ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ຢູ່ກອງພັນໃຫຍ່ 501
ເວລາອອກຂ່າວ: 2022-08-11 08:54:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 390 | ຄວາມນິຍົມ:



ວັນທີ 9 ສິງຫາ 2022 ນີ້, ຢູ່ກອງພັນໃຫຍ່ 501 ກອງພົນ ທີ 5 ໄດ້ປະກາດການຈັດຕັ້ງຂັ້ນ ນຳພາ-ບັນຊາ, ໂດຍການເປັນ ປະທານຂອງສະຫາຍ ພັນເອກ ສີປະເສີດ ເຜີຍຄຳສິງ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພົນທີ 5, ມີຄະນະພັກ-ຄະ ນະບັນຊາອົງການ, ກົມກອງ, ພະແນກການ ພ້ອມດ້ວຍພະ ນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄພ ຈັນທະ ອາສາ ຮອງຫົວໜ້າພະແນກພະ ນັກງານ ກອງພົນທີ 5 ໄດ້ຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ ແລະ ຂໍ້ຕົກລົງ ຂອງກອງພົນທີ 5 ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງນາຍທະ ຫານ, ອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງ ນາຍ ທະຫານ. ໃນນີ້, ຢູ່ກອງພົນທີ 5 ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳພັດ ຊົບສົມບູນ ເປັນຫົວໜ້າ ພະແນກບໍລິຫານ-ສັງລວມ ກອງ ພັນໃຫຍ່ 501, ສະຫາຍ ພັນໂທ ຂຽວສົມພອນ ເຮືອງພະຈັນ ເປັນ ຮອງຫົວໜ້າພະແນກການເມືອງ ທັງເປັນກຳມະການຄະນະພັກ ກອງພັນໃຫຍ່, ສະຫາຍ ພັນໂທ ຄຳໄໝ ມະນີວົງ ເປັນຮອງຫົວ ໜ້າການທະຫານ ກອງພັນໃຫຍ່ 501 ທັງເປັນກຳມະການຄະນະ ພັກກອງພັນໃຫຍ່ ຮັກສາການ ຫົວໜ້າພະແນກເສນາທິການ, ສະຫາຍ ພັນໂທ ສຸພາບ ບຸນລັງສີ ຫົວໜ້າການເມືອງ ກອງພັນ 13 ເປັນກຳມະການຄະນະພັກກອງ ພັນໃຫຍ່ 501, ສະຫາຍ ຄຳໃບ ທອງສະຫວັດ ຮັກສາການ ຮອງຫົວໜ້າ ການທະຫານກອງ ພັນ 13, ສະຫາຍ ພັນຕີ ບົວຄຳ ສິງແກ້ວມະນີ ເປັນຮອງຫົວໜ້າ ການເມືອງ ກອງພັນ 23, ສະຫາຍ ພັນໂທກາດຳ ວົງສະຫວັນ ເປັນຫົວໜ້າຂະແໜງສືບຂ່າວ ກອງພັນໃຫຍ່ 501, ສະຫາຍ ພັນຕີ ໂສພາ ຂຸນນາລາ ເປັນ ຫົວໜ້າ ຂະແໜງພະນັກງານ, ສະຫາຍ ພັນຕີ ຄຳໃບ ຂັນທະວີໄຊ ເປັນຫົວໜ້າຂະ ແໜງຊາວໜຸ່ມ, ສະຫາຍ ພັນຕີ ສັນທະວີໄຊ ສິງລາດສະບຸດ ເປັນຫົວໜ້າ ຂະແໜງປະກັນສັງຄົມ, ສະຫາຍ ພັນຕີ ຄຳສອນ ແກ້ວອະນຸລັກ ເປັນຫົວໜ້າຂະແໜງບໍລິຫານ, ສະຫາຍ ພັນຕີ ສາຍຄຳ ເກດຮັກສາ ເປັນຫົວໜ້າຂະແໜງ ນະໂຍບາຍ, ສະຫາຍ ຮ້ອຍເອກ ສັກດາ ເປັນຫົວໜ້າຂະແໜງ ອົມຮົບ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງ ຂັ້ນຊ່ວຍວຽກ, ຂັ້ນກອງຮ້ອຍຕື່ມ ອີກ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສິງ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຖືກ ແຕ່ງຕັ້ງຮັບໜ້າທີ່ໃໝ່ ເຊິ່ງສະ ຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ, ທີ່ ບັນດາສະຫາຍສ້າງໄດ້ຕະ ຫຼອດໄລຍະຜ່ານມາ ພ້ອມທັງ ຮຽກຮ້ອງຈົ່ງຍົກສູງພາລະ ບົດບາດໜ້າທີ່ຄວາມຮັບຜິດ ຊອບຂອງຕົນໃຫ້ສູງ ເພີ່ມທະວີ ບົດບາດໃນການຊີ້ນຳ-ນຳພາສຶກ ສາອົບຮົມການເມືອງ-ແນວຄິດ ພະນັກງານ-ນັກຮົບໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ປັບປຸງ ແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງກັບວຽກງານວິຊາສະເພາະ ຂອງຕົນໃຫ້ແທດເໝາະກັບສະ ພາບຕົວຈິງ ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາ ສືບຕໍ່ປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມເຂັ້ມແຂງໃນ ທຸກດ້ານ ເພື່ອພ້ອມກັນເຮັດສຳ ເລັດໜ້າທີ່ ຕາມການຈັດຕັ້ງມອບ ໝາຍໃຫ້ດ້ວຍໝາກຜົນສູງ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ