ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງເຕັກນິກ ກອງພົນທີ 5 ມອບລົດຮັບໃຊ້ໃຫ້ກົມກອງຮາກຖານ
ເວລາອອກຂ່າວ: 2022-08-11 08:51:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ວັນທີ 5 ສິງຫາ 2022, ຫ້ອງເຕັກນິກ ກອງພົນທີ 5 ໄດ້ ມອບລົດຮັບໃຊ້ໃຫ້ກົມກອງຮາກ ຖານ ກອງພົນທີ 5, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ສົມບູນ ໄຊສົງຄາມ ຫົວ ໜ້າຫ້ອງເຕັກນິກ, ມີຄະນະພະ ແນກການ, ຂະແໜງຄຸ້ມຄອງ ລົດ, ກອງພັນໃຫຍ່ 501, 502 ແລະ ໝວດລົດຫ້ອງການ ກອງ ພົນທີ 5 ພ້ອມດ້ວຍພະນັກງານ ວິຊາການ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄພ ສະໝໍແກ້ວ ຫົວໜ້າພະແນກຄຸ້ມ ຄອງລົດ ຫ້ອງເຕັກນິກ ກອງ ພົນທີ 5 ໄດ້ຜ່ານຂໍ້ຕົກລົງຂອງ ກອງພົນທີ 5 ວ່າດ້ວຍ ການ ຖອນລົດ ແລະ ມອບລົດ, ກອງ ພົນທີ 5 ໄດ້ຕົກລົງມອບລົດ ໃຫ້ບັນດາກົມກອງຮາກຖານ ຄື: ມອບລົດກະບະ ຍີ່ຫຍໍ້ JAC ໃຫ້ກອງພັນໃຫຍ່ 502, ມອບ ລົດຈິບ ຍີ່ຫຍໍ້ UAZ ໃຫ້ກອງ ພັນໃຫຍ່ 501, ມອບລົດກະ ບະ ຍີ່ຫຍໍ້ FOTON ແລະ ລົດຈິບ ຍີ່ຫຍໍ້ (BT40) ໃຫ້ໝວດ ລົດ ຫ້ອງການ ກອງພົນ. ຕາງໜ້າ ກ່າວມອບໂດຍ ສະຫາຍ ພັນໂທ ສົມບູນ ໄຊສົງຄາມ ແລະ ກ່າວ ຮັບໂດຍ ສະຫາຍ ພັນຕີ ປີ່ນທອງ ໂຜມະນາມ ຫົວໜ້າຂະແໜງ ຄຸ້ມຄອງລົດ ກອງພັນໃຫຍ່ 501. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ສົມບູນ ໄຊສົງຄາມ ໄດ້ ຍົກໃຫ້ເຫັນເຖິງຄວາມຮຽກ ຮ້ອງຕ້ອງການຂອງວຽກງານ ໃນສະເພາະໜ້າ ແລະ ຍາວນານ ໃນການປະຕິບັດວຽກງານຂອງ ກົມກອງ ແລະ ໄດ້ເນັ້ນໜັກ ຕໍ່ພະນັກງານວິຊາສະເພາະດັ່ງ ກ່າວ ຈົ່ງພ້ອມກັນເອົາໃຈໃສ່ບົວ ລະບັດ, ປົກປັກຮັກສາພາຫະນະ ເຕັກນິກລົດທີ່ມອບໃນຄັ້ງນີ້ ໃຫ້ ມີຄວາມຮັບປະກັນນຳໃຊ້ໄດ້ຍາວ ນານ. ພ້ອມກັນນັ້ນ, ກໍຕ້ອງຕິດ ຕາມກວດກາພາຫະນະວັດຖຸອຸ ປະກອນທີ່ຂັ້ນເທິງປະກອບ ບໍ່ ໃຫ້ຕົກເຮ່ຍເສຍຫາຍ. ທັງນີ້, ກໍ ເພື່ອຮັບປະກັນໃຫ້ແກ່ການເຄື່ອນ ໄຫວປະຕິບັດໜ້າທີ່ ໃຫ້ມີຄວາມ ຮັບປະກັນໃນເວລາຂັ້ນເທິງຮຽກ ຮ້ອງຕ້ອງການ ສາມາດນຳໃຊ້ ໄດ້ທຸກກໍລະນີ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ