ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງຈອມເພັດ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-08-11 08:50:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ວັນທີ 5 ສິງຫາ 2022, ກອງບັນຊາການທະຫານເມືອງ ຈອມເພັດ ໄດ້ຈັດຕັ້ງປະຕິບັດຍິງ ເປົ້າໝາຍດ້ວຍລູກປືນແທ້ ຢູ່ທີ່ ສະໜາມຫັດແອບບ້ານບວມເລົາ ເມືອງຈອມເພັດ ແຂວງຫຼວງພະ ບາງ. ໂດຍມີ ສະຫາຍ ພັນໂທ ອານູ ເພັດສຸດາວົງ ຫົວໜ້າການ ເມືອງ ກອງບັນຊາການທະຫານ ເມືອງຈອມເພັດ, ມີກຳມະການ ພັກເມືອງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ພະແນກການທີ່ກ່ຽວ ຂ້ອງ, ອົງການປົກຄອງບ້ານ ອ້ອມຂ້າງ ແລະ ພະນັກງານ-ນັກ ຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ສົມຈິດ ຈັນປະມິດ ຫົວໜ້າຂະແໜງອົບ ຮົມສູ້ຮົບ ກອງບັນຊາການທະ ຫານເມືອງ ໄດ້ຜ່ານແຜນການ ອົບຮົມ-ຫັດແອບການຍິງເປົ້າ ໝາຍດ້ວຍລູກປືນແທ້ ຄັ້ງນີ້ຄື: ໄລຍະຍິງ 100 ແມັດ ທ່ານອນ, ຍິງມີຖ້ານກ່າຍ, ຊະນິດເປົ້າເລກ 4 ມີວົງມົນ 5-10 ປັກວົງຄົງທີ່, ຈໍານວນລູກປືນ 3 ລູກ, ຍິງນັດ ບໍ່ກໍານົດເວລາ, ວີທີຄິດໄລ່ຄະ ແນນ ເອົາຈໍານວນລູກປືນຍິງຖືກ ໃນວົງມົນເປົ້າລວມເຂົ້າກັນ. ຜ່ານການຈັດຕັ້ງປະຕິບັດຍິງເປົ້າ ໝາຍດ້ວຍລູກປືນແທ້ໃຊ້ເວລາ 1 ວັນ ສາມາດສະຫຼຸບໄດ້ ຄື: ຂັ້ນ ເກັ່ງສະເລ່ຍເທົ່າກັບ 38,79%, ກາງ 49,28% ແລະ ຄາດໝາຍ 11,91%, ການອົບຮົມ-ຫັດແອບ ເລີ່ມແຕ່ວັນທີ 29 ກຸມພາ ຫາ 5 ສິງຫາ 2022. ທັ້ງນີ້, ກໍເພື່ອ ແນໃສ່ຍົກລະດັບຄວາມສາ ມາດໃຫ້ພະນັກງານ-ນັກຮົບມີ ຄວາມຊໍານິຊໍານານ ໃນການ ນໍາໃຊ້ອາວຸດ-ຍຸດໂທປະກອນ ຂອງກອງທັບ ເພື່ອຮັບປະກັນ ໃນການເຄື່ອນໄຫວປະຕິບັດໜ້າ ທີ່ສູ້ຮົບ ປົກປັກຮັກສາເຂດ ນໍ້າແດນດິນ ໃຫ້ມີຄວາມສະຫງົບ ປອດໄພ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ທ້າຍ ເດືອນ ກໍລະກົດ ຜ່ານມາ ກອງບັນ ຊາການທະຫານເມືອງຈອມເພັດ ຍັງໄດ້ຈັດກອງປະຊຸມສະຫຼຸບ ວຽກ ງານຮອບດ້ານປະຈໍາ ເດືອນກໍລະກົດ 2022, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ຄຳຜ່າຍ ບົວລະພາ ຫົວໜ້າການທະຫານ ກອງບັນ ຊາການທະຫານເມືອງຈອມ ເພັດ, ມີຄະນະພັກ-ຄະນະບັນ ຊາ, ພະແນກການ, ຂະແໜງ ການຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງເຂົ້າ ຮ່ວມ, ສະຫາຍ ພັນໂທ ແກ່ນຈັນ ລັດຕະວົງ ຫົວໜ້າພະແນກບໍລິ ຫານໄດ້ຜ່ານບົດສະຫຼຸບ, ອັນ ພົ້ນເດັ່ນໄລຍະ ເດືອນຜ່ານມາ ກົມກອງ ສາມາດຮັກສາໄດ້ ຄວາມສາມັກຄີພາຍໃນເປັນປຶກ ແຜ່ນ, ຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ດ້ານພືດຜັກ ແລະ ຊີ້ນປາ. ໂດຍ: ສຸລິພົນ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ