ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງວຽງຈັນ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-08-11 08:52:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ວັນທີ 3 ສິງຫາ 2022, ຫ້ອງການເມືອງ ກອງບັນຊາ ການທະຫານແຂວງວຽງຈັນ, ມອບເງິນນະໂຍບາຍອຸດໜູນ ໃຫ້ຄອບຄົວພະນັກງານບຳ ນານທີ່ເສຍຊີວິດ, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຫົວໜ້າຫ້ອງການເມືອງ ກອງ ບັນຊາການທະຫານແຂວງວຽງ ຈັນ, ມີຄະນະພະແນກການທີ່ ກ່ຽວຂ້ອງ, ຕະຫຼອດຮອດບັນດາ ຜູ້ຕາງໜ້າຄອບຄົວພະນັກງານຜູ້ ເສຍຊີວິດ ເຂົ້າຮ່ວມ. ອີງຕາມກົດໝາຍ ວ່າດ້ວຍ ການປະກັນສັງຄົມ, ຕາມຄຳສັ່ງ ແນະນຳຂອງກະຊວງປ້ອງກັນປະ ເທດ ກ່ຽວກັບການປະຕິບັດກົດ ໝາຍທີ່ມີຕໍ່ນາຍ ແລະ ພົນທະ ຫານ, ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ມອບເງິນນະ ໂຍບາຍອຸດໜູນໃຫ້ຄອບຄົວພະນັກງານບຳນານຜູ້ທີ່ເສຍຊີວິດ 4 ສະຫາຍ ລວມເງິນທັງໝົດ 376.723.485 ກີບ. ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ໄດ້ໂອ້ລົມຖາມຂ່າວຄາວການດໍາລົງຊີວິດການເປັນຢູ່ຂອງ ຄອບຄົວພະນັກງານຜູ້ທີ່ເສຍຊີ ວິດ ດ້ວຍຄວາມເປັນຫ່ວງເປັນໃຍ ພ້ອມທັງ, ຝາກຄວາມຫວັງໃຫ້ ບັນດາຄອບຄົວດັ່ງກ່າວ ຈົ່ງພ້ອມ ກັນຮັດແໜ້ນຄວາມສາມັກຄີພາຍ ໃນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ສືບຕໍ່ເສີມຂະຫຍາຍມູນ ເຊື້ອປະຕິວັດ ດ້ວຍການສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດໃຫ້ລູກຫຼານມີຄວາມຮັບຮູ້ ເຊື່ອມຊຶມຕໍ່ແນວທາງ ປກຊ-ປກສ ຕັ້ງໜ້າປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ພ້ອມທັງ ຮຽກຮ້ອງໃຫ້ ຄອບຄົວພະນັກ ງານຜູ້ທີ່ເສຍຊີວິດນຳເອົາເງິນຈຳ ນວນດັ່ງກ່າວໝູນໃຊ້ເຂົ້າໃນການ ສ້າງສາພັດທະນາແກ້ໄຂຊີວິດ ການເປັນຢູ່ຄອບຄົວຂອງຕົນໃຫ້ ດີຂຶ້ນ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ