ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າຫ້ອງການກໍາມະບານກອງທັບ ຊຸກຍູ້ວຽກງານກໍາມະບານ ຢູ່ໂຮງງານສ້ອມແປງລົດ-ເຮືອ
ເວລາອອກຂ່າວ: 2022-08-11 08:53:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 575 | ຄວາມນິຍົມ:



ໃນວັນທີ 9 ສິງຫາ 2022 ນີ້, ຄະນະຫ້ອງການກໍາມະບານກອງ ທັບ ໄດ້ລົງຊຸກຍູ້ວຽກງານກໍາ ມະບານຢູ່ໂຮງງານສ້ອມແປງ ລົດ-ເຮືອ ນໍາໂດຍ ສະຫາຍ ພັນໂທ ໄຊສະນະ ທໍາມະສອນ ຮອງຫົວ ໜ້າຫ້ອງການກໍາມະບານກອງ ທັບ ພ້ອມດ້ວຍຄະນະ, ໂດຍ ການຕ້ອນຂອງ ສະຫາຍ ພັນໂທ ສີເພັດ ເທບທະວົງ ຮອງອໍານວຍ ການ, ປະທານກໍາມະບານ ຮາກຖານໂຮງງານສ້ອມແປງ ລົດ-ເຮືອ ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສີເພັດ ເທບທະວົງ ໄດ້ລາຍງານໂດຍ ຫຍໍ້ກ່ຽວກັບການເຄື່ອນໄຫວຊີ້ ນໍາ-ນໍາພາຂອງຄະນະກໍາມະ ບານໃນໄລຍະຜ່ານມາ, ມີຫຼາຍ ດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ຄະນະພັກ-ຄະນະອໍານວຍການ ຍາມໃດກໍໄດ້ຖືສໍາຄັນວຽກງານ ສຶກສາອົບຮົມການເມືອງ-ນໍາ ພາແນວຄິດໃຫ້ສະມາຊິກກໍາມະ ບານ, ພະນັກງານ-ນັກຮົບພາຍ ໃນໂຮງງານ ມີທັດສະນະຫຼັກ ໝັ້ນຊົນຊັ້ນ, ມີຄວາມອຸ່ນອຽນ ທຸ່ນທ່ຽງ, ຫ້າວຫັນໃນການປະ ຕິບັດໜ້າທີ່ວຽກວິຊາສະເພາະ ຂອງຕົນ ໂດຍຕິດພັນກັບການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າທີ່ສູນກາງສະຫະພັນ ກໍາມະບານລາວວາງອອກ, ເຊິ່ງ ຄະນະກຳມະບານ ໄດ້ເປັນເຈົ້າ ການເຕົ້າໂຮມຄວາມສາມັກຄີ, ນຳພາສະມາຊິກກໍາມະບານ, ກໍາມະກອນເຮັດໜ້າທີ່ວິຊາ ສະເພາະ. ໃນນີ້, ສ້ອມແປງຟື້ນ ຟູພາຫະນະລົດຮັບໃຊ້ກອງປະ ເພດຕ່າງໆໄດ້ 21 ຄັນ, ຟື້ນຟູ ແລະ ບົວລະບັດຮັກສາເຮືອ 3 ລໍາ ໃຫ້ຢູ່ໃນສະພາບການໃຊ້ງານ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ໃນການ ປັບປຸງຄ້າຍຄູໃຫ້ມີຄວາມແໜ້ນ ໜາຖາວອນ. ໃນນີ້, ສ້າງຫຼັງຄາ ອູ່ສ້ອມແປງ 1 ຫຼັງສຳເລັດ ມູນຄ່າ 84.000.000 ກີບ, ສ້າງປະຕູ ໂຂງສຳເລັດ 95% ມູນຄ່າ 23.000.000 ກີບ, ສ້າງຫຼັງ ຄາມຸງເຄື່ອງຢູ່ກຸ່ມອູ່ເຮືອ 06-07 ສໍາເລັດ. ພ້ອມນີ້, ຍັງໄດ້ອີງໃສ່ ທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງພະນັກງານສະມາຊິກກຳ ມະບານໃຫ້ດີຂຶ້ນເລື້ອຍໆ. ໃນນີ້, ໄດ້ລ້ຽງງົວ 4 ໂຕ, ມີໜອງປາ 1 ໜອງ, ປ່ອຍປາ ຈໍານວນ 2.000 ໂຕ, ລ້ຽງນົກກະທາ 400 ໂຕ ແລະ ຍັງໄດ້ປູກພືດລົ້ມລຸກຕາມ ລະດູການ. ນອກນັ້ນ, ຍັງຫາ ລາຍໄດ້ຈາກຂະແໜງຊ່າງໄມ້ ເຮັດເຄື່ອງເຟີນີເຈີ ແລະ ຮັບ ເໝົາກໍ່ສ້າງສ້ອມແປງຕ່າງໆ ຈໍານວນ 27 ລ້ານກວ່າກີບ.ຜ່ານການປະເມີນຜົນສາມາດຄັດ ເລືອກໄດ້ສະມາຊິກກໍາມະບານ ປະເພດແຂງ 55 ສະຫາຍ ເທົ່າກັບ 100%, ໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ 3 ປີຕິດຕໍ່ກັນ ແລະ ກອງ 3 ປອດ 5 ປີຕິດຕໍ່ກັນ. ສະຫາຍ ພັນໂທ ໄຊຊະນະ ທຳມະສອນ ຍັງໄດ້ຮຽກຮ້ອງ ໃຫ້ຄະນະຮາກຖານ ແລະ ສະ ມາຊິກກຳມະບານ ຈົ່ງພ້ອມກັນ ປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງແທດເໝາະກັບສະ ພາບຕົວຈິງ ໂດຍຕິດພັນແໜ້ນ ກັບໜ້າທີ່ການເມືອງຂອງຕົນ, ສືບຕໍ່ເອົາໃຈໃສ່ກໍ່ສ້າງ-ບໍາລຸງພະ ນັກງານ, ສະມາຊິກກຳມະບານ ໃຫ້ມີຄວາມຮູ້, ຄວາມສາມາດ, ຍົກລະດັບດ້ານວິຊາສະເພາະ, ພັດທະນາດ້ານສີມືແຮງງານ ໃຫ້ນັບມື້ນັບສູງຂຶ້ນ ເພື່ອຮັບປະ ກັນເຮັດສຳເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງ ຂັ້ນເທິງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ