ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2022-08-11 08:41:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ວັນທີ 9 ສິງຫາ 2022, ສະຫາຍ ພົນຕີ ຄຳລຽງ ອຸທະ ໄກສອນ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອລົມພະນັກງານຫຼັກ ແຫຼ່ງ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໂດຍການຕ້ອນ ຮັບຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງບໍ່ ແກ້ວ, ມີ ຄະນະພັກ-ຄະນະບັນຊາ6 ຫ້ອງ, ກົມກອງ, ພະແນກການ ຕະຫຼອດຮອດພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານຂອງກົມ ກອງໃນໄລຍະຜ່ານມາ ໂດຍສະ ເພາະວຽກງານຮັບປະກັນເຮັດ ໃຫ້ສະພາບມີຄວາມສະຫງົບ ໂດຍໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດ ເປັນກົກໂດຍສະເພາະແມ່ນ ໄດ້ນໍາເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງ ທັບ, ຂອງກົມກອງຈັດຕັ້ງໂຄສະ ນາເຜີຍແຜ່ໃຫ້ບັນດາພະນັກງານ-ສະມະຊິກພັກ, ນັກຮົບ ໄດ້ ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ ແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ແຕ່ລະສະຫາຍມີ ແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງພ້ອມກັນປະ ຕິບັດໜ້າທີ່ວິຊາສະເພາະຕິດພັນ ກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ແລະ ລົງກໍ່ສ້າງ ຮາກຖານການເມືອງແບບມູນ ເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບ ດ້ານຕາມທິດຊີ້ນໍາຂອງຂັ້ນເທິງ ເຮັດໃຫ້ຂອບເຂດຂອງກົມກອງ ຮັບຜິດຊອບມີຄວາມສະຫງົບ ປອດໄພໂດຍພື້ນຖານ. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາກົມ ກອງໃນໄລຍະຜ່ານມາສາມາດ ເຮັດໃຫ້ສະພາບການໃນທົ່ວ ແຂວງມີຄວາມສະຫງົບໂດຍພື້ນ ຖານພ້ອມທັງ, ເນັ້ນໜັກໃຫ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານ ນັກຮົບ ຢູ່ໃນກົມກອງໄດ້ຮັບຮູ້ ເຊື່ອມຊຶມ, ເຂົ້າໃຈ, ກຳແໜ້ນຕໍ່ ແນວທາງປ່ຽນແປງໃໝ່ຂອງ ພັກ, ລະບຽບກົດໝາຍຂອງລັດ, ບັນ ດາຂໍ້ກໍານົດກົດລະບຽບຂອງ ກອງທັບວາງອອກໃຫ້ເຂັ້ມງວດ, ເປັນເຈົ້າການເພີ່ມທະວີວຽກ ງານປະຈໍາການກຽມພ້ອມສູ້ຮົບ 3 ຂັ້ນໃຫ້ເປັນປົກກະຕິ, ພ້ອມກັນ ປົກປັກຮັກສາ ແລະ ບົວລະບັດຜັດ ເຊັດວັດຖຸເຄື່ອງຂອງພາຫະນະ ຮັບໃຊ້ດ້ານອາວຸດຍຸດໂທປະ ກອນຕ່າງໆຂອງກົມກອງໃຫ້ນຳ ໃຊ້ໄດ້ຍາວນານ, ມີແບບແຜນ ເຮັດວຽກທີ່ທັນສະໄໝແບບວິ ທະຍາສາດ, ເຮັດວຽກລວມສູນ ປະຊາທິປະໄຕ ແບ່ງວຽກໃຫ້ບຸກ ຄົນຮັບຜິດຊອບ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດ ການຫຍໍ້ທໍ້ໃນສັງຄົມ ໃຫ້ມີຄວາມ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ປັບປຸງກໍ່ສ້າງພະນັກງານ-ນັກ ຮົບໃຫ້ມີຄວາມເຂັ້ມແຂງໜັກ ແໜ້ນ ຕິດພັນກັບການກໍ່ສ້າງພັກ-ພະນັກງານຮຸ່ນສືບທອດ ໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເພື່ອພັດທະນາຕົນເອງ, ພັດທະ ນາກົມກອງໃຫ້ມີແບບ ແຜນທີ່ທັນ ສະໄໝ, ເພີ່ມທະວີການພົວພັນ ຮ່ວມມືຄວາມສາມັກຄີພາຍໃນ ແລະ ສາກົນ, ເພີ່ມທະວີແກ້ໄຂຊີວິດການເປັນຢູ່ຕາມທິດຂອງກົມໃຫຍ່ ພາລາທິການກອງທັບວາງອອກ, ສ້າງທ່າແຮງບົ່ມຊ້ອນໃຫ້ກົມ ກອງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົວເອງ ປັບປຸງກໍ່ສ້າງກົມກອງໃຫ້ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດ ຢັ້ງ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຍັງ ໄດ້ມອບເງິນຊຸກຍູ້ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ 20.000.000 ກີບ ອີກດ້ວຍ. ໂດຍ : ວໍລະສິດ ພິດສະຫາຍ ພາບ : ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ