ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຂົ້າອວຍພອນກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2019-02-06 10:08:52 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນວັນທີ 30 ມັງກອນ 2019 ຜ່ານມານີ້, ນຳໂດຍທ່ານ ດາວ ຈິນດາ ຮອງອໍານວຍການບໍລິສັດ ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ທ່ານ ສ່ຽວຊຽນເຫວິນ ຄະນະປະ ຕິບັດວຽກພັກຮ່ວມໂຄງການກໍ່ ສ້າງເສັ້ນທາງລົດໄຟ ລາວ-ຈີນ ພ້ອມດ້ວຍທີມງານໄດ້ນຳ ເອົາກະຕ່າຂອງຂວັນ ແລະ ເຄື່ອງ ອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ເຂົ້າອວຍພອນກອງບັນຊາການທະຫານແຂວງອຸດົມໄຊ, ໂດຍ ໃຫ້ກຽດຕ້ອນຮັບຄະນະທີມງານດັ່ງກ່າວຂອງທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳ ມະການປະຈຳພັກແຂວງເລຂາ ພັກ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງ ອຸດົມໄຊ, ມີຄະນະພັກ-ຄະນະ ບັນຊາ, ຫົວໜ້າພະແນກ, ຮອງພະ ແນກເຂົ້າຮ່ວມ. ວັດຖຸປັດໄຈທີ່ນຳມາມອບ ໃນຄັ້ງນີ້ມີ ກະຕ່າຂອງຂວັນ, ເຂົ້າສານ 300 ກິໂລ, ເຄື່ອງອຸ ປະໂພກ-ບໍລິໂພກ ລວມມູນຄ່າ 12.000.000 ກີບ, ຕາງໜ້າ ກ່າວຮັບໂດຍທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ພ້ອມທັງ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບອົບຂອບໃຈມາຍັງທ່ານ ດາວ ຈິນດາ ຮອງອຳນວຍການ ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ພ້ອມດ້ວຍທີມງານທີ່ເຫັນໄດ້ຄວາມ ໝາຍຄວາມສຳຄັນຂອງວັນ ດັ່ງກ່າວ ແລະ ມີນໍ້າໃຈນຳເອົາວັດ ຖຸປັດໃຈມາມອບໃຫ້ໃນຄັ້ງນີ້ ພ້ອມທັງຕີລາຄາສູງເຖີງມູນເຊື້ອ ແຫ່ງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ-ສອງລັດ ເວົ້າ ລວມເວົ້າສະເພາະແມ່ນກອງບັນ ຊາການທະຫານແຂວງອຸດົມໄຊ ແລະ ບໍລິສັດກໍ່ສ້າງເສັ້ນທາງລົດ ໄຟ ລາວ-ຈີນ ຈົ່ງພ້ອມກັນສືບ ຕໍ່ຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອຄວາມສາ ມັກຄີລະຫວ່າງສອງຊາດສອງ ກອງທັບ ລາວ-ຈີນ ໃຫ້ຢືນຍົງທະ ນົງແກ່ນຕະຫຼອດໄປ. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ