ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສ້າງໄດ້ໜ່ວຍແມ່ຍິງ 3 ດີ 100%
ເວລາອອກຂ່າວ: 2022-08-11 08:55:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 347 | ຄວາມນິຍົມ:



ການທີ່ຈະສ້າງໃຫ້ໄດ້ຕາມ ມາດຖານເງື່ອນໄຂໜ່ວຍສະຫະ ພັນແມ່ຍິງ 3 ດີ ທີ່ຄະນະບໍລິຫານ ງານສູນກາງສະຫະພັນແມ່ ຍິງລາວ ກໍຄືຫ້ອງການສະຫະ ພັນແມ່ຍິງກອງທັບ ກໍານົດໄວ້ ໃຫ້ເປັນຮູບປະທໍາຕົວຈິງ ແລະ ມີຄຸນນະພາບເລິກເຊິ່ງນັ້ນ, ຕ້ອງ ໄດ້ເລີ່ມຈາກແຕ່ລະບຸກຄົນຂຶ້ນ ໄປ ແລະ ຕ້ອງໄດ້ຜ່ານການຊຸບຫຼໍ່ ກໍ່ສ້າງທົດສອບໃນຂະບວນການ ວຽກງານຕົວຈິງທີ່ປິ່ນອ້ອມໜ້າ ທີ່ການເມືອງຂອງແຕ່ລະອົງ ການ, ກົມກອງດ້ວຍນໍ້າໃຈມີ ຄວາມຮັບຜິດຊອບສູງ, ບວກກັບ ການເອົາໃຈໃສ່ໃກ້ຊິດຕິດແທດ ຊີ້ນໍາ-ນໍາພາຂອງຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ, ບໍ່ວ່າດ້ານ ການເຮັດວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ, ດ້ານແບບແຜນວິທີເຮັດວຽກ, ວິທີນໍາພາ, ດ້ານການກໍານົດທິດ ທາງແຜນການ, ວຽກງານຈຸດ ສຸມ, ດ້ານວຽກງານຕິດຕາມ ກວດກາຊຸກຍູ້ ແລະ ດ້ານອື່ນໆ. ໃນນີ້, ເວົ້າສະເພາະຂະບວນການ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຢູ່ແຕ່ລະ ໜ່ວຍທົ່ວໂຮງຮຽນກໍ່ສ້າງນາຍ ສິບ ເລກ 2 ວຽງໄຊ ຖືວ່າມີລັກສະ ນະຈຸດສຸມ, ພົ້ນເດັ່ນ ແລະ ບັນລຸ ໝາກຜົນຕົວຈິງສູງສະແດງອອກ ຜ່ານການກວດກາສະຫຼຸບປະເມີນ ຜົນໄລຍະປີ 2016-2020 ມາສາ ມາດຄັດເລືອກ ແລະ ຮັບຮອງໄດ້ ໜ່ວຍ 3 ດີ ກວມເອົາ 100% ໃນ ຈໍານວນທັງໝົດ 8 ໜ່ວຍທົ່ວໂຮງ ຮຽນ, ຄັດເລືອກແມ່ຍິງ 3 ດີປະ ເພດ I ໄດ້ 225 ສະຫາຍ ກວມ ເອົາ 92,64%, ປະເພດ II ໄດ້ 23 ສະຫາຍ, ພົນລະເມືອງດີ 248 ສະຫາຍ, ພັດທະນາດີ 243 ສະຫາຍ, ຄອບຄົວດີມີຄວາມຜາ ສຸກ 231 ສະຫາຍ, ກົມກອງນຳ ພາດີເດັ່ນ 10 ກົມກອງ, ສ້າງຄອບ ຄົວຕົວແບບໄດ້ 1 ຄອບຄົວ ແລະ ພະແນກສະຫະພັນແມ່ຍິງນໍາພາ ດີເດັ່ນ. ສະຫາຍ ພັນໂທ ນາງ ແພງສີ ແກ້ວວັນດີ ຫົວໜ້າພະແນກສະຫະພັນແມ່ຍິງໂຮງຮຽນກໍ່ສ້າງ ນາຍສິບ ເລກ 2 ວຽງໄຊ ໃຫ້ຮູ້ ວ່າ: ການທີ່ພະແນກສະຫະພັນ ແມ່ຍິງພວກເຮົາໄດ້ຮັບການສົ່ງ ເສີມພັດທະນາກ້າວເດັ່ນຄືແນວນີ້ ສໍາຄັນແມ່ນຍ້ອນຄະນະພັກ-ຄະ ນະອໍານວຍການໂຮງຮຽນໄດ້ ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນໍາ ນໍາພາ, ສ້າງໂອກາດອໍານວຍ ຄວາມສະດວກຮອບດ້ານ ເພື່ອ ເຮັດໃຫ້ການຈັດຕັ້ງສະຫະພັນແມ່ຍິງທົ່ວໂຮງຮຽນໄດ້ເຄື່ອນ ໄຫວຢ່າງຖືກທິດ ຕາມພາລະບົດ ບາດຂອງຕົນ ໂດຍປິ່ນອ້ອມໜ້າ ທີ່ການເມືອງຂອງອົງການ, ກົມ ກອງທີ່ຕົນສັງກັດ ແລະ ຍາມ ໃດກໍຕິດພັນແໜ້ນກັບເນື້ອໃນ ຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະ ພັນແມ່ຍິງລາວວາງອອກ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດໃຫ້ແຕ່ລະ ຄະນະໜ່ວຍ ແລະ ສະມາຊິກແມ່ ຍິງທຸກຄົນມີຄວາມສະດຸ້ງໄວ ຕໍ່ແນວທາງນະໂຍບາຍຂອງພັກ, ທິດນໍໍາຂອງຂັ້ນເທິງ, ທິດທາງ ແຜນການແຕ່ລະດ້ານ ແຕ່ລະໄລ ຍະທີ່ຄະນະພັກ-ຄະນະອໍານວຍ ການໂຮງຮຽນວາງອອກ, ມີ ຄວາມກະຕືລືລົ້ນພັດທະນາຕົນ ເອງໃນທຸກດ້ານ ໂດຍສະເພາະ ແມ່ນດ້ານວຽກງານວິຊາສະ ເພາະ ແລະ ໜ້າທີ່ ທີ່ໄດ້ຮັບມອບ ໝາຍ, ດ້ານການພັດທະນາຕົນ ເອງ ແລະ ຄອບຄົວ, ກົມກອງ. ມີສະຕິຕື່ນຕົວເປັນເຈົ້າການເຂົ້າ ຮ່ວມຂະບວນການແຂ່ງຂັນສ້າງ ບຸກຄົນ ແລະ ໜ່ວຍ 3 ດີ. ໃນນີ້, ຂະບວນການທີ່ພົ້ນເດັ່ນເປັນພື້ນ ຖານ ແມ່ນຂະບວນການແນວ ຫຼັງກອງທັບ (ການເຄື່ອນໄຫວ ຢ້ຽມຢາມອວຍພອນ, ມອບເຄື່ອງ ຊຸກຍູ້ກໍາລັງໃຈພະນັກງານ-ນັກ ຮົບ ທີ່ປະຕິບັດວຽກງານກໍ່ສ້າງ ຮາກຖານ, ພະນັກງານການນໍາ, ພະນັກງານອາວຸໂສບໍານານ, ຂະ ບວນການຮັບໃຊ້ການອົບຮົມ ຫັດແອບຢູ່ພາກສະໜາມຂອງນັກ ຮຽນລະບົບຕ່າງໆ), ຂະບວນ ການເພີ່ມພູນຜະລິດຜົນປູກຝັງ ລ້ຽງສັດ, ຂະບວນການສ້າງຄັງ ລວມ ດ້ວຍການຕໍ່າຫູກທໍໄໝ ເພື່ອ ສ້າງຄວາມເຂັ້ມແຂງ-ກຸ້ມຕົນ ເອງ ດ້ານການເງິນ, ຂະບວນການ ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮ່ວມກັບພາກສ່ວນເພດ ຊາຍ, ຂະບວນການອອກແຮງ ງານປັບປຸງສະຖານທີ່ຄ້າຍຄູ, ທໍາຄວາມສະອາດ, ປູກ ແລະ ບົວລະບັດສວນດອກໄມ້, ປະດັບ ປະດາສະຖານທີ່ຄ້າຍຄູ ໃຫ້ມີວັດ ທະນະທໍາຈົບງາມ, ຂະບວນການ ແຂ່ງຂັນກີລາ, ສິລະປະ-ວັນນະ ຄະດີ ແລະ ອື່ນໆ. ສະຫາຍ ພັນໂທ ນາງ ແພງສີ ແກ້ວວັນດີ ກ່າວຕື່ມວ່າ: ຕໍ່ຜົນ ງານ ແລະ ໝາກຜົນທີ່ສ້າງມາ ໄດ້ນັ້ນ, ສະຫະພັນແມ່ຍິງຍິ່ງ ມີຄວາມເອກອ້າງທະນົງໃຈ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍ, ແຂ່ງຂັນກັນຈັດຕັ້ງປະຕິບັດໜ້າ ວຽກຂອງຕົນ ເພື່ອປະກອບເຂົ້າ ໃນການເຮັດສໍາເລັດໜ້າທີ່ການ ເມືອງຂອງອົງການ, ກົມກອງ ຕົນທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ