃນຂົງເຂດວຽກງານພັກ-ວຽກງານການເມືອງ: ທັງສອງຝ່າຍໄດ້ມີການຮ່ວມມືທາງດ້ານວຽກງານຂ່າວສານ ໂຄສະນາ, ສຶກສາອົບຮົມມູນ ເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບ ມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ ປີ 2022, ເພື່ອສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022), ວັນສ້າງຕັ້ງສາຍພົວພັນທາງການ ທູດ ລາວ ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 60 (5 ກັນຍາ 1962 5 ກັນຍາ2022). ຝ່າຍລາວໄດ້ມີການຍ້ອງຍໍ ແລະ ສັນລະເສີນບັນດາກົມກອງລວມໝູ່ ແລະ ບຸກຄົນຂອງກອງທັບປະຊາຊົນຫວຽດນາມ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອໂດຍທາງກົງ ແລະ ທາງອ້ອມ ໃນພາລະກິດການປະຕິວັດລາວ ໃນເມື່ອກ່ອນ ກໍຄືຊ່ວຍເຫຼືອກໍ່ ສ້າງກອງທັບປະຊາຊົນລາວໃນປັດຈຸບັນ. ສອງຝ່າຍໄດ້ປະສານສົມທົບໃນການຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ໃນປາງສົງຄາມລາວ.
ການຮ່ວມມືດ້ານເສນາທິການ: ໃນໄລຍະຜ່ານມາ ສອງກະຊວງປ້ອງກັນປະເທດ ກໍຄືສອງກົມໃຫຍ່ເສນາທິການກອງທັບປະຊາ ຊົນ ລາວ-ຫວຽດນາມ ໄດ້ເພີ່ມທະວີໃນການແລກປ່ຽນຂໍ້ມູນຂ່າວສານ ເພື່ອຮັບໃຊ້ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ຫງົບຂອງແຕ່ລະປະເທດເຊັ່ນ: ໄດ້ມີການແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດວຽກງານປ້ອງກັນ ຊາດ, ແລກປ່ຽນສະພາບການ ທີ່ແຕ່ລະຝ່າຍກຳໄດ້ ໂດຍຜ່ານ ສື່ສານທາງກົງຂອງສູນບັນຊາ ແລະ ຜ່ານລະບົບສື່ສານອື່ນໆ; ວຽກງານສູ້ຮົບປ້ອງກັນບໍລິ ເວນ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ແລກປ່ຽນບົດຮຽນໃນການກໍ່ສ້າງກຳລັງເຝິກແອບກຽມພ້ອມສູ້ຮົບ, ຊ້ອມຮົບປ້ອງກັນບໍລິເວນຢ່າງເປັນປົກກະຕິໃນແຕ່ລະປີ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ທັນເວລາ; ໄດ້ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນລະຫວ່າງສອງປະເທດ, ຮ່ວມມືກັນແລກປ່ຽນຂໍ້ມູນຂ່າວສານ ເພື່ອຕ້ານທຸກກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນບໍ່ດີ ຢູ່ຕາມຊາຍແດນຂອງ ສອງປະເທດໃຫ້ປະລາໄຊລົງ; ມີການແລກປ່ຽນສະພາບການນຳກັນຢ່າງເປັນປົກກະຕິ ລະຫວ່າງບັນດາກອງບັນຊາການທະຫານແຂວງ, ເມືອງຂອງລາວ ກັບບັນດາກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປ້ອງກັນຊາຍແດນຂອງຫວຽດ ນາມ ຕາມກຳນົດເວລາທີ່ສອງຝ່າຍໄດ້ຕົກລົງກັນ; ບັນດາກອງພົນທະຫານຮາບຂອງລາວ ກັບ ບັນດາກອງບັນຊາການທະຫານ ເຂດ 2, ເຂດ 4 ແລະ ເຂດ 5 ໄດ້ມີການແລກປ່ຽນພົບປະກັນຢ່າງເປັນປົກກະຕິ; ການຊ່ວຍເຫຼືອດ້ານການກໍ່ສ້າງບ້ານ, ກຸ່ມບ້ານພັດທະນາແກ່ຝ່າຍລາວ ຕາມບໍ ລິເວນຊາຍແດນ ແລະ ເຂດທຸລະ ກັນດານ ຝ່າຍລາວໄດ້ອຳນວຍເງື່ອນໄຂຄວາມສະດວກຕ່າງໆ ຕໍ່ຝ່າຍຫວຽດນາມ ຕາມທີ່ສອງຝ່າຍໄດ້ຕົກລົງກັນໃນແຕ່ລະປີ; ສອງຝ່າຍຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນໃນການແກ້ໄຂບັນຫາຍົກຍ້າຍຖິ່ນຖານພູມລຳເນົາແບບຊະຊາຍ ແລະ ຕາມລຳພັງໃຈຂອງຊົນເຜົ່າມົ້ງ; ທັງສອງຝ່າຍໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາກົມກອງຕ່າງໆຂອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຈັດຕັ້ງການແຮກສ່ຽວຕາມຄວາມສາມາດຕົວຈິງຂອງແຕ່ລະກົມກອງ.
ການຮ່ວມມືດ້ານວຽກງານພະລາທິການ: ທັງສອງຝ່າຍໄດ້ເພີ່ມທະວີໃນການຮ່ວມມືທາງດ້ານເສດຖະກິດ ແລະ ທຸກໆການຮ່ວມມືດັ່ງກ່າວໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ; ຝ່າຍຫວຽດນາມສືບຕໍ່ຮັບປະກັນລະບອບອັດຕາໃຫ້ແກ່ນັກຮຽນທະຫານລາວ ທີ່ກຳລັງສຶກສາຢູ່ບັນດາສະຖາບັນການທະຫານຂອງຫວຽດນາມ; ຮັບປະກັນໃນການຂົນສົ່ງເຄື່ອງຜ່ານແດນມີຄວາມປອດໄພ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຕ້ານພະຍາດໂຄ ວິດ-19 ດ້ວຍຮູບການສົ່ງຊ່ຽວ ຊານ, ຊ່ວຍເຫຼືອທາງດ້ານອຸປະ ກອນການແພດ; ຮ່ວມກັນກວດພະຍາດ ແລະ ແຈກຢາຍຢາປິ່ນ ປົວບໍ່ເສຍຄ່າໃຫ້ປະຊາຊົນຢູ່ຕາມ ຊາຍແດນຂອງສອງປະເທດ.
ການຮ່ວມມືດ້ານວຽກງານເຕັກນິກ: ບັນດາເຂດທະຫານກອງທັບປະຊາຊົນຫວຽດນາມ ໄດ້ຊ່ວຍຮັບປະກັນດ້ານເຕັກນິກໃຫ້ບັນດາກອງພົນ, ກອງບັນຊາທະຫານແຂວງຂອງລາວ, ຈັດຕັ້ງບົວລະບັດ ແລະ ສ້ອມແປງພາຫະນະເຕັກນິກຢູ່ກັບທີ່ ພ້ອມທັງເຝິກອົບຮົມໃຫ້ນາຍຊ່າງລາວ ມີຄວາມຊຳນິຊຳນານດ້ານສີມືແຮງງານ, ສະໜອງວັດຖຸອາໄຫຼ່ ແລະ ສ້າງບັນດາພື້ນຖານໂຄງລ່າງສາງ-ຄັງ ຈຳນວນໜຶ່ງ.
ວຽກງານກວດ ແລະ ປິ່ນປົວສຸຂະພາບ: ຫວຽດນາມ ສືບຕໍ່ຮັບປິ່ນປົວ ແລະ ກວດສຸຂະພາບໃຫ້ແກ່ພະນັກງານ ນາຍທະຫານລາວ ຢູ່ໂຮງໝໍສູນກາງກອງທັບ 108, ປະຕິບັດຕາມແຜນການໃນແຕ່ລະປີ; ຝ່າຍລາວໄດ້ຮັບກວດ ແລະ ປິ່ນປົວສຸຂະພາບໃຫ້ບັນດາພະນັກງານຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດ ນາມປະຈຳລາວ, ບັນດາຊ່ຽວ ຊານ ແລະ ນັກສືກສາທະຫານຫວຽດນາມ ຢູ່ລາວ.
ຕີລາຄາໝາກຜົນຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ:
ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໃນໄລຍະຜ່ານມາ, ເຫັນວ່າ ມີຄວາມໜັກແໜ້ນ, ຫັນເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ, ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ
ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງ ທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອດີງາມມາແຕ່ດົນນານນັ້ນໃຫ້ຈະ ເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
(ອ່ານຕໍ່ສະບັບໜ້າ)
ສອງຝ່າຍໄດ້ມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ສອງປະເທດມີສະຖຽນລະພາບທາງດ້ານການເມືອງ, ປະຊາຊົນໄດ້ມີໂອກາດພັດທະນາສ້າງສາປະເທດຊາດຂອງຕົນຢ່າງສະດວກສະບາຍ ແລະ ເຮັດໃຫ້ກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງຂຶ້ນສູ່ແບບແຜນທັນໄໝເປັນກ້າວ.
ການຮ່ວມມືໂຄງການເສດຖະກິດ ຕິດພັນກັບວຽກງານປ້ອງກັນຊາດ ກໍເປັນຮູບປະທຳຂຶ້ນເທື່ອລະກ້າວ ສາມາດທຳລາຍ ແລະ ລົບລ້າງເຂດເກາະຫ້ອຍຂອງສັດຕູໃຫ້ຄ່ອຍໆໝົດສິ້ນໄປ.
ດ້ານວຽກງານຮ່ວມມືຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ທັງສອງຝ່າຍກໍ່ໄດ້ຮ່ວມມືກັນຢ່າງຕັ້ງໜ້າ ແລະ ປະຕິບັດໄດ້ຕາມຄາດໝາຍ ແລະ ແຜນການຂອງແຕ່ລະປີ ໃນການນຳສົ່ງອັດຖິດັ່ງກ່າວກັບຄືນປະເທດຫວຽດນາມ.
5) ຝ່າຍຫວຽດນາມ ກໍ່ໄດ້ຊ່ວຍເຫຼືອແກ່ກອງທັບລາວ ທາງດ້ານວັດຖຸອຸປະກອນ, ພາຫະນະເຕັກນິກການ ທະຫານ ແລະ ບັນດາຊ່ຽວຊານເປັນຈຳນວນຫຼວງຫຼາຍ ແລະ ຄິດເປັນມູນຄ່າຫຼາຍຕື້ດົງ ໂດຍບໍ່ໄດ້ຄິດຄ່າຕອບແທນ ແລະ ຊ່ວຍເຫຼືອກັນຖານສະຫາຍອ້າຍນ້ອງແບບໝົດໃຈທີ່ຫາໄດ້ຍາກ.
6) ຝ່າຍຫວຽດນາມ ໄດ້ຊ່ວຍເຫຼືອກໍ່ສ້າງ ແລະ ບຳລຸງນາຍ ແລະ ພົນທະຫານ ໃຫ້ແກ່ກອງທັບປະຊາຊົນລາວ ເປັນຈຳນວນຫຼວງຫຼາຍ ແລະ ເປັນປົກກະຕິໃນແຕ່ລະປີ, ອັນໄດ້ເຮັດໃຫ້ກອງທັບປະຊາຊົນລາວ ມີກຳລັງພະນັກງານນຳພາ-ບັນຊາ ແລະ ວິຊາສະເພາະ ໃນແຕ່ລະເຫຼົ່າຮົບພຽງພໍກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະກອບບັນຈຸພະນັກງານ.
ທັງໝົດທີ່ກ່າວມາຂ້າງເທິງນັ້ນ ແມ່ນຍ້ອນມີການຊີ້ນຳ-ນຳພາຂອງສອງພັກ, ສອງລັດ ກໍຄືສອງກະຊວງປ້ອງກັນປະເທດ ຕໍ່ສາຍພົວພັນ ແລະ ຄວາມສາມັກຄີພິເສດ ລະຫວ່າງສອງຊາດລາວ - ຫວຽດນາມ ຊຶ່ງແມ່ນມໍລະດົກທີ່ປະທານໂຮ່ຈີມິນ ແລະ ປະທານ ໄກສອນ ສົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນສອງຊາດໄດ້ສ້າງໄວ້; ຍ້ອນການຊ່ວຍເຫຼືອອັນລ້ຳຄ່າຈາກກະຊວງປ້ອງກັນປະເທດຫວຽດນາມ ກໍ່ຄືລັດຖະບານຫວຽດນາມ ຕໍ່ກອງທັບປະຊາຊົນລາວ ຈຶ່ງເຮັດໃຫ້ກອງທັບປະຊາຊົນລາວ ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ ແລະ ມີຄວາມເອກອ້າງທະນົງໃຈ ທີ່ມີປະເທດຫວຽດນາມອ້າຍນ້ອງ ເປັນເພື່ອນມິດຍຸດທະສາດ ແລະ ມີກອງທັບເຂັ້ມແຂງທັນສະໄໝ.
ການຮ່ວມມືດ້ານເສດຖະກິດ
ລັດຖະບານສອງຝ່າຍ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການພົວພັນຮ່ວມມືດ້ານເສດຖະກິດ ໂດຍມີການແລກປ່ຽນຂໍ້ມູນຂ່າວສານ ໃນການສ້າງແຜນຜັນຂະຫຍາຍກົນໄກ, ນະໂຍບາຍການພັດທະນາເສດ ຖະກິດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດ, ນັກທຸລະກິດຫວຽດນາມ ມາ ລົງທຶນຢູ່ລາວ ໃນຂົງເຂດຕ່າງໆນັບມື້ມີການຂະຫຍາຍຕົວ ເຊິ່ງສະແດງອອກ ນັບແຕ່ປີ 1989 ເຖິງປັດຈຸບັນ ວິສາຫະກິດ ຫວຽດນາມ ທີ່ມາລົງທຶນຢູ່ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ ໂດລາສະຫະລັດ, ໃນນັ້ນ ສສ ຫວຽດນາມ ລົງທຶນ 100% ມີ 287ໂຄງການ, ມູນຄ່າການລົງທຶນ 3,5 ຕື້ໂດລາສະຫະລັດ ແລະ ການລົງທຶນຮ່ວມທຸລະກິດ ມີ 122 ໂຄງການ, ມູນຄ່າການລົງທຶນ 622 ລ້ານໂດລາສະຫະລັດ ຈັດຢູ່ໃນລຳດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄວ້ນທີ່ມາລົງທຶນຢູ່ ສປປ ລາວ.
ການຄ້າ ລາວ ແລະ ຫວຽດນາມ ໄດ້ສືບຕໍ່ປະຕິບັດກົນໄກບຸລິມະສິດຜ່ອນຜັນດ້ານອັດຕາພາສີຂາເຂົ້າເຊິ່ງກັນ ແລະ ກັນ ສຳລັບສິນຄ້າທີ່ມີແຫຼ່ງກຳເນີດຈາກແຕ່ລະປະເທດ, ສືບຕໍ່ປະສານສົມທົບກັນຄົ້ນຄວ້າເປີດກວ້າງລາຍການບັນດາປະເພດສິນຄ້າທີ່ໄດ້ຮັບອັດຕາພາສີຂາເຂົ້າ 0%.
ໃນປີ 2021 ຜ່ານມາ ເຖິງວ່າພົບຄວາມຫຍຸ້ງຍາກຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ຍອດມູນຄ່າການຄ້າສອງປະເທດ ຍັງມີການເຕີບໂຕແບບກ້າວກະໂດດ, ມູນຄ່າການຄ້າສອງຝ່າຍ ບັນລຸ 1,37 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ ປີ 2020.
ລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ສືບຕໍ່ຍຸດທະສາດການຮ່ວມມືດ້ານຄົມມະນາ ຄົມຂົນສົ່ງ ໃນໄລຍະ ປີ 2016-2025 ແລະ ວິໄສທັດ ປີ 2030, ສອງຝ່າຍໄດ້ຊອກຫາແຫຼ່ງທຶນ ເພື່ອຜັນຂະຫຍາຍບັນດາໂຄງການທີ່ສຳຄັນ ເປັນຕົ້ນ: ເສັ້ນທາງດ່ວນເຊື່ອມຕໍ່ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ເງິນເອີບ-ຫຼຸ້ງອາງ ແລະ ບັນດາເສັ້ນທາງເຊື່ອມຕໍ່ສຳຄັນອື່ນໆ. ບົດລາຍງານຜົນການສຶກສາຄວາມເປັນໄປໄດ້ຂອງໂຄງການຍົກລະດັບເສັ້ນທາງ 18B ແຂວງອັດຕະປື, ປັດຈຸບັນຢູ່ໃນຂັ້ນຕອນປະເມີນຜົນກະທົບສິ່ງແວດລ້ອມ ແລະ ຮັບຮອງຜົນສຳເລັດ, ສອງຝ່າຍປະສານສົມທົບກັນກະກຽມສຶກສາຄວາມເປັນໄປໄດ້ ຂອງໂຄງການເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ເຊື່ອມຕໍ່ກັບພາກພື້ນໂຄງການພັດທະນາຄົມມະນາຄົມ-ຂົນສົ່ງ ໃນບັນດາປະເທດ ASEAN ແລະ GMS, ພິຈາລະນາໃຫ້ບຸລິມະສິດຈັດຕັ້ງຜັນຂະຫຍາຍເສັ້ນທາງຕາມແລວທາງຫຼວງແຫ່ງຊາດ ເລກ 8 ຂອງສອງປະເທດ.
4. ດ້ານວັດທະນະທຳ-ສັງຄົມ.
ສປປ ລາວ ໄດ້ສ້າງອະນຸສາວະລີນ້ຳໃຈສາມັກຄີຮ່ວມຮົບ ຢູ່ແຂວງຊຽງຂວາງ, ອຸດົມໄຊ, ອັດຕະປື, ສະຫວັນນະເຂດ... ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກຫວຽດນາມ ທີ່ມາເຮັດໜ້າທີ່ສາກົນ ຢູ່ລາວ ໃນໄລຍະການປະຕິວັດປົດປ່ອຍຊາດ ແລະ ໄດ້ຕົກລົງກັນກໍ່ສ້າງອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ, ເມືອງໜອງບົກ, ແຂວງຄຳມ່ວນ ຊຶ່ງເປັນສະຖານທີ່ ທີ່ປະທານ ໂຮ່ຈີມິນ ເຂົ້າມາລາວໃນປີ 1928 ເພື່ອເຄື່ອນໄຫວ ແລະ ສ້າງຮາກຖານປະຕິວັດ.
ໄດ້ຮ່ວມມືກັນປະຕິບັດການຊອກຄົ້ນ, ເກັບກູ້ ແລະ ທ້ອນໂຮມອັດຖິຂອງຊ່ຽວຊານ ແລະ ທະຫານອາສາ ສະໝັກຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດໄດ້ 20.000 ກວ່າຄົນ.
ສສ ຫວຽດນາມ ໄດ້ຊ່ວຍສ້າງໂຮງຮຽນສິລະປະດົນຕີແຫ່ງຊາດ, ສະຖານີວິທະຍຸ, ໂທລະພາບ ຢູ່ສູນກາງ ແລະ ບາງທ້ອງຖິ່ນຄື: ແຂວງຫຼວງພະບາງ ແລະ ຈຳປາສັກ, ພ້ອມນັ້ນ ກໍໄດ້ມີການແລກປ່ຽນສິລະປະ ວັດທະນະທຳນຳກັນເປັນປົກກະຕິ.
ລາວ ແລະ ຫວຽດນາມ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍູ້ແຮງການຮ່ວມມື, ສະໜັບສະໜູນກັນ ພ້ອມກັນຂ້າມຜ່ານຄວາມ ຫຍຸ້ງຍາກ ເພື່ອພັດທະນາເສດຖະກິດ-ສັງຄົມ.
5. ການຮ່ວມມືດ້ານການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບຳລຸງສ້າງວິຊາຊີບ.
ລັດຖະບານ ລາວ-ຫວຽດນາມ ໄດ້ສືບຕໍ່ປະສານສົມທົບປະຕິບັດອະນຸສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ໄລຍະ 2017-2022 ຢ່າງມີປະສິດທິຜົນ ແລະ ສຸມໃສ່ປະຕິບັດບັນດາມາດຕະການ, ໜ້າທີ່ຮັບຜິດຊອບທີ່ລະບຸໄວ້ຢູ່ໃນໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030.
ການພົວພັນຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ ໄດ້ຮັບການເປີດກວ້າງດ້ວຍຫຼາຍຮູບການ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ໃນປີ 2020 ນັກສຶກສາລາວທີ່ມີໜ້າກຳລັງຮຽນຢູ່ຫວຽດນາມ ມີທັງໝົດ 14.000 ຄົນ.
6. ການຊ່ວຍເຫຼືອລ້າຂອງຫວຽດນາມໃຫ້ແກ່ລາວ.
ປີ 2021 ສສ ຫວຽດນາມ ໄດ້ໃຫ້ທຶນຊ່ວຍເຫຼືອລ້າ ຈຳນວນ 719,3 ຕື້ດົງ ເພື່ອນຳໃຊ້ເຂົ້າໃນກິດຈະ ກຳ,ໂຄງການຕ່າງໆ ເປັນຕົ້ນແມ່ນໂຄງການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່, ໂຄງການສະຖານີວິທະຍຸ-ໂທລະພາບແຂວງບໍ່ແກ້ວ, ໂຄງການປ່ຽນອຸປະກອນສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ໂຮງໝໍແຂວງຊຽງ ຂວາງ, ແບ່ງເຂດຜະລິດກະສິກຳຢູ່ແຂວງ ຫົວພັນ ແລະ ແຂວງຊຽງຂວາງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ