ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມທະຫານຊາຍແດນ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດປ້ອງກັນຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ
ເວລາອອກຂ່າວ: 2022-08-09 08:37:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ໃນວັນທີ 8 ສິງຫາ 2022 ນີ້, ທ່ານ ພົນຈັດຕະວາ ສີພັນ ພຸດ ທະວົງ ຫົວໜ້າກົມທະຫານຊາຍ ແດນ ກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະ ເໜີໂຕຂອງ ທ່ານ ພັນເອກ ແຊັງ ເຣັກສາ ທີ່ປຶກສາທູດປ້ອງກັນ ຊາດ ແຫ່ງຣາຊະອານາຈັກກຳປູ ເຈຍ ປະຈຳ ສປປ ລາວ ໃນໂອກາດ ທີີ່ທ່ານມາດໍາລົງຕໍາແໜ່ງເປັນທູດປ້ອງກັນຊາດຄົນໃໝ່ ປະຈໍາ ສປປ ລາວ. ໂອກາດນີ້ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ພັນເອກ ແຊັງ ເຣັກສາ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ຄົນໃໝ່ ທີີ່ໄດ້ມາດໍາລົງຕໍາແໜງຢູ່ ສປປ ລາວໃນຄັ້ງນີີ້. ເຊິ່ງມັນເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ການຮັກສາຄວາມສາ ມັກຄີ ແລະ ການພົວພັນຮ່ວມມື ທີ່ເປັນມູນເຊື້ອຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ໂດຍສະເພາະເພື່ອ ສືບຕໍ່ພົວພັນຮ່ວມມືກົນໄກຮັກ ສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ-ກໍາປູເຈຍ, ພ້ອມທັງຊຸກຍູ້ໃຫ້ກອງເລຂາ ໄດ້ມີການພົບປະແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ, ສືບຕໍ່ວຽກ ງານສໍາຫຼວດປັກຫຼັກໝາຍຊາຍ ແດນຮວ່ມກັນໃຫ້ສໍາເລັດລວມ ທັງບັນດາການຮ່ວມມືດ້ານ ຕ່າງໆບົນພື້ນຖານການເປັນ ປະເທດເພື່ອນມິດທີ່ມີສາຍພົວ ພັນມິດຕະພາບ, ຄວາມສາມັກ ຄີ ແລະ ການຮ່ວມມືອັນໃກ້ຊິດ ໃຫ້ໝັ້ນຄົງຕະຫຼອດ ໄປ. ພ້ອມນີ້ ທ່ານຫົວໜ້າກົມທະ ຫານຊາຍແດນ ຍັງໄດ້ຕາງໜ້າ ໃຫ້ກອງທັບປະຊາຊົນລາວ ສະ ແດງຄວາມຂອບໃຈຕໍ່ການຊ່ວຍ ເຫຼືອດ້ານອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ກຳປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າ ໃນວຽກງານຕ້ານ ແລະ ສະກັດ ກັ້ນການແຜ່ລະບາດຂອງພະ ຍາດ ໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ. ໂອກາດດຽວກັນນີ້, ທ່ານ ພັນເອກ ແຊັງ ເຣັກສາ ທີ່ປຶກສາ ທູດປ້ອງກັນຊາດ ແຫ່ງຣາຊະອາ ນາຈັກກຳປູເຈຍ ປະຈຳ ສປປ ລາວ ໄດ້ກ່າວຂອບໃຈຕໍ່ທ່ານຫົວ ໜ້າກົມທະຫານຊາຍແດນ ທີີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ ພາບພ້ອມທັງໃຫ້ຄໍາໝັ້ນສັນຍາ ວ່າ ຈະເສີມຂະຫຍາຍຄວາມສາ ມັກຄີຮ່ວມມືດ້ານວຽກງານ ຕ່າງໆລະຫວ່າງສອງຊາດ, ສອງ ກອງທັບ ໃຫ້ນັບມືີ້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ