ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 643 ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2022-08-11 08:50:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ວັນທີ 5 ສິງຫາ 2022, ຢູ່ກອງພັນໃຫຍ່ 643 ໄດ້ຈັດ ກິດຈະກຳບໍລິິຈາກເລືອດ ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ສຸກັນ ໄຊຍະຈັກ ຫົວໜ້າ ຂະແໜງເສນາຮັກ ກອງພັນ ໃຫຍ່ 643, ມີສະຫາຍ ນາງ ສົມພອນ ໄຊສຸເທບ ຮອງຫົວ ໜ້າອົງການກາແດງແຂວງຊຽງ ຂວາງ ພ້ອມດ້ວຍທີມງານ ແລະ ພະນັກງານ-ນັກຮົບ, ທົ່ວ ກົມກອງ ເຂົ້າຮ່ວມ. ສະຫາຍ ນາງ ສົມພອນ ໄຊສຸເທບ ໄດ້ຍົກໃຫ້ເຫັນຄວາມ ໝາຍ ຄວາມສຳຄັນຂອງເລືອດ ແລະ ຄວາມຈຳເປັນຢ່າງພາວະ ວິໄສຂອງການຊົມໃຊ້ເລືອດໃນ ສັງຄົມ ເລືອດເປັນວັດຖຸທີ່ຫາຊື້ ບໍ່ໄດ້, ບໍ່ມີໂຮງງານໃດສາມາດ ຜະລິດໄດ້ ແລະ ເລືອດເປັນອົງ ປະກອບສຳຄັນຂອງສິ່ງທີ່ມີຊີ ວິດ ເວົ້າລວມ, ເວົ້າສະເພາະ ສັງຄົມຂອງພວກເຮົາມີຄວາມ ຕ້ອງການ ແລະ ຊົມໃຊ້ຫຼາຍ ໂດຍສະເພາະແມ່ນຄົນເຈັບທີ່ ເປັນພະຍາດຂາດເລືອດ, ອຸບັດ ຕິເຫດ, ເກີດລູກ ຫຼື ຜູ້ທີ່ອາຍຸສູງ, ຂາດທາດອາຫານ ຢູູ່່ໃນ ແຂວງ ຊຽງຂວາງ ສັງລວມແລ້ວ ຄວາມຕ້ອງການເລືອດໃນການ ສະໜອງພວກເຮົາຍັງບໍ່ທັນ ພຽງພໍ, ດັ່ງນັ້ນ, ຈຶ່ງແມ່ນພາ ລະໜ້າທີ່ລວມຂອງໝົດທຸກ ຄົນໃນສັງຄົມທີ່ຈະຕ້ອງໄດ້ສຸມ ໃສ່ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ. ການບໍລິຈາກເລືອດ ໃນຄັ້ງນີ້ ມີພະນັກງານ-ນັກຮົບ ສະໝັກໃຈບໍລິຈາກເລືອດຕົວ ຈິງ 8 ສະຫາຍ ໄດ້ເລືອດ 8 ຖົງ. ໂດຍ: ຄຳໝັ້ນ ຄົງວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ