ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງໄຊສົມບູນ ປິດຊຸດອົບຮົມວຽກງານປກຊ-ປກສ ໃຫ້ເປົ້າໝາຍ 3
ເວລາອອກຂ່າວ: 2022-08-08 10:08:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ວັນທີ 4 ສິງຫາ 2022 ນີ້, ຢູ່ທີ່ໂຮງຮຽນການທະຫານທ້ອງ ຖິ່ນແຂວງໄຊສົມບູນ ໄດ້ປິດຊຸດ ອົບຮົມວຽກງານປກຊ-ປກສ ໃຫ້ ເປົ້າໝາຍ 3, ໂດຍການເປັນປະ ທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ຮອງປະທານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງໄຊ ສົມບູນ, ມີຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງ, ພະ ແນກການທີ່ກ່ຽວຂ້ອງ ແລະ ພະນັກງານເປົ້າໝາຍອົບ ຮົມ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສະເຫຼີມ ໄຊສົມພອນ ຮອງຫົວໜ້າ ຫ້ອງເສນາທິການກອງບັນຊາ ການທະຫານແຂວງໄຊສົມບູນ ໄດ້ສະຫຼຸບຄືນການອົບຮົມວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປົ້າໝາຍ 3 ເຊີ່ງມີນັກສໍາມະນາກອນຈາກ ຂະແໜງການຕ່າງໆອ້ອມຂ້າງ ແຂວງເຂົ້າຮ່ວມ 27 ສະຫາຍ, ຍິງ 2 ສະຫາຍ. ຜ່ານການອົບຮົມ ຫັດແອບທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງເຫັນວ່າ: ແຕ່ ລະສະຫາຍທີ່ເຂົ້າຮ່ວມອົບຮົມມີ ຄວາມຫ້າວຫັນໃນການຄົ້ນຄວ້າ ຮໍ່າຮຽນ, ມີຄວາມສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ມີແນວ ຄິດການເມືອງໜັກແໜ້ນ, ຕັ້ງໃຈ ເຮັດໜ້າທີ່ຂອງຕົນເປັນຢ່າງດີ ໂດຍສະເພາະແມ່ນການແລກ ປ່ຽນຄວາມຮູ້, ບົດຮຽນດ້ານ ຕ່າງໆເຊິ່ງກັນ ແລະ ກັນ ເຮັດໃຫ້ ຊຸດອົບຮົມດັ່ງກ່າວສໍາເລັດ ແລະ ບັນລຸໄດ້ຕາມລະດັບຄາດໝາຍ. ໃນພິທີ ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄໍາເຫັນໂອ້ລົມ ຕໍ່ຄູ-ອາຈານ ແລະ ນັກສໍາມະນາ ກອນເຊິ່ງ ສະຫາຍ ໄດ້ກ່າວຍ້ອງ ຍໍຊົມເຊີຍຕໍ່ຄວາມຕັດສິນໃຈຂອງ ທຸກພາກສ່ວນ ແລະ ຜົນສໍາເລັດ ຂອງການອົບຮົມໃນຄັ້ງນີ້ ພ້ອມ ທັງຮຽກຮ້ອງໃຫ້ແຕ່ລະສະຫາຍ ພາຍຫຼັງສໍາເລັດການຮໍ່າຮຽນ ຈົ່ງນຳເອົາຄວາມຮູ້ນັ້ນ ໄປນໍາໃຊ້ ເຂົ້າໃນວຽກງານຕົວຈິງຂອງຕົນ ໃຫ້ໄດ້ຮັບຜົນສູງ ໂດຍສະເພາະ ແມ່ນວິທີການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃນຖັນ ແຖວພະນັກງານຂອງຕົນໃຫ້ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານທີ່ພັກ ວາງອອກ ເຮັດໃຫ້ແຕ່ລະພະ ແນກການ, ຂະແໜງການມີ ຄວາມ ສະຫງົບປະກອບສ່ວນຢ່າງ ແຂງ ແຮງໃນການປະຕິບັດ 2 ໜ້າທີ່ຍຸດ ທະສາດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃຫ້ຈະ ກ້າວໜ້າຢ່າງບໍຢຸດຢັ້ງ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ