ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 791 ຍົກສູງວຽກງານປ້ອງກັນທີ່ຕັ້ງຢ່າງເຂັ້ມງວດ
ເວລາອອກຂ່າວ: 2022-08-10 09:21:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



ກອງພັນ 791 ກອງພັນ ໃຫຍ່ 279 ແມ່ນກົມກອງໜຶ່ງທີ່ ມີພາລະບົດບາດ, ໜ້າທີ່ປ້ອງກັນ ຮັບໃຊ້ການນຳ ແລະ ປ້ອງກັນ ບັນດາສໍານັກງານອົງການ ກະຊວງປ້ອງກັນປະເທດ, ກອງ ວິທະຍຸກະຈາຍສຽງກອງທັບ, ກອງໂທລະພາບກອງທັບ, ໂຄງ ການສື່ສານລາວເອເຊຍ, ໂຮງໝໍ ສູນກາງ 103 ກອງທັບ ແລະ ຈຸດສຳຄັນອື່ນໆຕາມການມອບໝາຍຂອງຂັ້ນເທິງ, ເຊິ່ງໄລຍະຜ່ານມາ ກົມກອງສາມາດເຮັດສຳເລັດໜ້າ ທີ່ ແລະ ຮັບປະກັນເຮັດໃຫ້ຂອບ ເຂດຮັບຜິດຊອບມີຄວາມສະ ຫງົບປອດໄພ. ສະຫາຍ ພັນໂທ ມີສອນ ຄຳເມິງຄຸນ ຫົວໜ້າການທະຫານ ກອງພັນ 791 ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2022 ນີ້, ກົມກອງ ສ້າງໄດ້ຜົນສໍາເລັດໃນຫຼາຍ ດ້ານ. ທັງນີ້, ກໍຍ້ອນຄະນະພັກ ຄະນະບັນຊາໄດ້ເອົາໃຈໃສ່ຕໍ່ ວຽກງານການເມືອງ-ນຳພາ ແນວຄິດດ້ວຍຫຼາຍຮູບການ, ວິທີການ ແລະ ມີຈຸດສຸມ ເຮັດ ໃຫ້ພະນັກງານ-ນັກຮົບແຕ່ລະ ສະຫາຍມີແນວຄິດການເມືອງ ໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມຫ້າວຫັນປະຕິບັດ ຕໍ່ໜ້າທີ່ວິຊາສະເພາະຂອງຕົນ ທີ່ໄດ້ຮັບມອບໝາຍ. ໃນນັ້ນ, ເດັ່ນ ກວ່າໝູ່ແມ່ນວຽກງານປ້ອງກັນ ທີ່ຕັ້ງ, ສຳນັກງານອົງການກະ ຊວງປ້ອງກັນປະເທດ, ປ້ອງກັນ ກອງປະຊຸມໃຫຍ່ຂັ້ນຕ່າງໆ, ປ້ອງ ກັນການນໍາຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ ເຄື່ອນໄຫວສາລະເວກວດກາ, ຕິດຕາມວົງໃນ-ວົງນອກ, ປ້ອງ ກັນ ປະຕູໂຂງ ເລກ 1 , ປະຕູໂຂງ ເລກ 2 , ປະຕູໂຂງ ເລກ 3, ສູນບັນ ຊາ, ບັນດາກົມໃຫຍ່, ຢືນປັກຫຼັກ ປະຕູໂຂງໃຫຍ່, ລາວເອເຊຍ, ກອງວິທະຍຸກະຈາຍສຽງກອງ ທັບ, ກອງໂທລະພາບກອງທັບ, ຫໍພິພິທະພັນປະຫວັດສາດກອງ ທັບ, ບໍລິສັດສະກາຍໂທລະຄົມ, ໂຮງໝໍສູນກາງ 103 ກອງທັບ, ກວດກາຕິດຕາມພາຫະນະລົດ ຈັກທີ່ຈອດຊະຊາຍບໍ່ເປັນລະບຽບ ແລະ ຈຸດສຳຄັນອື່ນໆ ລວມທັງ ໝົດ 24 ຈຸດ ມີຄວາມສະຫງົບ ປອດໄພດີ. ສະຫາຍ ພັນໂທ ມີສອນ ຄຳເມິງຄຸນ ໃຫ້ຮູ້ຕື່ມວ່າ: ເພື່ອຮັບ ປະກັນເຮັດສໍາເລັດໜ້າທີ່ການ ເມືອງຂອງກົມກອງນັ້ນ, ຍັງ ໄດ້ຈັດຕັ້ງອົບຮົມການເມືອງ, ຫັດແອບການທະຫານເປັນປົກ ກະຕິ ໂດຍເນັ້ນການຫັດແອບດ້ານ ສິລະປະຍຸດ-ຍຸດທະວິທີຂັ້ນພື້ນ ຖານໃຫ້ແຕ່ລະສະຫາຍມີຄວາມ ຊໍານິຊໍານານຄ່ອງແຄ່ວ, ສ່ວນ ທະຫານໃໝ່ ໄດ້ເອົາໃຈໃສ່ເຝິກ ແອບເປັນພິເສດດ້ານການທະ ຫານ, ການເມືອງໂດຍເນັ້ນການ ປະຕິບັດ 7 ລະບອບ 18 ວຽກໃນ ມື້ໜຶ່ງຂອງກອງທັບເປັນສໍາຄັນ, ຈັດຕັ້ງຮ່ຳຮຽນວິຊາລະບຽບຄົງ ທີ່-ເຄື່ອນທີ່, ຫັດກາຍມືເປົ່າ ແລະ ມີປືນ, ການເຄົາລົບ, ວິທີປ່ຽນ ຍາມ ແລະ ອື່ນໆ. ສໍາລັບ 6 ເດືອນທ້າຍປີ 2022 ກົມກອງຈະສືບຕໍ່ຈັດຕັ້ງປະຕິບັດຕາມແຜນການໄຕມາດທີ່ຂັ້ນເທິງ ກໍຄືກົມກອງວາງອອກ ເປັນຕົ້ນຮໍ່າຮຽນການເມືອງ, ຫັດ ແອບການທະຫານ, ບັນດາຂໍ້ກຳ ນົດ, ກົດລະບຽບຕ່າງໆຂອງກອງ ທັບ, ຈັດຕັ້ງກຳລັງເຄື່ອນໄຫວ ກໍ່ສ້າງຮາກຖານຢູ່ບັນດາບ້ານ ອ້ອມຂ້າງທີ່ກົມກອງຮັບຜິດຊອບ ປະສານສົມທົບກັບກໍາລັງ ປກສ, ອໍານາດການປົກຄອງທ້ອງຖິ່ນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄປຄຽງ ຄູ່ກັບການສ້າງພະລາທິການກັບ ທີ່ ເພື່ອຮັບປະກັນການແກ້ໄຂຊີວິດ ການຢູ່ຂອງພະນັກງານ-ນັກຮົບ ທັງຮັບປະກັນເຮັດສໍາເລັດວຽກ ງານວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ